Header Ads

ງານໂຮມຊຸມນຸມໃຫຍ່ ສະເລີມສະຫລອງວັນສ້າງຕັ້ງແຂວງບໍ່ແກ້ວຄົບຮອບ 35 ປີ





ງານໂຮມຊຸມນຸມໃຫຍ່ສະເລີມສະຫລອງວັນສ້າງຕັ້ງແຂວງບໍ່ແກ້ວຄົບຮອບ 35 ປີ ໄດ້ຈັດຂຶ້ນທີ່ສະ ໜາມ ກິລາບ້ານປ່າອ້ອຍ ເມືອງຫວ້ຍຊາຍແຂວງບໍ່ແກ້ວ ໃນວັນທີ 26/03/2018. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັກ ຮອງປະທານປະເທດ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີການນຳພັກລັດ, ແຂກຮັບເຊີນ ພ້ອມດ້ວຍພະນັກງານ ທະຫານ-ຕຳຫລວດ ແລະປະຊາຊົນ ອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງຫຼວງຫລາຍ.




ໂອກາດ ຂຶ້ນກ່າວປາໃສຕໍ່ງານໂຮມຊຸມນຸມ ທ່ານ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ຮູ້ວ່າ: ແຂວງບໍ່ແກ້ວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 26/03/1983 ປະກອບມີ 3 ເມືອງ ທີ່ແບ່ງອອກຈາກແຂວງຫລວງນ້ຳທາຄື: ເມືອງຫວ້ຍຊາຍ, ເມືອງຕົ້ນເຜີ້ງ ແລະເມືອງເມິງ. ມີ 22 ຕາແສງ, 265 ບ້ານ, ມີ 13.843 ຄອບຄົວ ແລະມີພົນລະເມືອງ ທັງໝົດ 54,441 ຄົນ. ມາຮອດ ວັນທີ 2/07/1992 ສູນກາງພັກໄດ້ຕົກລົງ ໂອນເມືອງປາກທາ ແລະເມືອງຜາອຸດົມ ແຂວງອຸດົມໄຊ ໃຫ້ຂຶ້ນກັບແຂວງບໍ່ແກ້ວ. ປະຈຸບັນແຂວງບໍ່ແກ້ວປະກອບມີ 5 ເມືອງ 1 ເຂດເສດຖະກິດພິເສດສາມລ່ຽມຄຳ, ມີ 255 ບ້ານ ຈັດເປັນ 45 ກຸ່ມບ້ານ, ປະກອບມີ 13 ເຜົ່າ ມີພົນລະເມືອງທັງໝົດ 183.126 ຄົນ. ນັບແຕ່ມື້ສ້າງຕັ້ງແຂວງບໍ່ແກ້ວມາຮອດປະຈຸບັນ ຄະນະນຳ ໄດ້ອອກແຮງເຄື່ອນໄຫວຊີ້ນຳ-ນຳພາໃນທຸກຂົງເຂດວຽກງານ ເຮັດໃຫ້ແຂວງບໍ່ແກ້ວເຂັ້ມແຂງ ມີຄວາມສະຫງົບສຸກ, ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ໄດ້ຮັບການພັດທະນາໄປທາງທີ່ດີ, ການພັດທະນາເສດຖະກິດສັງຄົມ ມີການຂະຫຍາຍຢ່າງຕໍ່ເນື່ອງ ສະແດງແດງອອກໃນປີ 2017 ຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸໄດ້ 2.770,33 ຕື້ກີບ ຂະຫຍາຍຕົວຢູ່ໃນລະດັບ 7,7% ສະເລຍລາຍຮັບຕໍ່ຫົວຄົນ 1.776 ໂດລາຕໍ່ຫົວຄົນ. 





ໂອກາດເຂົ້າຮ່ວມ ງານໂຮມຊຸມນຸມໃຫຍ່ສະເລີມສະຫລອງວັນສ້າງຕັ້ງແຂວງບໍ່ແກ້ວຄົບຮອບ 35 ປີ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ຂຶ້ນມີຄວາມເຫັນຕໍ່ພິທີ ທ່ານ ໄດ້ຍົກໃຫ້ເຫັນວ່າ: ຕະຫລອດ 35 ປີແຫ່ງການປົກປັກຮັກສາ ແລະພັດທະນາແຂວງບໍ່ແກ້ວ ຜ່ານມາ ດວຍຄວາມບຸກບືນສູ້ຊົນຂອງປະຊາຊົນລາວບັນດາເຜົ່າຊາວແຂວງບໍ່ແກ້ວ ພາຍໃຕ້ການ ນຳພາຂອງອົງຄະນະພັກແຂວງໄດ້ເຮັດໃຫ້ແຂວງບໍ່ແກ້ວສາມາດຍາດຜົນງານອັນໃຫຍ່ຫລວງທີ່ພາກພູມໃຈ ແຕ່ທຽບໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແຂວງບໍ່ແກ້ວຕ້ອງອອກແຮງບຸກບືນສູ້ຊົນໃຫ້ສູງຂຶ້ນ, ຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນ, ເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນຂຸດຄົ້ນທ່າແຮງຢູ່ພາຍໃນຢ່າງແຂງແຮງ ໃນການຊຸກຍູ້ການຜະລິດເປັນສິນຄ້າ, ຫັນປ່ຽນຈາກເສດຖະກິດທຳມະຊາດໄປສູ່ເສດຖະກິດຕະຫລາດ, ປັບປຸງແບບແຜນການ ຊີ້ນຳນຳພາ ກົນໄກວິທີການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ເຂົ້າສູ່ລະບຽບ, ສ້າງຖ່ວງທ່າ ແລະ ພື້ນຖານອັນໜັກແໜ້ນ ເພື່ອນຳເອົາແຂວງບໍ່ແກ້ວຫຼຸດພົ້ນ ອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ 2020.





ນອກຈາກນີ້ ກອງພັນ 703 ກອງທັບປະຊາຊົນລາວ ຍັງໄດ້ນຳເອົານັກໂດດຈ້ອງ ໄປໂດດຈ້ອງໃຫ້ປະຊາຊົນຊາວແຂວງບໍ່ແກ້ວໄດ້ຊົມຕື່ມອີກ.


ພາບ ແລະ ຂ່າວ: ວສລ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.