Header Ads

ລັດຖະມົນຕີ ຮສສ ຕ້ອນຮັບ ເອກອັກຄະຣັດຖະທູດ ປະເທດ ສ. ເກົາຫລີ ຄົນໃໝ່ ປະຈຳ ສປປ ລາວ





ໃນວັນທີ 5 ມີນາ 2018ນີ້, ທີ່ຫ້ອງຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ )ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້ຕ້ອນຮັບ ການເຂົ້າຢຽ້ມຂ່ຳນັບ ຂອງ ທ່ານ Shin Sung – soom ເອກອັກຄະຣັດຖະທູດແຫ່ງ ສ. ເກົາຫລີ ປະຈຳ ສປປ ລາວ ໃນໂອກາດທີ່ ທ່ານໄດ້ມາດຳລົງຕຳແໜ່ງ ເປັນເອກອັກຄະຣັດຖະທູດ ຄົນໃໝ່ ປະຈຳລາວ.





ໃນໂອກາດນີ້, ທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງ ທີ່ທ່ານ Shin Sung – soom ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະຣັດຖະທູດ ຄົນໃໝ່ ປະຈຳ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສວ່ນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມສ້າງສາຍພົວພັນການຮວ່ມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງລາວ ກັບ ສ. ເກົາຫລີ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນການດຳລົງຕຳແໜ່ງເປັນນັກການທູດ ແລະ ເສີມຂະຫຍາຍສາຍພົວພັນລະ ຫວ່າງ ລາວ-ສ. ເກົາຫລີ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ພ້ອມນີ້ ທ່ານ ລັດຖະມົນຕີ ຮສສ ຍັງໄດ້ລາຍງານໃຫ້ຊາບ ໂດຍຫຍໍ້ກຽວກັບ ການຮ່ວມມືກັນໄລະຜ່ານມາ ຂອງສອງລັດຖະບານ ອັນທີພົ້ນເດັ່ນແມ່ນສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ, ໄດ້ມີສັນຍາຮ່ວມມືດ້ານແຮງງານ ລາວ-ເກົາຫລີ ຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ. ເກົາຫລີ, ໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ຈາກລັດຖະບານ ສ. ເກົາຫລີສະເໜີ ໃຫ້ທາງລັດຖະບານ ເກົາຫລີ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ສືບຕໍ່ໃນການຮ່ວມມື ກັນໃນຕໍ່ໜ້ານຳອີກ . ທ່ານເອກອັກຄະຣັດຖະທູດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງ ຮສສ, ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວຢືນຢັນວ່າຈະຕັ້ງໜ້າປະ ຕິບັດໜ້າທີ່ອັນມີກຽດ ເຂົ້າໃນການເພີ່ມທະວີການພົວພັນ ຮ່ວມມືລະຫວ່າງ ລາວ - ເກົາຫລີ ໃຫ້ເກີດດອກອອກຜົນຢິ່ງໆຂື້ນ .



ພາບ-ຂ່າວ: ເພັດສະໄໝ  
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.