Header Ads

ຄືບໜ້າແລ້ວ 50% ໂຄງການພະລັງງານໄຟຟ້ານໍ້າຫີນບູນຕອນລຸ່ມ ແຂວງຄໍາມ່ວນ




ທ່ານ ສົມພອນ ອຸດອນ ຜູ້ອຳນວຍການບໍລິສັດພະລັງງານ ຣາຊີຕາ ຈຳກັດກ່າວວ່າ: ໂຄງການດັ່ງກ່າວແມ່ນຕັ້ງຢູ່ ບ້ານຄຳແກ້ວ ເມືອຫີນບູນ ແຂວງຄຳມ່ວນ ເຊິ່ງໄດ້ຮັບການສົມທົບທຶນລະຫວ່າງຄອບຄົວ ແລະ ບັນດາໝູ່ຄູ່ ໂດຍແມ່ນທ່ານ ນາງ ບັນເຮືອງ ອຸດອນ ເປັນປະທານ. ເຊິ່ງບໍລິສັດເຫັນໄດ້ຄວາມສຳຄັນໃນການພັດທະນາດ້ານພະລັງງານໃນ ສປປ ລາວ ທີ່ເປັນພະລັງງານສະອາດ ເປັນພື້ນຖານເສດຖະກິດຂອງຊາດທີ່ມີຄວາມຍືນຍົງ ແລະ ບໍລິສັດຍັງໄດ້ຕັ້ງເປົ້າໝາຍເຮັດໃຫ້ເຂື່ອນ ດັ່ງກ່າວເປັນເຂື່ອນແບບຢ່າງທີ່ເປັນມິດກັບສິ່ງແວດລ້ອມ ໃນການສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມຫຼາກຫຼາຍສີສັນ, ມີການບໍລິການທາງດ້ານຮ້ານອາຫານ, ເຮືອນພັກ, ຕະຫຼາດ, ທາງຄົນຍ່າງ, ສວນດອກໄມ້, ບຶງບົວແດງ, ສວນນໍ້າ, ເຮືອນຳທ່ຽວ ແລະ ອື່ນໆ ທີ່ເປັນຈຸດທ່ອງທ່ຽວທີ່ໜ້າສົນໃນໃນອະນາຄົດ ແນໃສ່ສ້າງວຽກເຮັດງານທຳ ເພື່ອຍົກສູງຄຸນນະພາບຊີວິດຂອງ ປະຊາຊົນທີ່ຢູ່ໃນເຂດດັ່ງກ່າວຕື່ມອີກ.


ສະເພາະເຂື່ອນໄຟຟ້າແມ່ນໄດ້ເລີ່ມລົງມືກໍ່ສ້າງໃນ ເດືອນພະຈິກ 2016 ໃນມູນຄ່າການກໍ່ສ້າງທັງໝົດ 36,7 ລ້ານໂດລາສະຫະລັດ, ມີເນື້ອທີ່ສຳປະທານ 16 ເຮັກຕາ ແລະ ອາຍຸໃນການສຳປະທານທັງໝົດ 50 ປີ ມາຮອດປະຈຸບັນການ ກໍ່ສ້າງປະຕິບັດໄດ້ປະມານ 50% ແລະ ຄາດວ່າຈະໃຫ້ສຳເລັດການກໍ່ສ້າງພ້ອມເປີດການນຳໃຊ້ໃນຕົ້ນປີ 2019 ເຊິ່ງສາມາດ ຜະລິດກະແສໄຟຟ້າໄດ້ 15 ເມກະວັດ ຫຼື 79 ກິກກະວັດໂມງຕໍ່ປີ ໂດຍມີຈຸດປະສົງຜະລິດເພື່ອຮັບໃຊ້ຢູ່ພາຍໃນປະເທດ ໃນບ່ອນທີ່ຍັງຂາດໄຟຟ້າ ໂດຍສະເພາະແມ່ນສະໜອງພາຍໃນເມືອງຫີນບູນໃຫ້ມີໄຟຟ້າໃຊ້ຢ່າງພຽງພໍ.

ຂໍ້ມູນ: ຂ່າວຄໍາມ່ວນ
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.