Header Ads

ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3 ທີ່ນະຄອນຫຼວງວຽງຈັນ



ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( Joint Cabinet Retreat-JCR ) ຄັ້ງທີ 3, ລະຫວ່າງວັນທີ 13 ຫາ 14 ທັນວານີ້ ທີ່ນະຄອນຫຼວງວຽງຈັນ.





ໃນກອງປະຊຸມຄັ້ງນີ້, ພະນະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເປັນຫົວໜ້າຄະນະຜູ້ແທນ ແລະ ປະທານຮ່ວມຝ່າຍລາວ ແລະ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທເປັນຫົວໜ້າຄະນະຜູ້ແທນ ແລະ ປະທານຮ່ວມຝ່າຍໄທ, ໃນໂອກາດນີ້, ພະນະ ທ່ານ ທອງລຸນ ສີສຸລິດ ໄດ້ຕ່າງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈຢ່າງສູງມາຍັງກະສັດຂອງໄທ ແລະ ພະບໍລົມວົງສານຸວົງ ທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າທີ່ໄດ້ຊ່ວຍເຫຼືອລາວ ໂດຍສະເພາະປະຊາຊົນຜູ້ປະສົບໄພພິບັດເມືອງສະໜາມໄຊ, ແຂວງອັດຕະປື ໃນເດືອນ ກໍລະກົດປີນີ້, ຊື່ງການຊ່ວຍເຫຼືອດັ່ງກ່າວໄດ້ເປັນກຳລັງໃຈທີ່ສຳຄັນໃຫ້ຜູ້ປະສົບໄພ. ສ່ວນ ພົນເອກ ປຣະຢຸດ ຈັນໂອຊາ ກໍ່ໄດ້ຕາງໜ້າໃຫ້ລັດຖະບານໄທຄືຢືນໃຫ້ການຊ່ວຍເຫຼືອເພີ່ມເຕີມຢູ່ພື້ນທີ່ປະສົບໄພໃນໄລຍະຟື້ນຟູ ໂດຍຈະດຳເນີນໂຄງການສ້າງທີ່ພັກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, ການສ້ອມແປງຂົວທີ່ແຂວງອັດຕະປື ແລະ ໃຫ້ການຮ່ວມມືທາງດ້ານນິຕິວິທະຍາສາດ ເພື່ອພິສູດອັດຕະລັກຜູ້ເສຍຊີວິດຈາກເຫດການດັ່ງກ່າວຕາມການສະເໜີຂອງຝ່າຍລາວ.



ໃນໂອກາດນີ້, ສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍໃນຫຼາຍໆດ້ານ, ເຊິ່ງສອດຄ່ອງກັບຫຼັກການພື້ນຖານທີ່ລະບຸໄວ້ໃນຖະແຫຼງການຮ່ວມ ໃນໂອກາດການມາຢ້ຽມຢາມລາວຢ່າງເປັນທາງການ ພົນເອກ ກຽງສັກ ຊະມະນັນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ, ໃນເດືອນມັງກອນ 1979 ແຫຼງການຮ່ວມໃນໂອກາດການຢ້ຽມຢາມ ຣາຊະອານາຈັກໄທຢ່າງເປັນທາງການຂອງ ພະນະທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີລາວ ໃນເດືອນເມສາ 1979 ສົນທິສັນຍາມິດຕະພາບ ແລະ ການຮ່ວມມືປີ 1992 ລະຫວ່າງສອງປະເທດເປັນການຕອບສະໜອງກັບຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ໄທຢ່າງແທ້ຈິງ ເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ, ພ້ອມນັ້ນ ສອງຝ່າຍຍັງໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການພົວພັນຮ່ວມມືລາວ-ໄທ ໃນໄລຍະຜ່ານມາ ຊື່ງມີເອກະລັກພິເສດຖານບ້ານໃກ້ເຮືອນຄຽງ ແລະ ຍາດພີ່ນ້ອງໃກ້ຊິດສະໜິດສະໜົມກັນມາແຕ່ດົນນານ ແລະ ເຫັນວ່າ ຜົນຂອງກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ແບບບໍ່ເປັນທາງການໃນຄັ້ງນີ້ ໄດ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ໃຫ້ມີການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ເພື່ອເປັນພື້ນຖານອັນໜັກແໜ້ນກ້າວໄປສູ່ການຍົກລະດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນສອງປະເທດ, ໃນກອງປະຊຸມຄັ້ງນີ້ ສອງຝ່າຍຍັງໄດ້ປືກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນໃນ 3 ບັນຫາໃຫຍ່ຄື ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືທາງດ້ານເສດຖະກິດ, ການຮ່ວມມືດ້ານສັງຄົມ ແລະ ການພັດທະນາ, ລັດຖະບານສອງປະເທດເຫັນດີໃຫ້ສ້າງແຜນຍຸດທະສາດຮ່ວມ ລາວ-ໄທ ດ້ານການພັດທະນາໄລຍະ 5 ປີ 2019 ຫາ 2023 ແລະ ມອບໝາຍໃຫ້ກະຊວງທີ່່ກ່ຽວຂ້ອງທັງສອງປະເທດນຳໄປປືກສາຫາລືກ່ຽວກັບລາຍລະອຽດຮ່ວມກັນຕໍ່ໄປ. ພ້ອມດຽວກັນນັ້ນ ສປປ ລາວ ຈະສະໜັບສະໜູນການເປັນປະທານໝູນວຽນອາຊຽນຂອງ ຣາຊະອານາຈັກໄທໃນປີ 2019. ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການຄັ້ງທີ 3 ໃນຄັ້ງນີ້ ໄດ້ດຳເນີນໄປໃນບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ.



ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ມີຖະແຫຼງຂ່າວຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ອັນເປັນການຕອບສະໜອງຕໍ່ສິດຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ ເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ. ສອງຝ່າຍຍັງໄດ້ຢັ້ງຢືນສືບຕໍ່ເພີ່ມທະວີສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂື້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ການສ້າງປະຊາຄົມເສດຖະກິດອາຊຽນໃຫ້ມີຄວາມເຂັ້ມແຂງຍິ່ງຂື້ນ, ໂດຍສະເພາະການຮ່ວມທຶນນຳກັນ ເພື່ອສ້າງຖານການຜະລິດອັນດຽວກັນ, ເພື່ອຈະສົ່ງເສີມການຄ້າໃຫ້ເຕີບໂຕໄວຂື້ນ. ກອງປະຊຸມໄດ້ທົບທວນຄືນຜົນການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງການເສີມຂະຫຍາຍການພົວພັນ ລະຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບົດບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາແບບຍືນຍົງໃນອານາຄົດ.



ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ-ໄທ ຍັງໄດ້ເຂົ້າຮ່ວມເປັນສັກຂີພະຍານການລົງນາມບັນດາເອກະສານ ຄື: ຖະແຫຼງການຮ່ວມ ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳ, ບົດບັນທຶກການຮ່ວມມື ໃນຂົງເຂດການຄົມມະນາຄົມຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານການສຶກສາທິການ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ, ຂອບການຮ່ວມມື ວ່າດ້ວຍ ການກວດຄົນເຂົ້າ-ອອກເມືອງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຊື້-ຂາຍໄຟຟ້າ ລາວ-ໄທ.


ຕອນທ້າຍ, ຄະນະຜູ້ແທນ ຣາຊະອານາຈັກໄທ ໄດ້ສະແດງຄວມຂອບໃຈ ຕໍ່ຄະນະຜູ້ແທນ ສປປ ລາວ ທີ່ໃຫ້ການຕ້ິອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກເປັນຢ່າງດີ ແລະ ການຈັດກອງປະຊຸມຄັ້ງນີ້.

ທີ່ມາ: ວສລ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.