Header Ads

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ລັດກູເວດ ປຶກສາຫາລືດ້ານການເມືອງ






ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ລັດກູເວດ ຄັ້ງທີ 2, ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2018, ທີ່ ກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ອາລີ ອາລ-ຊາອີດ (Ali Al-Saeed), ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ລັດກູເວດ.

ກອງປະຊຸມໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາ ແລະ ທົບທວນຄືນການຮ່ວມມືຜ່ານມາ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ເພື່ອແນ່ໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ໃຫ້ກ້າວເຂົ້າສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມພໍໃຈ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ລັດກູເວດ ຕະຫຼອດໄລຍະ 10 ປີ ທີ່ຜ່ານມາ, ທີ່ເຫັນວ່າ ການພົວພັນ ແລະ ຮ່ວມມືທີ່ດີທາງດ້ານການທູດ, ການເມືອງ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ ໃນຮັບການເສີມຂະຫຍາຍໃນທາງທີດີ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 14 ກໍລະກົດ 2008 ຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆຂອງສອງປະເທດ ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ພ້ອມທັງ ເຫັນດີສືບຕໍ່ປຶກສາຫາລືກັນ ເພື່ອຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນອະນາຄົດອັນໃກ້ນີ້ ແລະ ຊຸກຍູ້ໃຫ້ພາກສ່ວນຂະແໜງການຕ່າງໆ ໂດຍສະເພາະດ້ານການຄ້າການລົງທຶນ, ສືບຕໍ່ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງໃນການຮ່ວມມື ແລະ ຍົກລະດັບມູນຄ່າການຄ້າສອງຝ່າຍ ແລະ ສົ່ງເສີມການລົງທຶນໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນກວ່າເກົ່າ, ຊຸກຍູ້ໃຫ້ມີການໄປມາຫາສູ່ກັນ, ພົບປະແລກປ່ຽນລະຫວ່າງພາກທຸລະກິດ ລະຫວ່າງ ປະຊາຊົນກັບປະຊາຊົນ ໃຫ້ຫຼາຍຂຶ້ນ ກໍຄືການຮ່ວມມືກັນໂຄສະນາດ້ານການທ່ອງທ່ຽວ ແລະ ວັດທະນະທຳ, ຄວາມເປັນໄປໄດ້ໃນການຮ່ວມມືດ້ານຂົນສົ່ງ ແລະ ດ້ານແຮງງານ. ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືຂອງ ສອງກະຊວງການຕ່າງປະເທດ ລາວ-ກູເວດ ໃນໄລຍະຜ່ານມາ ທີ່ໄດ້ຮ່ວມກັນລົງນາມ 02 ເອກະສານຄື: ສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນທາງການທູດ ແລະ ລັດຖະການ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ລະຫວ່າງ ສອງສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ລາວ ແລະ ກູເວດ; ສອງຝ່າຍ ຍັງໄດ້ປຶກສາຫາລືກັນໃນການຈັດກິດຈະກຳຕ່າງໆທີ່ມີຄວາມໝາຍສຳຄັນ ເພື່ອສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູເວດ ຄົບຮອບ 10 ປີ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນຂະແໜງການຕ່າງໆ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນ ຂະແໜງກະສິກຳ ໂດຍສະເພາະຊົນລະປະທານ ແລະ ພະລັງງານ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.


ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນພາຍໃຕ້ບັນຍາກາດແຫ່ງມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ເຊິ່ງຈະເປັນພື້ນຖານອັນດີໃຫ້ແກ່ ການສືບຕໍ່ຮັດແໜ້ນ ແລະ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ-ກູເວດ ໃນຊຸມປີຕໍ່ໜ້າ.


ພາບ ແລະ ຂ່າວ: ວສລ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.