Header Ads

ການນຳໃຊ້ອິນເຕີເນັດ ມີບົດບາດສຳຄັນໃນການດຳເນີນທຸລະກິດ ໃນຍຸກດີຈີຕອນ



ປັດຈຸບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ຫລື ເອີ້ນວ່າ ICT ໄດ້ພັດທະນາຢ່າງກ້າວກະໂດດ ແລະ ສືບຕໍ່ປ່ຽນແປງໃນອະນາຄົດ, ດັ່ງນັ້ນ, ການນຳໃຊ້ອິນເຕີເນັດ ແມ່ນມີບົດ ບາດສຳຄັນຫລາຍ ໃນຊີວິດປະຈຳວັນ ແລະ ການດຳເນີນທຸລະກິດ ໂດຍສະເພາະການຊື້-ຂາຍສິນຄ້າ ໄດ້ກ້າວໄປສູ່ຍຸກດີຈີຕອນ.

ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ທັນວາ 2018 ວ່າ: ໃນຍຸກອຸດສາຫະກຳ 4.0 ມີຫລາຍຢ່າງໄດ້ຫັນປ່ຽນຈາກອັນນາລ໋ອກ ມາເປັນດີຈີຕອນ, ການຕິດຕໍ່ສື່ສານໃນຍຸກອອນລາຍ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ພັດທະນາຂຶ້ນເລື້ອຍໆ ແລະ ເຖິງເວລາແລ້ວ ທີ່ຈະຕ້ອງມີກົດໝາຍ ຫລື ນິຕິກຳ ໃນການຄຸ້ມຄອງວຽກງານດັ່ງກ່າວ. ຂ້າພະເຈົ້າຄິດວ່າກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫລາຍ, ເຊິ່ງຈະເປັນເຄື່ອງມືໃນການຄຸ້ມຄອງທີ່ສຳຄັນຕໍ່ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ ແລະ ທັນກັບຍຸກສະໄໝ. ຄຽງຄູ່ກັບຄວາມທັນສະໄໝນັ້ນກໍມີກັບຄວາມສ່ຽງ ແລະ ມີຄວາມຈຳເປັນຫລາຍ ທີ່ຕ້ອງໄດ້ສ້າງບຸກຄະລາກອນ ໂດຍຮຽກຮ້ອງໃຫ້ມີການສ້າງຫລັກສູດ ການຮຽນການສອນດ້ານໄອຊີທີ ໃຫ້ເປັນວິຊາຫລັກ ທີ່ກຳນົດເຂົ້າໃນກະຊວງສຶກສາທິການ ແລະ ກິລາ ເພື່ອປູພື້ນຖານ ໃນການພັດທະນາບຸກລະລາກອນ ແລະ ຮັບມືກັບຍຸກທີ່ທັນສະໄໝ.

ທີ່ມາ: ຂປລ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.