Header Ads

ທະນາຄານໂລກ ຊີ້ ຈີດີພີ ລາວ ຈະຢູ່ທີ່ 6.7 ເປີເຊັນ ເນັ້ນໃຫ້ສຸມໃສ່ພັດທະນາ 5 ຂົງເຂດ



ອີງຕາມການລາຍງານຂອງ ນສພ ເສດຖະກິດ-ການຄ້າ  ວ່າ: ຕົ້ນເດືອນຕຸລາຜ່ານມາ ທະນາຄານໂລກ ໄດ້ຄາດຄະເນການເຕີບໂຕ ຈີດີພີ ຂອງ ສປປ ລາວ ໃນປີ 2018 ຈະຢູ່ໃນລະດັບ 6,7% ແລະ 6,9% ໃນປີ 2019 ແລະ 2020 ຕົກມາຮອດວັນທີ 10 ເດືອນທັນວາ ທະນາຄານໂລກ ໄດ້ເນັ້ນໃຫ້ບັນດາປະເທດພາກພື້ນອາຊີຕາເວັນອອກ ແກ້ໄຂບັນຫາທ້າທາຍທີ່ເກີດຂຶ້ນໃໝ່ທັງພາຍນອກ ແລະ ພາຍໃນໃຫ້ໄດ້ຢ່າງມີປະສິດພາບ ລວມທັງສຸມໃສ່ບຸລິມະສິດທີ່ເຄີຍເຮັດຜ່ານມາຢູ່ໃນ 5 ຂົງເຂດ.

ບົດລາຍງານດັ່ງກ່າວໄດ້ເຜີຍແຜ່ໃນວັນທີ 10 ທັນວາ 2018 ທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ ເສດຖະກິດຂອງພາກພື້ນອາຊີຕາເວັນອອກທີ່ຟື້ນຕົວຄືນ, ການເດີນທາງໃນໂລກທີ່ກຳລັງປ່ຽນແປງ ” ໄດ້ລະບຸວ່າ: ຄວາມກ້າວໜ້າຢ່າງຫຼວງຫຼາຍໃນໄລຍະທີ່ຜ່ານມາ ບໍ່ສາມາດຮັບປະກັນໄດ້ວ່າຈະສືບຕໍ່ໃນອະນາຄົດ ເພື່ອຮັກສາຜົນສຳເລັດດັ່ງກ່າວໃຫ້ມີຄວາມຍືນຍົງ, ຕົວແບບການພັດທະນາທີ່ຂັບເຄື່ອນເສດຖະກິດທີ່ເອີ້ນວ່າຄວາມມະຫັດສະຈັນຂອງເສດຖະກິດອາຊີຕາເວັນອອກ ຈະຕ້ອງໄດ້ມີການປັບຕົວເຂົ້າກັບສະພາບເຕັກໂນໂລຊີທີ່ມີການປ່ຽນແປງ, ການເຕີບໂຕທາງດ້ານການຄ້າທີ່ມີຄວາມຊັກຊ້າລົງ ແລະ ສະພາບການປ່ຽນແປງຂອງປະເທດຕ່າງໆ.

ທ່ານ ນາງ ວິກໂຕເຣຍ ກວາກວາ ຮອງຫົວໜ້າທະນາຄານໂລກ ຜູ້ຊີ້ນໍາວຽກງານໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: ພາກພື້ນອາຊີຕາເວັນອອກທີ່ກໍາລັງພັດທະນາຢູ່ນັ້ນເປັນພາກພື້ນທີ່ປະສົບຜົນສໍາເລັດສູງທີ່ສຸດໃນໄລຍະ 25 ປີ ທີ່ຜ່ານມາ ນັບແຕ່ປີ 2000 ຈີດີພີ ( GDP ) ຂອງພາກພື້ນດັ່ງກ່າວໄດ້ເພີ່ມຂຶ້ນຫຼາຍກວ່າສາມທົບ ເຊິ່ງໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຫຼາຍກວ່າໜຶ່ງຕື້ຄົນ. ຄຽງຄູ່ກັບ ຄວາມກ້າວໜ້າດັ່ງກ່າວນີ້ ເມື່ອທຽບກັບບັນດາປະເທດທີ່ມີລາຍຮັບສູງເຫັນວ່າຍັງມີຊ່ອງວ່າງ ລະຫວ່າງບັນດາປະເທດໃນພາກພື້ນທາງດ້ານປະສິດທິພາບຂອງແຮງງານ, ຕົ້ນທຶນດ້ານຊັບພະຍາກອນມະນຸດ ແລະ ມາດຖານການດໍາລົງຊີວິດ.

ບົດລາຍງານສະບັບໃໝ່ນີ້ຈຶ່ງໄດ້ລົງເລິກສຶກສາວ່າ ຕົວແບບການພັດທະນາທີ່ປະສົບຜົນສໍາເລັດມາຮອດປັດຈຸບັນ ອາດຈະບໍ່ພຽງພໍສໍາລັບການພັດທະນາໃນອະນາຄົດ ໂດຍສະເພາະໃນໄລຍະທີ່ບັນດາປະເທດຢູ່ໃນພາກພື້ນກໍາລັງກ້າວຜ່ານຈາກປະເທດທີ່ມີລາຍຮັບປານກາງໄປສູ່ປະເທດທີ່ມີລາຍຮັບສູງ.

ໃນເຄິ່ງສະຕະວັດທີ່ຜ່ານມາ ໄດ້ມີຫຼາຍປະເທດໃນພາກພື້ນທີ່ເປັນປະເທດທຸກຍາກ ໂດຍມີເສດຖະກິດເອື່ອຍອີງໃສ່ກະສິກໍາແບບປະຖົມປະຖານ ແລະ ສູ້ຊົນກັບບັນຫາຄວາມຂັດແຍ່ງ ຫຼື ການວາງແຜນແບບລວມສູນ ແຕ່ໃນປັດຈຸບັນພາກພື້ນດັ່ງກ່າວມີກິດຈະກຳເສດຖະກິດທີ່ຟົດຟື້ນ ໂດຍປະກອບມີທັງປະເທດທີ່ມີລາຍຮັບສູງ ແລະ ປານກາງ ເຊິ່ງກວມເອົາສັດສ່ວນເກືອບໜຶ່ງສ່ວນສາມຂອງ GDP ຂອງໂລກ; ຫຼາຍກວ່າ 90% ຂອງປະຊາກອນຢູ່ໃນພາກພື້ນອາຊີຕາເວັນອອກໃນປັດຈຸບັນແມ່ນອາໄສຢູ່ໃນ 10 ປະເທດທີ່ມີລາຍຮັບປານກາງ ຄື: ກໍາປູເຈຍ, ຈີນ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມົງໂກລີ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ ເຊິ່ງປະເທດເຫຼົ່ານີ້ສາມາດກ້າວໄປສູ່ການເປັນປະເທດທີ່ມີລາຍຮັບສູງໄດ້ໃນອະນາຄົດຂ້າງໜ້າ.


ທີ່ມາ: ນສພ ເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.