Header Ads

ເຫດໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ





ອີງຕາມການລາຍງງ່ນຂອງ ຫນ່ວຍກູ້ໄພມູນນິທິ 1623  ວ່າ: ວັນທີ່ 04/03/2018 ເວລາ 19:00 ໂມງ ຫນ່ວຍກູ້ໄພມູນນິທິ1623 ໄດ້ຮັບແຈ້ງມີເຫດໄຟໄຫມ້ ກອງຂີ້ເຫຍື້ອ ຢູ່ ຫລັກ32 ບ້ານ ນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ  ໂດຍໃນຈຸດເກີດເຫດໄຟໄດ້ໄຫມ້ລຸກລາມຢ່າງຮຸນແຮງ ຍັງບໍ່ສາມາດຄວບຄຸມໄຟໄດ້ ເນື່ອງຈາກມີກະແສລົມແຮງ ແລະ ເຂົ້າເຖິງຈຸດເກີດປະກາຍໄຟບໍ່ໄດ້ ບວກກັບມົນລະພິດທາງອາກາດ ເຮັດໃຫ້ການເຂົ້າໄປເຖິງຈຸດໄຟໄໝ້ໄດ້ຍາກ ຊຶ່ງຈຳເປັນຕ້ອງມີອຸປະກອນ ແລະ ອົກຊີເຈນ.





ທາງໜ່ວຍກູ້ໄພມູນນິທິ 1623 ໄດ້ຕັ້ງເຕັ້ນວາງແຜນໃນການຄວບຄຸມໄຟຢູ່ຂອບເຂດນອກຊຶ່ງປະສານງານ ແລະ ສົມທົບກັບເຈົ້າໜ້າທີ່ ໜ່ວຍສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງ .  


ວັນທີ 05/03/2018 ທາງເຈົ້າໜ້າທີ່ ແລະ ອາສາສະໝັກລະດົມສຸດກຳລັງໃນການຄວບຄຸມໄຟ ປັດຈຸບັນຍັງບໍ່ສາມາດດັບໄຟໄດ້ ເນື່ອງຈາກສະພາບອາກາດຮ້ອນ ແຫ້ງແລ້ງ ແລະ ຂີ້ເຫຍື້ອຫຼາຍປະເພດເປັນວັດຖຸຕິດໄຟງ່າຍ ຈຶ່ງເຮັດໃຫ້ການຄວບຄຸມໄຟມີລະດັບທີ່ຍາກໃນການດັບມອດ





ເພື່ອຄວາມປອດໄພຂອງສຸຂະພາບ ໂດຍສະເພາະ ມົນລະພິດທາງອາກາດ ທາງໜ່ວຍງານຄຸ້ມຄອງຂີ້ເຫຍື້ອ ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງກວ່າ 10 ກິໂລແມັດ ແລະ ຜູ້ເດີນທາງຜ່ານເສັ້ນທາງ 13 ໃຕ້ ສວມໃສ່ໜ້າກາກອະນາໄມ (ຜ້າອັດດັງ) ເພື່ອປ້ອງກັນການສູດດົມຄວັນໂດຍກົງ ຊຶ່ງອາດເຮັດໃຫ້ມີອາການວິນຫົວປວດຮາກ ແລະ ພະຍາດທີ່ເກີດຂຶ້ນໃນປອດສ່ວນສາເຫດການເກີດໄຟໄຫມ້ ໃນຄັ້ງນີ້ແມ່ນຍັງຢູ່ໃນການກວດສອບຈາກເຈົ້າໜ້າທີທີ່ກ່ຽວຂ້ອງ.







ພາບ ແລະ ຂ່າວ: ຫນ່ວຍກູ້ໄພມູນນິທິ1623
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.