Header Ads

ສຳມະນາລະດັບຊາດ ການສົ່ງເສີມປູກໄມ້ໃຫ້ປົກຫຸ້ມ 70 ສ່ວນຮ້ອຍ ໃນປີ 2020





ໃນວັນທີ 05 ມີນາ 2018 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາລະດັບຊາດ ກ່ຽວກັບ “ການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ ເພື່ອປະກອບສ່ວນຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70 ສ່ວນຮ້ອຍ ໃນປີ 2020” ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໂດຍມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ທ່ານເອກອັກຄະລັດຖະທູດຊູແອດ ປະຈຳລາວ, ບັນດາທ່ານຮອງເຈົ້າແຂວງ-ນະຄອນຫຼວງວຽງຈັນ, ອົງການຈັດຕັ້ງສາກົນ, ກົມກອງທີ່ກ່ຽວຂ້ອງ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື, ກຳນົດມາດຕະການ ແລະ ນະໂຍບາຍ ເພື່ອກະຕຸກຊຸກຍູ້ການປູກໄມ້ ແລະ ຟື້ນຟູປ່າ ໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະ ກັບສະພາບຈຸດພິເສດຂອງປະເທດເຮົາ. ພ້ອມນັ້ນ, ກໍ່ແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ຂໍ້ຄົງຄ້າງຕ່າງໆ ໃນວຽກງານປູກໄມ້ ແລະ ຟື້ນຟູປ່າ ໃນທົ່ວປະເທດ ເຊິ່ງໃນກອງປະຊຸມ ໄດ້ມີການຕີລາຄາຄືນ ສະພາບການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ ກ່ຽວກັບການປູກໄມ້ ແລະ ຟື້ນຟູປ່າ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະ ພັກ ແລະ ລັດຖະບານ ໄດ້ມີນະໂຍບາຍທີ່ຊັດເຈນ ໃນການປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ບໍ່ໃຫ້ບົກແຫ້ງ ໂດຍເນັ້ນໃສ່ການຊຸກຍູ້ສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າທີ່ຊຸດໂຊມ ລວມເຖິງທີ່ດິນປ່າໄມ້ປອກໂຫຼ້ນ ໃຫ້ການເປັນປ່າທີ່ອຸດົມສົມບູນ ອັນເປັນການປົກປັກຮັກສາສິ່ງແວດລ້ອມ, ເພີ່ມຄວາມປົກຫຸ້ມຂອງປ່າໃຫ້ໄດ້ 70% ໃນປີ 2020 ທັງເປັນແຫຼ່ງຜະລິດວັດຖຸດິບປ້ອນໂຮງງານ ໂດຍບໍ່ເອື່ອຍອີງໃສ່ໄມ້ທຳມະຊາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ. ຜ່ານການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດນະໂຍບາຍສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ ແຕ່ປີ 1975 – 2017 ກໍ່ເຫັນໄດ້ວ່າ ສາມາດປູກໄມ້ໄດ້ເຖິງ 478 ພັນກວ່າເຮັກຕາ ປະກອບສ່ວນ 6% ຂອງເນື້ອທີ່ປົກຫຸ້ມປ່າໄມ້ ທຽບໃສ່ເນື້ອທີ່ປ່າທັງໝົດ ໃນປີ 2015. ພ້ອມນີ້, ກໍ່ຍັງໄດ້ຍົກໃຫ້ເຫັນ ບາງບັນຫາກ່ຽວກັບການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ, ມາຕະການແກ້ໄຂ ແລະ ນະໂຍບາຍໃນຕໍ່ໜ້າ. ກອງປະຊຸມ, ຍັງໄດ້ຮັບຟັງບາງບົດຮຽນກ່ຽວກັບການສົ່ງເສີມປູກໄມ້ ຕິດພັນກັບການປຸງແຕ່ງໄມ້ ທີ່ຣາຊະອານາຈັກຊູແອດ; ການນຳສະເໜີບາງບົດຮຽນ, ທິດທາງ ແລະ ແຜນການ ກ່ຽວກັບການປູກ, ການປຸງແຕ່ງ ແລະ ການຕະຫຼາດ ສຳລັບຊະນິດພັນໄມ້ ໃນ ສປປ ລາວ. ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ກ່ຽວກັບວຽກງານສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າ.



ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກຕື່ມບາງປະເດັນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຄືດັ່ງນີ້:

1. ຄະນະພັກທຸກຂັ້ນ ຕ້ອງນຳພາຢ່າງເດັດຂາດ, ໂດຍກົງ ແລະ ຮອບດ້ານ ຕໍ່ວຽກງານການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນປ່າໄມ້.

2. ສົມທົບແໜ້ນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ ກັບວຽກງານ 3 ສ້າງ, ຕິດພັນກັບການພັດທະນາຊົນນະບົດ, ການກໍ່ສ້າງຮາກຖານການເມືອງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ແລະ ການສ້າງທ່າສະໜາມ ປກຊ-ປກສ.

3. ເອົາການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ໂດຍສະເພາະ ວຽກງານການປູກໄມ້ ແລະ ຟື້ນຟູປ່າ ເປັນໜ້າທີ່ຂອງທົ່ວປວງຊົນ.



4. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງ ໃນການຈັດຕັ້ງຜັນຂະຫຍາຍ ໂດຍການປະສານສົມທົບກັບ ບັນດາກະຊວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກຳນົດນະໂຍບາຍຈຳນວນໜຶ່ງ ເພື່ອຍູ້ແຮງການປູກໄມ້ ແລະ ຟື້ນຟູປ່າ.

5. ຄົ້ນຄວ້າ ແລະ ຜັນຂະຫຍາຍບົດຮຽນ ໃນການປູກໄມ້ ຂອງບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ທີ່ມີຜົນສຳເລັດໃນໄລຍະທີ່ຜ່ານມາ ລວມທັງບົດຮຽນຂອງຕ່າງປະເທດ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ແລະ ເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ຕິດພັນກັບການພັດທະນາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຍູ້ແຮງການມີສ່ວນຮ່ວມຂອງປະຊາຊົນ.

6. ກວດກາຄືນການປູກໄມ້ ໃນໄລຍະຜ່ານມາ ຂອງແຕ່ລະພາກສ່ວນຢ່າງລະອຽດ ແລະ ພາຍຫຼັງປູກໄມ້ແລ້ວ ກໍ່ຕ້ອງມີການຂຶ້ນທະບຽນ ແລະ ຢັ້ງຢືນຢ່າງຖືກຕ້ອງ ຕາມລະບຽບການ, ສາມາດມອບ-ໂອນ, ສືບທອດ ແລະ ເປັນຫຼັກຊັບຄ້ຳປະກັນໄດ້ ເພື່ອດຶງດູດການລົງທຶນ ເຂົ້າໃນວຽກງານການປູກໄມ້.


7. ສຳລັບວຽກງານຟື້ນຟູປ່າ ກໍ່ຕ້ອງມີການກຳນົດເຂດຢ່າງຈະແຈ້ງ, ກຳນົດຊະນິດພັນໄມ້ທີ່ຈະຟື້ນຟູ ໃຫ້ເໝາະສົມກັບພື້ນທີ່ ໂດຍຖືເອົາຊະນິດພັນພື້ນເມືອງ ເປັນບູລິມະສິດ ແລະ ຕ້ອງມີຜູ້ຮັບຜິດຊອບ ຢ່າງຂາດຕົວ.

8. ສົ່ງເສີມການລົງທຶນປູກໄມ້ ແລະ ຟື້ນຟູປ່າ ຂອງຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ຕິດພັນກັບການນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າ, ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການປູກໄມ້ ແລະ ຟື້ນຟູປ່າ ໃຫ້ໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ໂອກາດຈັດກອງປະຊຸມດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ໃຫ້ກຽດຕັດແຖບຜ້າເປີດງານວາງສະແດງ ແລະ ຈຳໜ່າຍ ຜະລິດຕະພັນກະສິກຳ ເຊິ່ງໄດ້ວາງສະແດງຕາມ 4 ເນື້ອໃນ ຄື:



(1) ການວາງສະແດງຜົນຜະລິດ ຂອງແຜນງານຄໍ້າປະກັນສະບຽງອາຫານ.
(2) ຜົນຜະລິດຂອງແຜນງານການຜະລິດເປັນສິນຄ້າ. 
(3) ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. 
(4) ການອະນຸລັກ ແລະ ປົກປັກຮັກສາປ່າໄມ້ ຊຶ່ງທັງໝົດນີ້ ແມ່ນເປັນການວາງສະແດງບາງຜົນງານທາງດ້ານວິຊາການ, ການຊຸກຍູ້ສົ່ງເສີມ, ການຄົ້ນຄວ້າ ຂອງຂະແໜງ ການວິຊາການ ແລະ ຂະແໜງການປິ່ນອ້ອມ, ໂຮງຮຽນ, ມະຫາວິທະຍາໄລເຕັກນິກກະສິກຳ ແລະ ຕົວແທນທີ່ຢັ້ງຢືນຜົນຜະລິດກະສິກຳ, ກຸ່ມການຜະລິດ ແລະ ຜູ້ປະກອບການ ລວມກວ່າ 60 ພາກສ່ວນເຂົ້າຮ່ວມວາງສະແດງ.


ຂ່າວ ແລະ ພາບ: ສນຍ (ວສລ)
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.