Header Ads

ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ 2018 ຢ່າງເປັນທາງການ



ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ກຸມພາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ພິຈາລະນາຮັບຮອງ ເອົາບັນດາເອກະສານສໍາຄັນຈໍານວນໜຶ່ງ ເປັນຕົ້ນ:



1. ບົດລາຍງານ ກ່ຽວກັບສະພາບພົ້ນເດັ່ນ ທາງດ້ານເສດຖະກິດມະຫາພາກ;
2. ບົດລາຍງານ ກ່ຽວກັບແຜນພັດທະນາແບບກວມລວມ ທົ່ວເຂດພູພຽງບໍລະເວນ;
3. ບົດລາຍງານ ກ່ຽວກັບຜົນຂອງກອງປະຊຸມສອງກົມການເມືອງ, ຜົນກອງປະຊຸມ ຄັ້ງທີ 40 ຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ;
4. ບົດລາຍງານ ກ່ຽວກັບຄວາມຄືບໜ້າ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ;
5. ຮ່າງດໍາລັດ ວ່າດ້ວຍການພົວພັນປະສານງານ ລະຫວ່າງ ບັນດາກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ກັບ ສໍານັກງານນາຍົກລັດຖະມົນຕີ;
6. ຮ່າງດໍາລັດ ວ່າດ້ວຍຄະນະແມ່ນໍ້າຂອງແຫ່ງຊາດ;
7. ບົດລາຍງານ ກ່ຽວໂຄງການກໍ່ສ້າງ, ປັບປຸງ ແລະ ຂະຫຍາຍເທດສະບານເມືອງໃໝ່ ເມືອງພູຄູນ, ແຂວງຫຼວງພະບາງ;
8. ແຜນແມ່ບົດ ການພັດທະນາໂຄງລ່າງພື້ນຖານ ຂອງວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ.
ສຳລັບກອງປະຊຸມລັດຖະບານ ສະໄໝສາມັນເທື່ອນີ້ ຈະໄດ້ດຳເນີນເປັນເວລາ 02 ວັນ ຄື: ວັນທີ 20-21 ກຸມພາ 2018.


ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.