Header Ads

ປກສ ແຂວງຊຽງຂວາງ ກັກຕົວຜູ້ຕ້ອງຫາສອງຄົນພ້ອມຂອງກາງຢາບ້າ 18 000 ເມັດ ແລະ ເຮໂລອີນ 1 ຄູ່





ພະແນກສະກັດກັ້ນ  ແລະ ປາບປາມຢາເສບຕິດ  ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີຄົນບໍ່ດີເຄືອນໄຫວຄ້າຂາຍຢາເສບຕິດຢູ່ບໍລິເວນເຂດບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ . ດັ່ງນັ້ນ ເຈົ້າໜ້າທີ່ຈິ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຕິດຕາມແຫຼ່ງຂ່າວດັ່ງກ່າວເຫັນວ່າມີມູນຄວາມຈິງ.





ຕົກມາຮອດວັນທີ 6  ມີນາ 2018 ຈິ່ງພົບເຫັນເປົ້າໝາຍ ແລະ ກັກຕົວເປົ້າໝາຍໄດ້ສອງຄົນຄື:  ທ້າວ ຈັນຢ່າງ ອາຍຸ 20 ປີ  ແລະ ທ້າວເຢີຢາງ  ອາຍຸ 24 ປີ ທັງສອງເປັນ ປະຊາຊົນ ຢູ່ບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ  ພ້ອມຂອງກາງປະເພດຢາເສຍຕິດຈໍານວນ 1 ຄູ່  ເທົ່າກັບສອງແທ່ງ ໜັກ 1 ກິໂລກຣາມ  ແລະ ຢາບ້າ 3 ແພັກເທົ່າກັບ 18,000  ເມັດ ໜັກ 1,800 ກິໂລກຣາມ , ໂທລະສັບ 2 ໜ່ວຍ ແລະ ເງິນກີບທະນາຄານຈໍານວນໜຶ່ງ .






ຜ່ານການສອບສວນສືບສວນ ພວກ່ຽວໄດ້ຮັບສາລະພາບວ່າ :  ຢາເສບຕິດທີ່ເຈົ້າໜ້າທີ່ກວດພົບໃນຄັ້ງນີ້ແມ່ນເປັນຂອງພວກກ່ຽວແທ້ ເຊິ່ງໄດ້ຊື້ນໍາຄົນບໍ່ຮູ້ຈັກຊື່ ຈໍານວນ 3 ແພັກ ເທົ່າກັບ ເທົ່າກັບ 18,000  ເມັດ . ໃນຂະນະທີ່ຈະນໍາໄປຂາຍຕໍ່ໃຫ້ລູກຄ້າ  ພໍດີຮອດຈຸດນັດໝາຍຈິງຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີເສຍກ່ອນ. ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ພວມດໍາເນີດຄະດີຕາມລະບຽບກົດໝາຍ ແລະ ຂະຫຍາຍຜົນເພື່ອຕິດຕາມຊອກຈັບຜູ້ຄ້າຂາຍຮ່ວມຂະບວນດຽວກັນ.




ຂໍ້ມູນ: ປກສ ແຂວງຊຽງຂວາງ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 

___________


Powered by Blogger.