Header Ads

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ




ໃນຕອນບ່າຍຂອງວັນທີ 26 ມີນາ 2018 ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເລ ມິງ ຄາຍ ກຳມະການສູນກາງພັກ, ຫົວໜ້າຄະນະກວດກາລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ນັບແຕ່ວັນທີ 25-28 ມີນາ 2018 ນີ້.

ກ່ອນອື່ນ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເລ ມິງ ຄາຍ ພ້ອມດ້ວຍຄະນະ ໃນຄັ້ງນີ້, ອັນເປັນການສະແດງເຖິງໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ແລະ ສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງອົງການກວດກາລັດຖະບານຂອງສອງປະເທດ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາຄືນກ່ຽວກັບໝາກຜົນຂອງການພົວພັນຮ່ວມມື ຂອງສອງອົງການກວດກາລັດຖະບານ ໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນວຽກງານກວດກາລັດ, ການສະກັດກັ້ນ, ຕາ້ນການສໍ້ລາດບັງຫຼວງ ແລະ ການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງການກວດກາລັດຖະບານຂອງ ສປປ ລາວ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢືຢາມຖາມຂ່າວ ແລະ ອວຍ​ພອນໄປຍັງ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ທັງນີ້ກໍ່ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໂອກາດດັ່ງກ່າວ, ທ່ານ ເລ ມິງ ຄາຍ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ໄດ້ແຈ້ງຈຸດປະສົງຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ຜົນຂອງການປຶກສາຫາລື ແລະ ເຮັດວຽກຮ່ວມກັບອົງການກວດກາລັດຖະບານຂອງ ສປປ ລາວ ພ້ອມທັງ ຢັ້ງ ຢືນວ່າ: ສອງອົງການກວດກາລັດຖະບານ ຈະສືບຕໍ່ໃຫ້ການພົວພັນຮ່ວມມື, ລຽກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພັດທະນາວຽກງານດັ່ງກ່າວ ໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.


ແຫລ່ງ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.