Header Ads

ປະທານສະພາແຫ່ງຊາດ ພົບປະ ພໍ່ແມ່ປະຊາຊົນບ້ານກອງລໍ ເມືອງຄູນຄຳ ແຂວງຄຳມ່ວນ






ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ແລະ ພົບປະພໍ່ແມ່ປະຊາຊົນບ້ານ ກອງລໍ ເມືອງຄູນຄຳ ແຂວງຄຳມ່ວນ  ໃນວັນທີ 05 ມີນາ 2018 ໃຫ້ກຽດຕ້ອນຮັບຄະນະດັ່ງກ່າວໂດຍທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ມີຄະນະສະມາຊິກສະພາປະຊາຊົນແຂວງ, ສະພາປະຊາຊົນປະຈຳເມືອງ, ພະແນກການອ້ອມຂ້າງແຂວງ ແລະ ຂະປແໜງການທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.




ບ້ານກອງລໍ ປະກອບມີ 228 ຫຼັງຄາເຮືອນ, ມີພົນລະເມືອງ 1.488 ຄົນ ປະຊົນຊົນແມ່ນຢຶດຖືອາຊີບປູກຝັງ-ລ້ຽງສັດ ຕິດພັນກັບການທ່ອງທ່ຽວຂອງຖໍ້າກອງລໍ ທີ່ມີຊັບພະຍາກອນທີ່ອຸດົມສົມບູນ, ປ່າດົງດິບສະຫຼັບພູຜາຫີນປູນສູງຊັນ, ມີແມ່ນ*ຫີນບູນໄຫຼຜ່ານຖໍ້າ ທີ່ມີຄວາມຍາວ 7,5 ກິໂລແມັດ ເຊິ່ງປະຈຸບັນໄດ້ກາຍເປັນແຫຼ່ງທ່ອງທ່ຽວລະດັບຊາດ ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ບັນດານັກທ່ອງທ່ຽວຂະໜານນາມວ່າ “ຖໍ້າມະຫັດສະຈັນ ກອງລໍ-ນາຕານ” ແລະ ໄດ້ຮັບນາມມະຍົດເປັນບ້ານທ່ອງທ່ຽວມາດຕະຖານອາຊຽນ ໃນປີ 2017. 



ປະຈຸບັນບ້ານກອງລໍໄດ້ສ້າງຕັ້ງເປັນສະມາຄົມພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ເຊິ່ງປະກອບມີ 8 ກຸ່ມບໍລິການທີ່ຂຶ້ນກັບຄື: ກຸ່ມເຮືອນຳທ່ຽວເຂົ້າຖໍ້າ, ກຸ່ມນຳທ່ຽວຍ່າງປ່າ, ໂຮມສະເຕ, ລ່ອງເຮືອກາຍັກກິງ, ຫັດຖະກຳຕໍ່າຫູກ, ຝາກລົດນັກທ່ອງທ່ຽວ, ປູກຜັກປອດສານຜິດ ແລະ ກຸ່ມຂີລົດຖີບ ມີສະມາຊິກທັງໝົດ 220 ຄົນ. ນອກນັ້ນຍັງມີບັນດາຫົວໜ່ວຍທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ, ເຮືອນພັກລວມຂອງບ້ານ ແລະ ກຸ່ມບໍລິການຂົນສົ່ງເພື່ອຄອຍບໍລິການນັກທ່ອງທ່ຽວທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວແຫ່ງນີ້ ເຊິ່ງໃນປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຖໍ້າກງລໍທັງໝົດ 15,739 ເທື່ອຄົນ. ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 9,154 ເທື່ອຄົນ ສາມາດສ້າງລາຍຮັບໃຫ້ແກ່ຊຸມຊົນ 2 ຕື້ກວ່າກີບ, ສະເລ່ຍໃສ່ຄອບຄົວທີ່ເຮັດບໍລິການການທ່ອງທ່ຽວໄດ້ 9-10 ລ້ານກີບຕໍ່ປີ. ເຊິ່ງໃນໂອກາດດັ່ງກ່າວ ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກໍ່ໄດ້ໂອ້ລົມຕໍ່ພໍ່ແມ່ປະຊາຊົນ ກໍ່ຄືອຳນາດການປົກຄອງບ້ານ ເຊິ່ງທ່ານໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍກ່ຽວກັບແຫຼ່ງທ່ອງທ່ຽວຖໍ້າກອງລໍ ທີ່ໄດ້ມີການປັບປຸງປ່ຽນແປງພັດທະນາດີຂຶ້ນໃຫ້ສາມາດດຶງດູດຈິດໃຈຂອງນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມສະຖານທີ່ດັ່ງກ່າວມີການເພີ່ມຂຶ້ນໃນແຕ່ລະປີ, ເຮັດໃຫ້ລາຍຮັບ ແລະ ຊີວິດການເປັນຢຸ່ຂອງປະຊາຊົນມີການຫັນປ່ຽນດີຂຶ້ນກວ່າເກົ່າ ພ້ອມນັ້ນທ່ານຍັງຮຽກຮ້ອງໃຫ້ສືບຕໍ່ຮັກສາ ແລະ ພັດທະນາຜົນສຳເລັດດັ່ງກ່າວນີ້ໃຫ້ມີການປ່ຽນແປງດີຂຶ້ກວ່າເກົ່າ, ອຳນາກການປົກຄອງທີ່ກ່ຽວຂ້ອງຕ້ອງໄດ້ຍົກລະດັບໃນການຊີ້ນຳ-ນຳພາຕາມທິດທີ່ໄດ້ຮັບຜົນສຳເລັດໃຫ້ສູງຂຶ້ນໄປເລື້ອຍໆ



ການພັດທະນາມີລັກສະນະດີແລ້ວ ແຕ່ຕ້ອງມີການພັດທະນາໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບວຽກງານກໍ່ສ້າງ ແລະ ປັບປຸງວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ ເພາະວຽກງານດັ່ງກ່າວແມ່ນວຽກງານທີ່ຢູ່ແຖວໜ້າໃນການຕັດສິນບັນດາວຽກງານອື່ນໆ, ເອົາໃນໃສ່ສູ້ຊົນເຮັດໃຫ້ບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປເທື່ອລະກ້າວ, ສືບຕໍ່ການພັດທະນາເສດຖະກິດສັງຄົມທີ່ປະຕິບັດໄດ້ແລ້ວນີ້ເປັນເປັນຜົນສຳເລັດໃນລະດັບຕົ້ນ ຕິດພັນກັບການພັດທະນາທີມີຄຸນນະພາບຂອງການພັດທະນາໃຫ້ດີຂຶ້ນ ເປັນຕົ້ນແມ່ນການພັດທະນາດ້ານການປູກ-ການລ້ຽງ ຕິດພັນກັບການທ່ອງທ່ຽວ, ການປຸງແຕ່ງຜະລິດຕະພັນກະສິກຳຂອງຊາວບ້ານ, ໂດຍໄດ້ຈາກສະຕິປັນຍາ ແລະ ຫົວຄິດປະດິດສ້າງຂອງຊາວບ້ານໃຫ້ມີຫຼາກຫຼາຍສີສັນ ເປັນຕົ້ນແມ່ນການວາງສະແດງຜະລິດຕະພັນ, ການສະແດງວັດທະນະທຳ, ການເສີມຂະຫຍາຍຮີດຄອງປະເພນີອັນດີງານຂອງທ້ອງຖິ່ນ ເພື່ອສ້າງສິ່ງປະທັບໃຈແກ່ນັກທ່ອງທ່ຽວໄດ້ຫຼາຍຂຶ້ນ.


ຂໍ້ມູນ: ຂ່າວຄໍາມ່ວນ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.