Header Ads

ສະຫະພັນແມ່ຍິງ ຫສນຍ ສະຫຼຸບການເຄື່ອນໄຫວວຽກງານ ແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ​






ໃນຕອນເຊົ້າ ຂອງວັນທີ 06 ມີນາ 2018 ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງປະຈຳປີ 2017 ແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບ ຮອບ 108 ປີ (8 ມີນາ 1910 – 8 ມີນາ 2018) ທີ່ຫ້ອງປະຊຸມໃຫຍ່ ຫສນຍ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ບຸນໜັກ ຫຼວງລາດ ປະທານສະຫະພັນແມ່ຍິງ ຫສນຍ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ນ. ວຽງສະຫວັນ ດວງສະຫວັນ  ຄະນະພັກ, ຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າ ຄະນະພັກຮາກຖານ, ບັນດາໜ່ວຍພັກ ທີ່ສັງກັດ ຫສນຍ, ສະມາຊິກສະຫະພັນແມ່ຍິງ ຫສນຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.



ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານແມ່ຍິງ ປີ 2017 ແລະ ຜ່ານທິດທາງແຜນການ ປີ 2018 ຂອງສະຫະພັນແມ່ຍິງ ຫສນຍ, ສະຫຼຸບ ແລະ ຍ້ອງຍໍໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ຫສນຍ ປີ 2017 ແລະ ຜ່ານຂໍ້ແຂ່ງຂັນ 3 ດີ ປີ 2018 ພ້ອມທັງ ຮັບຟັງການຫວນຄືນມູນເຊື້ອ ແລະ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ. ຜ່ານການຕີລາຄາການເຄື່ອນໄຫວວຽກງານແມ່ຍິງ ປີ 2017 ເຫັນວ່າ ເອື້ອຍນ້ອງແມ່ຍິງທົ່ວ ຫສນຍ ສາມາດຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວໄດ້ເປັນຢ່າງດີ ໂດຍສະເພາະ ມູນເຊື້ອດຸໝັ່ນ, ອົດທົນ, ມີິນໍ້າໃຈເອື້ອເຟື້ອເພື່ອແຜ່, ມີຄວາມເສຍສະຫຼະ, ມີຄວາມຮັບຜິດຊອບ, ມີຄວາມສາມັກຄີ, ມີຄວາມຈິງໃຈ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ, ທັງສາມາດຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄື ແມ່ຍິງລາວບັນດາເຜົ່າ; ພ້ອມດຽວກັນນັ້ນ, ກໍ່ໄດ້ຄຽງບ່າຄຽງໄຫຼ່ ກັບເພດຊາຍ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່, ພາລະບົດບາດ ຂອງຕົນດ້ວຍຄວາມຮັບ ຜິດຊອບສູງ ແລະ ມີຜົນສຳເລັດເປັນຢ່າງດີ ໂດຍສະເພາະ ການເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ; ນອກຈາກນັ້ນ, ກໍ່ຍັງໄດ້ເອົາໃຈໃສ່ຍົກສູງບົດບາດຍິງ-ຊາຍ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງເອື້ອຍນ້ອງແມ່ຍິງ ໃຫ້ນັບສູງຂຶ້ນເປັນກ້າວໆ.



ສຳລັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະມາຊິກແມ່ຍິງ ຫສນຍ ປີ 2017 ຈາກສະມາຊິກສະຫະພັນແມ່ ຍິງທັງໝົດ 124 ສະຫາຍ, ສາມາດຕີລາຄາປະເມີນຜົນ ແລະ ຄັດເລືອກໄດ້ ແມ່ຍິງ 3 ດີ ປະເພດ 1 ມີ 103 ສະຫາຍ, ແມ່ຍິງ 3 ດີ ປະເພດ 2 ມີ 07 ສະຫາຍ. ສ່ວນການຫວນຄືນມູນເຊື້ອວັນແມ່ຍິງສາກົນ, ທ່ານ ນ. ຈັນດີ ປັນແກ້ວ ອາດີດປະທານສະຫະພັນແມ່ຍິງ ຫສນຍ ກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນແມ່ຍິງສາກົນ ພ້ອມທັງ ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການປະກອບສ່ວນສຳຄັນຂອງແມ່ຍິງລາວ ໂດຍສະເພາະ ການຍົກສູງຖານະບົດບາດ ແລະ ການມີສ່ວນຮ່ວມຂອງແມ່ຍິງ ເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງໃນອະດີດ ກໍ່ຄື ປະຈຸບັນ ເຊິ່ງລ້ວນແລ້ວແຕ່ໄດ້ປະກອບສ່ວນອັນສຳຄັນ ແລະ ໃຫຍ່ຫຼວງ, ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ, ຊື່ສຽງ ແລະ ຖານະບົດບາດຂອງ ສປປ ລາວ ນັບມື້ພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ເປັນກ້າວໆ.



ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ຊີ້ນຳ  ຂອງ ທ່ານ ປອ ນ. ວຽງສະ ຫວັນ ດວງສະຫວັນ ຄະນະພັກ ຫສນຍ, ຜູ້ຊີ້ນຳວຽກງານ ສະຫະພັນແມ່ຍິງ ຫສນຍ. ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ຜົນງານທີ່ສະຫະພັນແມ່ຍິງ ຫສນຍ ສາມາດຍາດມາໄດ້ໃນໄລຍະ 1 ປີຜ່ານມາ ພ້ອມທັງ ເນັ້້ນໜັກໃຫ້ ສະຫະ ພັນແມ່ຍິງ ຫສນຍ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນສຳເລັດ ຂອງເອື້ອຍນ້ອງແມ່ຍິງລາວ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ ໃຫ້ນັບມື້ພົ້ນເດັ່ນຂຶ້ນ; ເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນ ແໜ້ນໜາ, ມີຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ສ້າງຄວາມເຊື່ອມເສຍ ໃຫ້ແກ່ຖັນແຖວແມ່ຍິງລາວ ກໍ່ຄື ປະເທດຊາດ ແລະ ປະຊາຊົນ; ເປັນເຈົ້າການຜັນຂະຫຍາຍ ແລະ ຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ຢ່າງເຂັ້ມງວດ; ນຳເອົາຂໍ້ແຂ່ງຂັນ 3 ດີ (ເປັນເສ ນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ) ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານທີ່ຕົນເອງຮັບ ຜິດຊອບ ໃຫ້ມີຜົນສຳເລັດໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ; ເອົາໃຈໃສ່ຍົກຖານະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ຕໍ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍ່ຄື ການພັດທະນາວຽກງານແມ່ຍິງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ທຽບທັນກັບບັນດາອົງການຈັດຕັ້ງມະຫາຊົນອື່ນ; ອອກແຮງຈັດຕັ້ງປະຕິບັດວຽກງານຂະບວນການ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ມີເນື້ອໃນ, ຮັບປະກັນໄດ້ຄວາມສາມັກຄີ ບົນພື້ນຖານການຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ພັກ, ລັດ ແລະ ປະ ຊາຊົນມອບໝາຍໃຫ້ມີຜົນສຳເລັດ.
​​



ແຫລ່ງ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.