Header Ads

ມີ 159 ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ທີ່ປະຕິບັດໜ້າທີຢູ່ລາວ




ປັດຈຸບັນ ​ມີ​ອົງການ​ຈັດ​ຕັ້ງ​ສາກົນ​ ທີ່​ບໍ່​ສັງກັດ ​ລັດຖະບານ (INGOs) ທັງ​ໝົດ 159 ອົງການ ທີ່​ໄດ້​ຮັບ​ອະນຸມັດ​ມາ​ ປະຕິບັດ​ງານ​ຢູ່ ສປປ ລາວ ​ແລະ ພວມ​ຈັດ​ຕັ້ງ ​ປະຕິບັດ​ໂຄງການ ​ຢູ່​ໃນ​ຂອບເຂດ ​ທົ່ວ​ປະ​ເທດ, ​ເຊິ່ງການ​ຊ່ວ​ຍ​ເຫລືອ ​ໃນ​ໄລຍະ ປີ 2015 ຮອດ​ປັດຈຸບັນ  ​ໄດ້​ມີ​ການ​ອະນຸມັດ 313 ​ໂຄງການ ​ແລະ 44 ກິດຈະການ ລວມມູນ​ຄ່າ​ທັງ​ໝົດ 376.277.948 ​ໂດ​ລາ​ສະຫະລັດ, ​ໂດຍ​ກວມ​ເອົາ ​ຫລາຍ​ຂະ​ແໜງ​ການ ​ເຊັ່ນ: ຂະ​ແໜງ​ ສະຫວັດດີ​ການ​-ສັງຄົມ ກວມ​ເອົາ​ປະມານ 33% (ພັດ​ທະ​ນາ​ຊົນນະບົດ, ​ເກັບ​ກູ້​ລະ​ເບີດ, ຄົນ​ພິການ ​ແລະ ​ໄພ​ສຸກ​ເສີນ), ຂະ​ແໜງ ​ສຶກສາ​ທິການ ​ແລະ ກິລາ ກວມ​ເອົາ​ປະມານ 25%, ຂະ​ແໜງ ​ສາທາລະນະ​ສຸກ​ກວມ​ເອົາ​ປະມານ 24% ​ແລະ ຂົງ​ເຂດ​ກະສິກຳ ກວມ​ເອົາ​ປະມານ 17%



ໃນ​ ວັນ​ທີ 28 ກຸມພາ 2018, ທີ່​ ນະຄອນຫລວງ​ວຽງ​ຈັນ ກະຊວງ ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ ທົບ​ທວນ​ຄືນ​ການ​ຮ່ວມ​ມື​ ລະຫວ່າງ ລັດຖະບານ​ ແຫ່ງ ສປປ ລາວ ກັບ ​ອົງການ​ຈັດ​ຕັ້ງ​ສາກົນ ​ທີ່​ບໍ່​ສັງກັດ​ລັດຖະບານ ຄັ້ງ​ທີ III ຂຶ້ນ, ​ໂດຍ​ການ​ເປັນ​ປະ​ທານ ​ຂອງ​ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ, ມີ​ຄະນະ​ຜູ້​ແທນ​ຂັ້ນສູງ​ ຈາກ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ຂອງ ສປປ ລາວ, ອົງການ​ຈັດ​ຕັ້ງ​ສາກົນ ​ທີ່​ບໍ່​ສັງກັດ​ລັດຖະບານ, ບັນດາ ​ປະ​ເທດ​ໃຫ້​ທຶນ, ອົງການ​ ຈັດ​ຕັ້ງ​ສາກົນ, ສະມາຄົມ ​ແລະ ມູນ​ນິທິ​ຂອງ​ລາວ ພ້ອມ​ດ້ວຍ​ພາກສ່ວນ ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ນັບ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ ​ໂດຍ​ສະ​ເພາະ ​ການ​ຕີ​ລາຄາ​ຜົນສຳ​ເລັດ, ດ້ານ​ດີ-ດ້ານ​ອ່ອນ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ ກໍ​ຄື​ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ​ໃນ​ໄລ​ຍະ​ຜ່ານ​ມາ ​ແລະ ພ້ອມ​ກັນ​ປຶກສາ​ຫາລື​ ວິທີ​ການ​ແກ້​ໄຂ ​ແລະ ທິດ​ທາງ​ການ​ຮ່ວມ​ມື ​ໃນ​ຕໍ່ໜ້າ.




​ໃນ​ໂອກາດ​ດັ່ງກ່າວ, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ໄດ້​ເນັ້ນ​ເຖິງ​ ຄວາມ​ໝາຍ​ສຳຄັນ​ ຂອງ​ກອງ​ປະຊຸມ​ແບບ​ເປີດ​ກວ້າງ​ ໃນ​ຄັ້ງ​ນີ້ ​ເພື່ອ​ແລກປ່ຽນ​ ຄຳ​ຄິດ​ຄຳ​ເຫັນ, ປຶ​ກສາ​ຫາລື​ກັນ ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີ​ຄວາມ​ຮັບຜິດຊອບ ​ແນ່​ໃສ່​ຮັບປະກັນ ​ປະສິດທິພາບ ​ແລະ ປະສິດທິ​ຜົນ ​ຂອງ​ກາ​ນຮ່ວມ​ມື​ຊ່ວຍ​ເຫລືອ​ ຂອງ​ຕ່າງປະ​ເທດ ລວມທັງ​ອົງການ​ ຈັດ​ຕັ້ງ​ສາກົນ ທີ່​ບໍ່​ສັງກັດ​ລັດຖະບານ ​ແລະ ຄູ່​ຮ່ວມ​ພັດທະນາ​ອື່ນໆ ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ, ສອດຄ່ອງ ​ກັບ​ລະບຽບ​ຫລັກການ ​ແລະ ​ແຜນ​ພັດທະນາ​ ເສດຖະກິດ​ແຫ່ງ​ຊາດ ກໍ​ຄື​ແຜນ​ພັດທະນາ​ ຂອງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ ໃນ​ແຕ່ລະ​ໄລຍະ. ພ້ອມ​ນີ້​, ກອງ​ປະຊຸມ ຍັງ​ໄດ້​ຮັບ​ຟັງ ​ການ​ລາຍ​ງານ ຂອງ​ທ່ານ ທອງ​ຜ່ານ ສະຫວັນ​ເພັດ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ສະພາບ​ການ ​ຮ່ວມ​ມື​ລະຫວ່າງ ລັດຖະບານ​ແຫ່ງ ສປປ ລາວ ກັບ​ອົງການ​ຈັດ​ຕັ້ງ​ສາກົນ ​ທີ່​ບໍ່​ສັງກັດ​ລັດຖະບານ, ພ້ອມ​ທັງ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ ຂອງ​ຄະນະ​ຜູ້​ແທນ ​ຈາກ​ອົງການຈັດ​ຕັ້ງ​ສາກົນ​ ທີ່​ບໍ່​ສັງກັດ​ລັດຖະບານ, ຄູ່​ຮ່ວມ​ພັດທະນາ, ກະຊວງ​ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ແລະ ພິຈາລະນາ​ ປະກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງ​ ຂໍ້​ຕົກລົງ ​ຂອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ວ່າ​ດ້ວຍ ​ລະບຽບ​ການ​ອະນຸມັດ​ຮັບ​ເອົາ​ທຶນ, ຊັບ​ສິນ ​ແລະ ຊ່ຽວຊານ ຈາກ​ຕ່າງປະ​ເທດ ໃຫ້​ແກ່​ສະມາຄົມ ​ແລະ ມູນ​ນິທິ​ລາວ.


ຂ່າວ: ສົມ​ຫວັງ, ພາບ: ​ໄອ່​ຄຳ

© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.