Header Ads

ນາງ ສາວ ນີ່ນາ ຈັນທະວົງ ຄ້ວາມົງກຸດ ໃນການປະກວດນາງ ສາວອາພອນເພດ ເມືອງຄົງເຊໂດນ ແຂວງສາລະວັນ





ແຂວງສາລະວັນ  : 26-28/2/2018 ເມືອງຄົງເຊໂດນ ແຂວງສາລະວັນ ສະເຫຼີມສະຫຼອງ ເປີດປີທ່ອງທ່ຽວ 2018, ຕິດພັນກັບເທດສະການປີ້ງໄກ່ນາປົ່ງຄົບຮອບ 100 ປີ ສຳລັບໃນຄໍ່າຄືນຂອງ ວັນທີ 26 ໄດ້ມີການປະກວດນາງ ສາວອາພອນເພດ ເຊິ່ງມີຜູ້ເຂົ້າປະປະກວດທັງໝົດ 12 ນາງສາວ ຜ່ານການປະກວດສາມາດຄັດເລືອກໄດ້ຜູ້ໄດ້ລາງວັນຊະນະເລີດໄດ້ແກ່ ນາງ ສາວ ນີ່ນາ ຈັນທະວົງ ໄດ້ຮັບມົງກຸດ, ສາຍສະພາຍ ແລະລາງວັນເງິນ 1.500.000 ກີບ. ຮອງຊະເລີດໄດ້ແກ່ນາງ ສາວ ວະນິດາ ສຸກສະຫວັດ ໄດ້ສາຍສະພາຍ ແລະລາງວັນເງິນ 1.200.000 ກີບ. ທີ 3 ໄດ້ແກ່ ນາງ ສາວ ແສງນາລອນ ອິນທະວົງ









ໄດ້ຮັບສາຍສະພາຍ ແລະລາງວັນເງິນ 900.000 ກີບ ພິທີໂດຍພາຍໄຕ້ການເຂົ້າຮ່ວມຂອງທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງໆຄົງເຊໂດນ, ມີທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທຽ່ວແຂວງສາລະວັນ, ມີຄະນະນຳຂັ້ນເມືອງ ແລະມວນຊົນເຂົ້າຮ່ວມຊົມເຊຍຢ່າງຫຼວງຫຼາຍ. 





ຂ່າວ-ພາບ: ໂສພາ ສໍພະໄຊ (ມີເດຍລາວ)

© ໂຕະນໍ້າຊາ | tonamcha.com     
___________



Powered by Blogger.