Header Ads

ອົງການອາຫານໂລກ ຖະແຫລງຂ່າວ ໂຄງການອາຫານໃນໂຮງຮຽນ





ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຮ່ວມກັບອົງການອາຫານໂລກ ຖະແຫລງຂ່າວໂຄງການອາຫານໃນໂຮງຮຽນ, ພ້ອມທັງມອບເຄື່ອງຊ່ວຍເຫລືອ ແລະ ແຈກອາຫານ ໃຫ້ໂຮງຮຽນສຶກສາພິເສດ ພິການຫູ-ຕາ ຂື້ນໃນວັນທີ 27 ກຸມພາ 2018 ນີ້ ທີ່ສູນຟື້ນຟູ ຫນ້າທີ່ການ ກະຊວງສາທາລະນະສຸກ, ໂດຍການເປັນປະທານ ຂອງ ທ່ານ ຊົມພູ ແກ້ວປັນຍາ ຫົວຫນ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ທ່ານນາງ ຊາຣາ ກຣໍເດີ້ນ ກີບຊັ້ນ ຜູ້ຕາງຫນ້າອົງການອາຫານໂລກ ປະຈໍາ ສປປ ລາວ, ເຂົ້າຮ່ວມມີບັນດາຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນ ແລະ ສູນ ເຂົ້າຮ່ວມຢ່າງພ້ອມພຽງ





ສໍາລັບເຄື່ອງທີ່ອົງການອາຫານໂລກ ໄດ້ນໍາມາມອບ ປະກອບມີ: ເຂົ້າສານ ຈໍານວນ 3,6 ໂຕນ ຫລື 3 ພັນ 600 ກິໂລກກຣາມ, ນໍ້າມັນພຶດ, ແກ່ນຫມາກແໜ່ງ, ປາກະປ໋ອງ ແລະ ອຸປະກອນແຕ່ງກິນ ລວມມູນຄ່າທັງໝົດ 6 ພັນ 600 ໂດລ້າສະຫາລັດ. ຫລື ປະມານ 50 ກວ່າລ້ານກີບ. ໂຄງການອາຫານດັ່ງກ່າວ ອົງການອາຫານໂລກ ໄດ້ຈັດເປັນ 2 ຄັ້ງ ລວມທັງໝົດ ປະມານອາຫານ ຄັ້ງລະ 3 ໂຕນກວ່າ ໂດຍຄິດໄລ ຄັ້ງລະ 90 ວັນ. ການຈັດສົ່ງ ຮອບທີ 2 ປະມານຕົ້ນເດືອນມີນາ 2018 ນີ້, ອາຫານຈໍານວນ 2,4 ໂຕນ ຫລື 2 ພັນ 480 ກີໂລກຣາມ.



ສໍາລັບໃນເດືອນກຸມພາ ປະກອບມີ ເຂົ້າສານຈ້າວ 332 ກິໂລ/ເດືອນ, ນໍ້າມັນພຶດ 69 ລິດ, ຫມາກທົ່ວຊຽວ 73 ກິໂລ ແລະ ປາກະປ໋ອງ ຈໍານວນຫນຶ່ງ. ພ້ອມກັນນັ້ນ, ຍັງໄດ້ນໍາເອົາເຂົ້າຫນົມ, ຕົ້ມເຂົ້າປຽກ, ສະຫລັດທູນາ, ນໍ້າເຕົ້າຮູ້ ແລະ ອື່ນໆ. ນໍາມາແຈກໃຫ້ໂຮງຮຽນສຶກສາພິເສດ ພິການຫູ-ຕາ ຕື່ມອີກ. ເພື່ອໃຫ້ບັນດານັກຮຽນທີ່ເປັນຄົນພິການ ຢູ່ໂຮງຮຽນດັ່ງກ່າວ ໄດ້ມີອາຫານກິນ ທີ່ພຽງພໍ ຕາມອັດຕາສ່ວນ ແລະ ຄວາມຕ້ອງການຂອງຮ່າງກາຍ ແລະ ເຮັດໃຫ້ສຸຂະພາບແຂງແຮງ ມີໂອກາດເຂົ້າເຖິງການສຶກສາ ຄືກັບເດັກນ້ອຍທົ່ວໄປ ແລະ ສາມາດຮຽນໄດ້ດີ ທັງສາມາດຮຽນຕໍ່ ໃນລະດັບທີ່ສູງຂື້ນໄປຕື່ມອີກ. ສາມາດປະກອບອາຊີບ ກຸ້ມຕົນເອງ ໄດ້ໃນອະນາຄົດ.





© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.