Header Ads

ທ່ານລັດຖະມົນຕີກະຊວງຕ່າງປະເທດເຂົ້າຮ່ວມກອງປະຊຸມ OECD ທີ່ປະເທດຍີ່ປຸ່ນ






ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ກ່ຽວກັບ ແຜນງານ OECD ສຳລັບພາກພື້ນຕາເວັນອອກສ່ຽງໃຕ້ (The Ministerial Conference of the OECD Southeast Asia Regional Programme) ໃນລະຫວ່າງວັນທີ 08-09 ມີນາ 2018 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ, ເຊິ່ງເປັນກອງປະຊຸມຄັ້ງທຳອິດໃນລະດັບລະດັບລັດຖະມົນຕີນັບຕັ້ງແຕ່ແຜນງານດັ່ງກ່າວໄດ້ຈັດຕັ້ງຂຶ້ນໃນປີ 2014.




ກອງປະຊຸມຄັ້ງນີ້ເປັນເວທີສຳຄັນໃນການເຕົ້າໂຮມບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງ ຈາກປະເທດອາຊີຕາເວັນອອກສຽງໃຕ້ ແລະ ປະເທດສະມາຊິກ OECD ເພື່ຶອມາປຶກສາຫາລື ແລະ ແລກປ່ຽນນະໂຍບາຍການພັດທະນາຂອງປະເທດຕົນ ກໍ່ຄືການມີສ່ວນຮ່ວມໃນການເຊື່ອມໂຍງ ແລະ ການພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ໂດຍສະເພາະໃນພາກພື້ນອາຊຽນພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງອາຊຽນ (Inclusive ASEAN)” ໂດຍການເປັນປະທານຮ່ວມຂອງ ທ່ານລັດຖະມົນຕີຕ່າງປະເທດຍີ່ປຸ່ນ ທ່ານລັດຖະມົນຕີກະຊວງການເງິນ ອິນໂອເນເຊຍ ແລະ ທ່ານເລຂາທິການໃຫຍ່ OECD.



ກອງປະຊຸມເນັ້ນໃສ່ 2 ບັນຫາສໍາຄັນ ຄື: ການມີສ່ວນຮ່ວມຜ່ານການເຊື່ອມຈອດ (Inclusiveness through Connectivity)  ແລະ ການມີສ່ວນຮ່ວມຜ່ານການເຂົ້າຮ່ວມ (Inclusiveness through Participation) ແນ່ໃສສົ່ງເສີມ ແລະ ເພີ່ມທະວີການຮ່ວມມືຫລາຍດ້ານເປັນຕົ້ນແມ່ນການເຊື່ອມໂຍງພື້ນຖານໂຄງລ່າງ, ແລກປ່ຽນຂໍ້ກຳນົດລະບຽບການໃນການອຳນວຍຄວາມສະດວກ ແລະ ຫຼຸດຜ່ອນສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ, ການສົ່ງເສີມບົດບາດຍິງຊາຍ, ການພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ລວມທັງການມີສ່ວນຮ່ວມຂອງພາກເອກະຊົນ, ເຊິ່ງບັນດາລັດຖະມົນຕີ ແລະ ຜູ້ແທນຂັ້ນສູງ ຈາກປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ປະເທດສະມາຊິກ OECD ໄດ້ແລກປ່ຽນປະສົບການ, ບົດຮຽນ ແລະ ຮ່ວມກັນກຳນົດທິດທາງນະໂຍບາຍລວມທີ່ຈຳເປັນຕໍ່ການເສີມສ້າງຄວາມເຂັ້ມແຂງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະພາກພື້ນອາຊຽນ.




ພ້ອມນີ້, ກອງປະຊຸມຍັງໄດ້ມີການມອບ-ຮັບໜ້າທີ່ຂອງປະທານຮ່ວມຜູ້ເກົ່າ (ຍີ່ປຸ່ນ ແລະ ອິນໂດເນເຊຍ) ໃຫ້ປະທານຮ່ວມຜູ້ໃໝ່ (ສ.ເກົາຫຼີ ແລະ ໄທ) ເພື່ອໃຫ້ປະທານຮ່ວມຜູ້ໃໝ່ ສາມາດປະຕິບັດໜ້າທີ່ໄດ້ໃນເດືອນເມສາ. ພ້ອມດຽວກັນ, ກອງປະຊຸມດັ່ງກ່າວ ໄດ້ດຳເນີນຄວບຄູ່ໄປກັບກອງປະຊຸມຄະນະຊີ້ນຳແຜນງານ ຄັ້ງທີ 4 (The Fourth Steering Group Meeting of SEARP) ຊຶ່ງມີເຈົ້າໜ້າທີ່ລະດັບສູງ ແລະ ບັນດາລັດຖະມົນຕີ ຂອງປະເທດອາຊຽນ ພ້ອມດ້ວຍຜູ້ຕາງໜ້າ ຂອງ ປະເທດສະມາຊິກ OECD ຖືກເຊີນເຂົ້າຮ່ວມ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຖານະຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມສອງຝ່າຍ, ເຊິ່ງໄດ້ພົບປະກັບການນຳທີ່ສໍາຄັນຂອງຝ່າຍຍີ່ປຸ່ນ ຄື: ວັນທີ 7 ມີນາ  2018, ໄດ້ພົບປະ (ຮັບປະທານອາຫານຄໍ່າແບບເຮັດວຽກ) ກັບ ຄູ່ຮ່ວມຕຳແໜ່ງ ທ່ານ ທະໂຣ ໂຄໂນະ (Mr. Taro KONO), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ, ເຊິ່ງກ່ອນຈະພົບປະສອງທ່ານລັດຖະມົນຕີຕ່າງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ຖະແຫຼງຂ່າວຮ່ວມກັນ.



 ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຕະຫລອດໄລຍະທີ່ຜ່ານມາ. ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນກ່ຽວກັບການຮ່ວມມືດ້ານຕ່າງໆ, ສະແດງຄວາມຊົມເຊີຍຕໍ່ພາກສ່ວນກ່ຽວຂ້ອງຂອງສອງປະເທດທີ່ໄດ້ພ້ອມກັນຜັນຂະຫຍາຍຜົນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນມິຖຸນາ 2017.

ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຕໍ່ທິດທາງການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການພັດທະນາພຶ້ນຖານໂຄງລ່າງ ຂອງ ສປປ ລາວ ເພື່ອເຊື່ອມໂຍງກັບພາກພຶ້ນ ແລະ ສາກົນ, ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ, ການພົວພັນຮ່ວມມືໃນຂອບພາກພື້ນແລະສາກົນ ແລະ ດ້ານອື່ນໆ.

ໃນໂອກາດຢ້ຽມຄັ້ງນີ້, , ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຊິນໂຊ ອາເບະ (H.E. Mr. Shinzo ABE), ນາຍົກລັດຖະມົນຕີຍີ່ປຸ່ນ; ໄດ້ພົບປະກັບ ທ່ານ ຄາຊູຢູກິ ນາກາເນະ (Mr. Kazuyuki NAKANE), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ; ທ່ານ ຟູມິໂອະ ກິຊິດະ         (Mr. Fumio KISHIDA), ປະທານຄະນະກຳມະການຄົ້ນຄວ້ານະໂຍບາຍ ຂອງ ພັກເສລີປະຊາທິປະໄຕຍີ່ປຸ່ນ, ອະດີດລັດຖະມົນຕີຕ່າງປະເທດຍີ່ປຸ່ນ; ທ່ານ ຕາເກໂອະ ຄາວາມູຣະ (Mr. Takeo KAWAMURA), ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ ແລະ ຄະນະ; ທ່ານ ຊິນອິຈິ ຄິຕາໂອກະ (Mr. Shinichi KITAOKA), ປະທານອົງການຮ່ວມມືສາກົນຍີ່ປຸ່ນ (ອົງການໄຈກາ).  ການຢ້ຽມຢາມຍີ່ປຸ່ນຄັ້ງນີ້, ຄະນະຝ່າຍລາວ ໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກຝ່າຍຍີ່ປຸ່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.


ທີ່ມາ: ກະຊວງການຕ່າງປະເທດ

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.