Header Ads

ເລີ່ມການກໍ່ສ້າງອາຄານໂຮງໝໍມະໂຫສົດຫຼັງໃຫມ່



ພິທີເປີດໂຄງການກໍ່ສ້າງອາຄານໂຮງໝໍມະໂຫສົດຫຼັງໃໝ່ມີຂຶ້ນຢ່າງເປັນທາງການ ໃນວັນທີ 14 ທັນວາ 2018 ນີ້ ທີ່ໂຮງໝໍມະໂຫສົດ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮວ່ມໃນພິທີ ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ, ທ່ານ ວາງ ຊີຮຸ່ຍ ທີ່ປຶກສາດ້ານເສດຖະກິດ - ການຄ້າສະຖານທູດຈີນປະຈໍາ ສປປ.ລາວ. 



ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ ກ່າວວ່າ ໂຄງການກໍ່ສ້າງໂຮງໝໍມະໂຫສົດຊຶ່ງໄດ້ຮັບການຊ່ວຍເຫລືອລ້າຈາກ ປະຊາຊົນ ແລະ ລັດຖະບານ ສປ ຈີນ ເປັນໂຄງການໃຫຍ່ ແລະ ສຳຄັນຍິ່ງ. ພາຍຫລັງທີ່ມີການ ຈັດພິທີວາງຫິນສີລາລຶກ ໃນປີ 2017 ຜ່ານມາ ປະຊາຊົນໃນທົ່ວປະເທດ ກໍຄືບັນດາອົງການຈັດຕັ້ງສາກົນ, ຕ່າງປະເທດ ກໍຮັບຊາບທົ່ວເຖິງ ແລະ ມີຄວາມຫວັງ, ມີຄວາມດີໃຈທີ່ຈະມີໂຮງໝໍທີ່ທັນສະໄໝເກີດຂຶ້ນ.



ໂຄງການກໍ່ສ້າງໂຮງໝໍມະໂຫສົດເປັນໂຄງການໃຫຍ່ກວ່າໝູ່, ຕຽງຫຼາຍກວ່າໝູ່, ມູນຄ່າລົງທຶນຫຼາຍກວ່າໝູ່, ມາດຕະຖານໃນການກໍ່ສ້າງສູງກວ່າໝູ່ໃນບັນດາໂຄງການຊ່ວຍເຫຼືອສ້າງໂຮງໝໍ ຂອງ ສ.ປ ຈີນ ໃຫ້ແກ່ບັນດາປະເທດຕ່າງໆຜ່ານມາ ແລະ ກໍເປັນໂຄງການທີ່ມີຄວາມໝາຍສໍາຄັນເຊິ່ງ ປະມຸກລັດ ຂອງ ສ.ປ.ປ ລາວ ແລະ ສ.ປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີວາງສີລາລຶກໄປແລ້ວໃນວັນທີ່ 14 ພະຈິກ 2017.

ທ່ານ ເສີນເຣີ້ນ ຕາງໜ້າ ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ກ່າວວ່າໂຄງການກໍ່ສ້າງໂຮງໝໍມະໂຫສົດແມ່ນຈະມີການມ້າງອາຄານເກົ່າສ່ວນໜຶ່ງເພື່ອກໍ່ສ້າງອາຄານໜຶ່ງມີຕຽງ 600 ຕຽງ ແລະ ທີ່ທັນສະໄໝ ແລະ ມີການຄຸ້ມຄອງເປັນວິທະຍາ. ເນື້ອທີ່ທັງໝົດຂອງໂຄງການແມ່ນ 30.300 ຕາແມັດ, ເນື້ອທີ່ການກໍ່ສ້າງແມ່ນ 54.800 ຕາແມັດ ໃນນັ້ນການກໍ່ສ້າງໃຕ້ດິນປະມານ 10.000 ຕາແມັດ,ອາຄານຕົ້ນຕໍລວມມີ ອາຄານກວດກາສັງລວມ 5 ຊັ້ນ, ອາຄານເຕັກນິກ 4 ຊັ້ນ,ອາຄານນອນຄົນເຈັບ 8 ຊັ້ນ, ອາຄານພະຍາດຊຶມເຊື້ອແຖບຮ້ອນ 4 ຊັ້ນ, ອາຄານຫໍລາຍງານ 1 ຊັ້ນ ແລະ ຫ້ອງໃຕ້ດິນເປັນຕົ້ນ,ທັງໝົດມີຫົກພາກສ່ວນ.



ໃນການອອກແບບການກໍ່ສ້າງ, ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ຈະອອກແບບຕາມຊົງລາວ ແລະ ຫຼຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມໃຫ້ຫຼາຍທີ່ສຸດ, ແຕ່ລະຂັ້ນຕອນຂອງການກໍ່ສ້າງກໍ່ປະຕິບັດຕາມຫຼັກການຮັກສາສິ່ງແວດລ້ອມ,ເປັນສີຂຽວ ແລະ ປະຢັດພະລັງງານ.


ເມື່ອສ້າງສໍາເລັດແລ້ວ ໂຮງໝໍມະໂຫສົດຈະເປັນໂຮງໝໍແຫ່ງໜຶ່ງທີ່ມີອຸປະກອນ ແລະ ເຄື່ອງຈັກທັນສະໄໝທີ່ສຸດ, ມີບົດບາດໃນການປິ່ນປົວ ແລະ ການແພດສົມບູນກວ່າເກົ່າ, ສາມາດຮັບຄົນເຈັບ ຕະຫຼອດ 24 ຊົ່ວໂມງ.  ທ່ານ ກ່າວອີກວ່າ ໂຄງການດັ່ງກ່າວຈະຊ່ວຍຊຸກຍູ້ສົ່ງເສີນການພັດທະນາເສດຖະກິດ ແລະ ເປັນຂີດຫຼັກໝາຍອັນສໍາຄັນໃນປະຫວັດສາດມິດຕະພາບ ລາວ-ຈີນ, ຜູ້ພັດທະນາຈະຖືໂຄງການນີ້ເປັນໂອກາດເພື່ອເປີດ ແລະ ຄົ້ນຄວ້າວິທີການຮ່ວມມືແບບໃໝ່ທາງດ້ານການແພດລະຫວ່າງສອງປະເທດລາວ-ຈີນ.


ທີ່ມາ: ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.