Header Ads

ກົມອຸຕຸນິຍົມແລະອຸທົກກະສາດ ແຈ້ງເຕືອນ ສະບັບທີ 2 ລະຫວ່າງ ວັນທີ 7-10 ມີນາ 2018



ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ “ສະບັບທີ 2” ເລື່ອງເຕືອນໄພຝົນຕົກຟ້າຮ້ອງຟ້າເຫຼື້ອມ,  ລົມພັດແຮງ ແລະ ໝາກເຫັບຕົກ ໂດຍການອອກແຈ້ງການສະບັບເລກທີ 0212/ກອຕທ ລົງວັນທີ 6 ມີນາ 2018 ທີ່ນະຄອນຫຼວງວຽງຈັນ ເຊິ່ງລາຍລະອຽດທີດັ່ງລຸ່ທນີ້ :


- ວັນທີ 6 - 9   ມີນາ 2018 : ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ ແລະ ໄຊສົມບູນ

- ວັນທີ 7-10 ມີນາ 2018 :  ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫົວພັນ, ຜົ້ງສາລີ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊຍະບູລີ, ​ຫຼວງພະບາງ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊ.


ຂໍ້ມູນກົມອຸຕຸນິຍົມ ແລະ ອຸທົກກະສາດ 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.