Header Ads

ປະທານປະເທດເນັ້ນໃຫ້ກະຊວງ ກປ ເອົາໃຈໃສ່ 4 ບັນຫາໃຫຍ່





ໃນວາລະທີ່ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວປະເທດ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ໃນວັນທີ 7 ມີນາ 2018 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ( ກປ ) ໂດຍທ່ານປະທານປະເທດໄດ້ເນັ້ນໃຫ້ກະຊວງ ກປ ເອົາໃຈໃສ່ຫຼາຍບັນຫາສຳຄັນທີ່ຄວນເອົາໃຈໃສ່.

ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວວ່າ: ຂ້າພະເຈົ້າໄດ້ຕິດຕາມ ແລະ ຮັບຟັງການລາຍງານກອງປະຊຸມຂອງບັນດາສະຫາຍໃນເກືອບ 2 ມື້ຜ່ານມາ, ໄດ້ດຳເນີນພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກົງໄປກົງມາຕໍ່ຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ເພື່ອຕີລາຄາເຫັນໄດ້ບົດຮຽນທັງໃນດ້ານດີ ແລະ ດ້ານຂໍ້ຄົງຄ້າງ. ພ້ອມກັນນັ້ນ, ກໍ່ໄດ້ປຶກສາຫາລື ແລະ ປະກອບຄຳເຫັນເຂົ້າໃສ່ບັນດາເນື້ອໃນແຜນການຈັດຕັ້ງປະຕິບັດປະຈຳປີ 2018 ເພື່ອສ້າງຄວາມເປັນເອກະພາບດ້ານຄວາມເຂົ້າໃຈ ແລະ ການຂັບເຄື່ອນຕົວຈິງຂອງກົງຈັກໃນທຸກຂົງເຂດ ແລະ ທຸກຂັ້ນ ເຊິ່ງສິ່ງເຫຼົ່ານັ້ນເປັນປັດໄຈສຳຄັນໃນການຈັດຕັ້ງປະຕິບັດບັນດາຄາດໝາຍໜ້າທີ່ວຽກງານໃນຂົງເຂດກະສິກຳ – ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມທັງເຊື່ອໝັ້ນວ່າດ້ວຍຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ ແລະ ຄວາມຮັບຜິດຊອບຂອງບັນດາສະຫາຍການນຳຂອງຂະແໜງການທີ່ກ່ຽວຂ້ອງ ກໍ່ຄືຂອງທ້ອງຖິ່ນຈະເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງເປັນຂະບວນການແຂງແຮງ ແລະ ມີຜົນສຳເລັດຕາມເປົ້າໝາຍທີ່ວາງອອກ.

ເຖິງຢ່າງໃດກໍ່ຕາມ, ກະຊວງ ກປ ຍັງມີບາງບັນຫາທີ່ເຫັນວ່າຄວນເອົາໃຈໃສ່ໃນການຊີ້ນຳ, ການຈັດຕັ້ງປະຕິບັດຕົວຈິງໃນປີ 2018 ຄື: ພວກເຮົາຕ້ອງຮູ້ຄວາມຈິງວ່າໃນປັດຈຸບັນຕົວເລກ ຈີດີພີ ແມ່ນມີການເພີ່ມຂຶ້ນແທ້, ແຕ່ເບິ່ງເລິກໆແລ້ວລາຍຮັບຂອງປະຊາຊົນລາວເຮົາສ່ວນຫຼາຍຍັງຕໍ່າ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫຼີກ; ຕົວເລກຄວາມທຸກຍາກເຖິງວ່າມີການຫຼຸດລົງ ( ເຫຼືອປະມານ 6% ), ແຕ່ການປ່ຽນແປງດ້ານລະດັບຊີວິດການເປັນຢູ່ຂອງປະຊາຊົນເຮົາຍັງບໍ່ທັນຈະແຈ້ງ. ຂ້າພະເຈົ້າເຫັນວ່າສາເຫດຕົ້ນຕໍດ້ານໜຶ່ງແມ່ນການເພີ່ມຂຶ້ນຂອງ ຈີດີພີ ຍັງມາຈາກການຂາຍຊັບພະຍາກອນທຳມະຊາດ, ມາຈາກບັນດາໂຄງການອຸດສາຫະກຳຂະໜາດໃຫຍ່ ເຊິ່ງໂຄງການເຫຼົ່ານີ້ບໍ່ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຊາວກະສິກອນ; ອີກດ້ານໜຶ່ງແມ່ນການຜະລິດຂອງຊາວກະສິກອນໃນປະເທດເຮົາ ໂດຍລວມແລ້ວຍັງແມ່ນກະສິກຳຂະໜາດນ້ອຍ, ຫຼ້າຫຼັງ, ກະແຈກກະຈາຍ, ຂຶ້ນກັບທຳມະຊາດເປັນສ່ວນໃຫຍ່, ຍັງແມ່ນການຜະລິດທີ່ມີສະມັດທະພາບຕໍ່າ, ມູນຄ່າເພີ່ມບໍ່ສູງ, ບໍ່ສາມາດນຳເອົາລາຍຮັບທີ່ໝັ້ນຄົງມາສູ່ຊາວກະສິກອນ, ເຮັດໃຫ້ການປະກອບອາຊີບ – ການຕັ້ງພູມລຳເນົາຂອງຊາວກະສິກອນບໍ່ທັນມີຄວາມໝັ້ນຄົງ, ຊາວກະສິກອນກວມສ່ວນຫຼາຍຂອງປະຊາກອນລາວເຮົາຍັງທຸກຍາກ, ປະເທດຊາດຂອງພວກເຮົາກໍ່ບໍ່ສາມາດມັ່ງຄັ່ງເຂັ້ມແຂງ ແລະ ຈະເລີນສີວິໄລໄດ້. ສະນັ້ນ, ພວກເຮົາຕ້ອງເບິ່ງຢ່າງພາວະວິໄສແທ້ໆ, ບໍ່ຄວນແລ່ນນຳຕົວເລກ ແລະ ຊື່ນຊົມກັບຕົວເລກແບບລວມໆ.

ເພື່ອເຮັດໃຫ້ວຽກງານກະສິກຳ – ປ່າໄມ້ ແລະ ການພັດທະນາຊົນນະບົດມີການຫັນປ່ຽນທີ່ຕັ້ງໜ້າ, ຂະແໜງກະສິກຳໄດ້ຮັບການພັດທະນາຢ່າງແຂງແຮງ, ຊາວກະສິກອນມີລາຍຮັບຕົວຈິງເພີ່ມຂຶ້ນ, ຊົນນະບົດມີໃບໜ້າອັນໃໝ່ ນອກຈາກຕ້ອງສູ້ຊົນບັນລຸຄາດໝາຍທີ່ໄດ້ກຳນົດໃນທິດທາງແຜນການປີ 2018 ຂອງບັນດາສະຫາຍແລ້ວ, ຄວນເອົາໃຈໃສ່ຕື່ມບາງຈຸດ ດັ່ງນີ້:

1. ສຳລັບແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ຕ້ອງຕິດພັນກັບການປະຕິບັດຕົວຈິງ ຄື: ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຕ້ອງຮັບປະກັນໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກທີ່ເຮັດວຽກກະສິກຳລ້ວນໆສາມາດຮັບປະກັນໃຫ້ຕົນເອງມີເຂົ້າກິນ ຫຼື ມີສະບຽງອາຫານທີ່ພຽງພໍ, ໝາຍຄວາມວ່າໃຫ້ຜະລິດສະບຽງອາຫານກຸ້ມຕົນເອງ, ຖ້າປະຊາຊົນພວກເຮົາຫາກຍັງອຶດຢາກຂາດເຂີນບ້ານເມືອງກໍ່ຈະບໍ່ມີຄວາມສະຫງົບ. ສະນັ້ນ, ຂະແໜງການທີ່ກ່ຽວຂ້ອງຕ້ອງນຳພາປະຊາຊົນເຮັດກະເສດສຸມ ຈາກລະດັບງ່າຍດາຍໄປສູ່ລະດັບສູງ, ເຮັດໃຫ້ພວກເຂົາເຈົ້າສາມາດກຸ້ມກິນກ່ອນ.

2. ກ່ຽວກັບການຜະລິດກະສິກຳເປັນສິນຄ້າ: ສິ່ງທ້າທາຍບັນຫາທີ່ພວກເຮົາພວມປະສົບແມ່ນການພັດທະນາຜະລິດຕະພັນກະສິກຳໃຫ້ກາຍເປັນສິນຄ້າ ( ຍັງບໍ່ທັນດີມີມາດຖານ, ຄຸນນະພາບບໍ່ທັນສູງ ) ທີ່ສອດຄ່ອງກັບເງື່ອນໄຂຕະຫຼາດຕ້ອງການ ແລະ ພຽງພໍກັບປະລິມານ ເຊິ່ງເປັນສາເຫດເຮັດໃຫ້ການຜະລິດກະສິກຳເປັນສິນຄ້າເພື່ອສົ່ງອອກພົບຄວາມຫຍຸ້ງຍາກ, ບໍ່ສາມາດແກ່ງແຍ່ງແຂ່ງຂັນໄດ້. ສະນັ້ນ, ໃຫ້ພວກສະຫາຍຕ້ອງສົມທົບກັບຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງທະນາຄານ, ໄຟຟ້າ ແລະ ອື່ນໆທີ່ກ່ຽວຂ້ອງຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຢ່າງມີຈຸດສຸມ.

3. ກ່ຽວກັບວຽກງານຟື້ນຟູ ແລະ ຂະຫຍາຍປ່າໄມ້: ເປົ້າໝາຍຫຼັກໆຂອງການຟື້ນຟູ ແລະ ຂະຫຍາຍປ່າໄມ້ແມ່ນເພື່ອຮັກສາແຫຼ່ງນໍ້າ, ເມື່ອປ່າໄມ້ໄດ້ຮັບການຟື້ນຟູສັດກໍ່ຈະກັບຄືນສູ່ປ່າ ເຮັດໃຫ້ປະຊາຊົນສາມາດທຳມາຫາກິນຈາກຄວາມອຸດົມສົມບູນຂອງປ່າໄມ້. ສະນັ້ນ, ຕ້ອງປັບປຸງຍຸດທະສາດປ່າໄມ້ແບບຍືນຍົງທີ່ໄດ້ຮັບຮອງເອົາແລ້ວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ປັບປຸງກົດໝາຍປ່າໄມ້ທີ່ໄດ້ປະກາດໃຊ້ມາດົນແລ້ວນັ້ນເພື່ອໃຫ້ເປັນເຄື່ອງມືຄຸ້ມຄອງມະຫາພາກທີ່ຮັດກຸມ, ກວດກາຄືນເນື້ອທີ່ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນ ເພື່ອວາງມາດຕະການຄຸ້ມຄອງເຂັ້ມງວດກວ່າເກົ່າ. ຊຸກຍູ້ການປູກໄມ້ຕິດພັນກັບການຟື້ນຟູລະບົບນິເວດຂອງປ່າໄມ້ເອງ, ປົກປັກຮັກສາປ່າໄມ້ໄປພ້ອມກັບການສົ່ງເສີມການທ່ອງທ່ຽວທາງທຳມະຊາດ.

4. ສຳລັບການພັດທະນາຊົນນະບົດຕິດພັນກັບການລຶບລ້າງຄວາມທຸກຍາກ: ການພັດທະນາຊົນນະບົດຕ້ອງຖືເອົາການຜະລິດກະສິກຳເປັນວຽກໃຈກາງ ຫຼື ອາດເວົ້າໄດ້ວ່າເປັນໝາກຫົວໃຈຂອງການພັດທະນາ ແລະ ຕ້ອງຮັບປະກັນຄວາມຍືນຍົງທາງດ້ານເສດຖະກິດ – ສັງຄົມ ແລະ ສະພາບແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ໃນນີ້, ຊາວກະສິກອນສາມາດຮັບເອົາວິທະຍາການກະສິກຳທັນສະໄໝຈະເປັນກຳລັງຕົ້ນຕໍໃນການຂັບເຄື່ອນຂະບວນການພັດທະນາກະສິກຳ ແລະ ຊົນນະບົດ. ການຈັດຕັ້ງການຜະລິດ ແລະ ສ້າງສັງຄົມຊົນນະບົດໃຫ້ມີຄວາມເຂັ້ມແຂງ.

ນອກຈາກນັ້ນ, ຕ້ອງເອົາໃຈໃສ່ສ້າງອາຊີບທີ່ໝັ້ນຄົງໃຫ້ກັບຊາວຊົນນະບົດດ້ວຍການຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມໃນກິດຈະການຕ່າງໆທີ່ຕິດພັນກັບວຽກງານກະສິກຳ ແລະ ຂະແໜງການອື່ນໆໃຫ້ເຂົາເຈົ້າເປັນເຈົ້າການໃນການຮ່ວມການຜະລິດອຸດສາຫະກຳ, ການປຸງແຕ່ງ, ການບໍລິການ ແລະ ອື່ນໆ ເພື່ອຫຼຸດຜ່ອນການຫຼັ່ງໄຫຼໄປຊອກວຽກເຮັດຢູ່ໃນຕົວເມືອງຂອງຊາວຊົນນະບົດ.


ທ່ານກ່າວຕື່ມວ່າ: ພ້ອມດຽວກັນນັ້ນ, ກະຊວງ ກປ ຕ້ອງສົມທົບກັບອົງການປົກຄອງທ້ອງຖິ່ນສຶກສາອົບຮົມ, ປຶກສາຫາລື, ລະດົມແນວຄວາມຄິດ, ປຸກລະດົມສະຕິການຕື່ນຕົວເປັນເຈົ້າການຂອງຊາວກະສິກອນໃຫ້ສູງຂຶ້ນ, ຕີຖອຍແນວຄິດເອື່ອຍອີງ, ແນວຄິດຄອຍຖ້າແຕ່ພາກລັດ, ອົງການຈັດຕັ້ງສາກົນ ຫຼື ບໍລິສັດເຂົ້າມາຊ່ວຍ.

ທີ່ມາ: ນສພ ເສດຖະກິດ-ການຄ້າ

© ໂຕະນໍ້າຊາ | tonamcha.com     
___________


Powered by Blogger.