Header Ads

ລັດຖະມົນຕີ ຮສສ ຕ້ອນຮັບ ເອກອັກຄະຣັດຖະທູດ ອົດສະຕຣາລີ ຄົນໃໝ່ ປະຈຳ ສປປ ລາວ




ໃນວັນທີ 19 ເມສາ 2018ນີ້, ທີ່ຫ້ອງຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້ຕ້ອນຮັບ ການເຂົ້າຢຽ້ມຂ່ຳນັບ ຂອງ ທ່ານ Jean-Bernard Carrasco ເອກອັກຄະຣັດຖະທູດແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດທີ່ ທ່ານໄດ້ມາດຳລົງຕຳແໜ່ງ ເປັນເອກອັກຄະຣັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.



ໃນໂອກາດນີ້, ທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງ ທີ່ທ່ານ Jean-Bernard Carrasco ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະຣັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສວ່ນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມສ້າງສາຍພົວພັນການຮວ່ມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ກັບ ອົດສະຕຣາລີ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນການດຳລົງຕຳແໜ່ງເປັນນັກການທູດ ແລະ ເສີມຂະຫຍາຍສາຍພົວພັນລະ ຫວ່າງ ລາວ- ອົດສະຕຣາລີ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ


ພ້ອມນີ້ ທ່ານ ລັດຖະມົນຕີ ຮສສ ຍັງໄດ້ລາຍງານໃຫ້ຊາບ ໂດຍຫຍໍ້ກຽວກັບ ການຮ່ວມມືກັນໄລຍະຜ່ານມາ ຂອງສອງ ລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ລັດຖະບານອົດສະຕຣາລີ, ອັນທີພົ້ນເດັ່ນແມ່ນໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ດ້ານງົບປະມານ ໂດຍຜ່ານອົງການຈັດຕັ້ງສາກົນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ຫລຸດຜ່ອນຄວາມທຸກຍາກ, ຫຼຸດຜ່ອນຄວາມສຽ່ງຈາກໄພພິບັດ , ໂຄງການຫຼຸດຜ່ອນຄວາມສ່ຽງຈາກລະເບີດຕົກຄ້າງ ແລະ ວຽກງານປົກປ້ອງສັງຄົມ ໃນຂະແໜງການ ລວມມີ 9 ໂຄງການ, ພ້ອມທັງສະເໜີ ໃຫ້ທາງລັດຖະບານອົດສະຕຣາລີ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ສືບຕໍ່ໃນການຮ່ວມມື ກັນໃນຕໍ່ໜ້ານຳອີກ . ທ່ານເອກອັກຄະຣັດຖະທູດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງ ຮສສ, ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວຢືນຢັນວ່າຈະຕັ້ງໜ້າປະ ຕິບັດໜ້າທີ່ອັນມີກຽດ ເຂົ້າໃນການເພີ່ມທະວີການພົວພັນ ຮ່ວມມືລະຫວ່າງ ລາວ -ອົດສະຕຣາລີ ໃຫ້ເກີດດອກອອກຜົນຢິ່ງໆຂື້ນ .

ພາບ-ຂ່າວ: ເພັດສະໄໝ  
© ໂຕະນໍ້າຊາ 
____



Powered by Blogger.