Header Ads

ທ່ານ ບົວເງີນ ຊາພູວົງ ໃຫ້ກຽດເປີດພິທີ ງານຂີ່ລົດຖີບ ທ່ອງທ່ຽວອາຊຽນ ໜຶ່ງດຽວເພື່ອສັນຕິພາບ




ອີງຕາມການລາຍງານຂ່າວຂອ ວິທະຍຸກະຈາຍສຽງແຫ່ງຊາດ  ວ່າ : ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີໄຂງານຂີ່ລົດຖີບ ທ່ອງທ່ຽວອາຊຽນ ໜຶ່ງດຽວເພື່ອສັນຕິພາບ, ທີ່ເດີນພະທາດຫລວງ ນະຄອນຫລວງວຽງຈັນ. 







ໃນຕອນເຊົ້ານີ້ (13 ພືດສະພາ 2018), ໂດຍການເຂົ້າຮ່ວມ ຂອງ ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ມີພະນັກງານການນຳຂັ້ນກະຊວງ ແລະ ນັກຂັບຂີ່ລົດຖີບ ຈາກ 10 ປະເທດອາຊຽນ. ທ່ານ ບົວເງີນ ຊາພູວົງ ໄດ້ກ່າວໄຂພິທີວ່າ: ປັດຈຸບັນອາຊຽນໄດ້ກາຍເປັນຕະຫລາດເສດຖະກິດທີ່ໃຫ່ຍທີ່ສຸດ ເປັນອັນດັບ 7 ຂອງໂລກ ແລະ ຄາດວ່າຈະເປັນອັນດັບ 4 ຂອງໂລກໃນປີ 2030. ອຸດສາທະກຳ ແລະ ການທ່ອງທ່ຽວ ເປັນແຫລ່ງລາຍຮັບທີ່ສຳຄັນຂອງຫລາຍປະເທດສະມາຊິກ ອາຊຽນ, ໃນຊຸມປີຜ່ານມາອຸດສາຫະກຳການທ່ອງທ່ຽວຢູ່ລາວເຕີບໃຫ່ຍຂະຫຍາຍຕົວສູງສົມຄວນ. 







ດ້ວຍເຫດນັ້ນ ລັດຖະບານ ຈີ່ງກຳນົດປີ 2018 ເປັນປີທ່ອງທ່ຽວລາວ ເພື່ອໂຄສະນາການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວນັບມື້ນັບຫລາຍ, ໂດຍກິດຈະກຳການທ່ອງທ່ຽວຢູ່ລາວ ປີນີ້ມີຫລາຍຢ່າງທີ່ຫນ້າສົນໃຈເປັນຕົ້ນແມ່ນງານບຸນປະເພນີຂອງທ້ອງຖີ່ນຕ່າງໆທົ່ວປະເທດ. ທ່ານ ບົວເງີນ ຊາພຸວົງ ຍັງໄດ້ສະແດງຄວາມຂອບໃຈບູກຄົນ ກໍ່ຄື: ພາກສ່ວນທຸລະກິດຕ່າງໆທີ່ສະໜັບສະໜຸນການຈັດງານຂີ່ລົດຖິບ ອາຊຽນ ໜຶ່ງດຽວເພື່ອສັນຕິພາບຄັ້ງນີ້. ການຂີ່ລົດຖີບທ່ອງທ່ຽວໜຶ່ງດຽວເພື່ອສັນຕິພາບໃນຄັ້ງນີ້, ເລີ່ມຈາກເດີນພະທາດຫລວງວຽງຈັນໄປຖະໜົນໄກສອນພົມວິຫານ, ຖະໜົນລ້ານຊ້າງ - ສາມແສນໄທ - ຖະໜົນເຈົ້າອານຸວົງ - ຟ້າງຸ່ມ - ຫໍຄຳ ກັບໄປຖະໜົນລ້ານຊ້າງ - ຖະໜົນ 23 ສີງຫາ ແລະ ເຂົ້າເສັ້ນໄຊ ທີ່ເດີນພະທາດຫລວງວຽງຈັນ.








ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.