Header Ads

ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນລະວັງລົມພັດແຮງ, ຝົນຕົກ, ຟ້າເຫຼື້ອມ ແລະ ໝາກເຫັບຕົກ ໃນໄລຍະວັນທີ 6 - 9 ມີນາ 2018 ນີ້



ແຈ້ງການເຕືອນຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ເລກທີ 0209/ກອຕທ ລົງວັນທີ 5 ມີນາ 2018 ທີ່ນະຄອນຫຼວງວຽງຈັນ ວ່າດ້ວຍ : ເຕືອນໄພລົມພັດແຮງ, ຝົນຕົກ, ຟ້າເຫຼື້ອມ ແລະ ໝາກເຫັບຕົກ



ເນື່ອງຈາກວ່າຄວາມກົດດັນສູງຂອງອາກາດເຢັນ ຈາກປະເທດຈີນຈະມີກຳລັງປານກາງແຜ່ລົງມາປົກຄຸມພາກເໜືອຂອງປະເທດລາວອີກຄັ້ງໃໝ່ ປະສົມກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງຫາພາກໃຕ້ ໃນໄລຍະວັນທີ 6 ຫາ9 ມານາ 2018 ນີ້ ຊຶ່ງຈະເຮັດໃຫ້ມີລົມພັດແຮງ, ຝົນຕົກ,ຟ້າຮ້ອງ, ຟ້າເຫຼື້ອມ ແລະ ຈະມີໝາກເຫັບຕົກຢູ່ແຕ່ລະພາກ.




ດັ່ງນັ້ນ, ຈິ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງ ແລະຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງອາຄານທີ່ບໍ່ໄດ້ມາດຖານ ພ້ອມທັງຕິດຕາມຂ່າວພະຍາກອນອາກາດ ແລະ ນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ.


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.