Header Ads

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ໂຄງການທາງລົດໄຟ ແລະ ເຂື່ອນໄຟຟ້ານໍ້າອູ 2





ໃນໂອກາດທີ່ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງການ ເງິນ ພ້ອມດ້ວຍຄະນະ ໄປ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຊຸກຍູ້ການຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງ ລັດປີ 2018 ຢູ່ແຂວງຫຼວງພະ ບາງ, ໃນທ້າຍເດືອນກຸມພາ ຜ່ານມາ ທ່ານຮອງນາຍົກລັດ ຖະມົນຕີ ພ້ອມດ້ວຍຄະນະໄດ້ ຢ້ຽມຢາມໂຄງການກໍ່ສ້າງທາງ ລົດໄຟມິດຕະພາບລາວ-ຈີນ ແລະ ໂຄງການກໍ່ສ້າງເຂື່ອນ ໄຟຟ້ານໍ້າອູ 2 ໂດຍການຕ້ອນ ຮັບຂອງທ່ານ ຄຳຂັນ ຈັນທະວີ ສຸກ ເຈົ້າແຂວງຫຼວງພະບາງ, ມີຄະນະນຳຂອງແຂວງ, ຕາງ ໜ້າໂຄງການກໍ່ສ້າງທາງລົດ ໄຟມິດຕະພາບລາວ-ຈີນ, ໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າອູ, ພ້ອມພະນັກງານວິຊາການ ເຂົ້າຮ່ວມ. ການເຄື່ອນໄຫວຢ້ຽມຢາມ ຄັ້ງນີ້ ທ່ານຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະໄດ້ຮັບ ຟັງການລາຍງານໂດຍສັງເຂບ ກ່ຽວກັບແຜນຜັງໄລຍະການກໍ່ ສ້າງຂອງໂຄງການກໍ່ສ້າງທາງ ລົດໄຟມິດຕະພາບລາວ-ຈີນ ຜ່ານແຂວງຫຼວງພະບາງແມ່ນ ມີຄວາມຍາວທັງໝົດ 80 ກວ່າ ກິໂລແມັດ, ໃນນັ້ນ ເຂດທີ່ເຈາະ ພູເປັນອຸໂມງມີໄລຍະທາງ 3.800 ແມັດ ໂດຍໄດ້ໃຊ້ແຮງ ງານຈີນ ແລະ ແຮງງານລາວ ເປັນຈຳນວນຫຼາຍສົມຄວນ, ແມ່ນໄດ້ເລີ່ມການກໍ່ສ້າງແຕ່ ຕົ້ນປີ 2016 ຊຶ່ງໂຄງການດັ່ງ ກ່າວ ມີໄລຍະການກໍ່ສ້າງແຕ່ ປີ 2016 ຫາປີ 2020 ຈຶ່ງສຳ ເລັດ 100%.




ສ່ວນໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າອູ 2 ແມ່ນມີກຳລັງການຜະລິດໄຟ ຟ້າມີ 1.900 ກວ່າກິໂລວັດ, ນຳໃຊ້ທຶນການກໍ່ສ້າງທັງໝົດ 2.800 ລ້ານໂດລາ, ໃຊ້ແຮງ ງານທັງໝົດ 400 ຄົນ, ໃນນັ້ນ ເປັນແຮງງານລາວຈຳນວນ 300 ຄົນທີ່ມາຈາກ 15 ບ້ານ ໃນ 4 ແຂວງພາກເໜືອ. ສຳລັບເຂດບ້ານທີ່ໄດ້ຮັບ ຜົນກະທົບຈາກໂຄງການແມ່ນ ໄດ້ມີການກໍ່ສ້າງບ້ານ ແລະ ເຂດຈັດສັນໄວ້ເປັນທີ່ຮຽບຮ້ອຍ ແລ້ວ. 


ພາບ-ຂ່າວ: ກະຊວງການເງິນ
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.