Header Ads

ຄົນລາວ ເສຍຊີວິດຍ້ອນ ການສູບຢາ 4 ພັນກວ່າຄົນ ຕໍ່ປີ






ເນື່ອງໃນໂອກາດວັນງົດ ສູບຢາໂລກ ວັນທີ 31 ພຶດສະ ພາ 2018, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຖະແຫຼງ ຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 29 ພຶດສະພາ ທີ່ກະຊວງສາ ທາລະນະສຸກວ່າ: ໃນທຸກໆປີ ກະຊວງສາທາລະນະສຸກ ໄດ້ ຮ່ວມກັບອົງການອະນາໄມ ໂລກ, ສະມາພັນຄວບຄຸມຢາ ສູບອາຊຽນ ແລະ ປະຊາຊົນ ລາວໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງ ວັນງົດສູບຢາໂລກ ຊຶ່ງປີນີ້ແມ່ນ ເປັນຄັ້ງທີ 30.

ສຳລັບ ສປປ ລາວ ຂອງພວກ ເຮົາ ແມ່ນຄົບຮອບ 9 ປີ; ປີນີ້ ການສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນພາຍໃຕ້ຫົວຂໍ້ “ຢາ ສູບເປັນສາເຫດພາໃຫ້ເກີດພະ ຍາດຫົວໃຈ-ເສັ້ນເລືອດ” ຊຶ່ງ ແມ່ນພະຍາດທີ່ເຮັດໃຫ້ຄົນ ເສຍຊີວິດຫຼາຍທີ່ສຸດ, ອົງການ ອະນາໄມໂລກ ໄດ້ແຈ້ງໃຫ້ຮູ້ ວ່າ: ໃນທົ່ວໂລກມີຈຳນວນຜູ້ ເສຍຊີວິດຍ້ອນພະຍາດຫົວ ໃຈ-ເສັ້ນເລືອດ ທີ່ມີສາເຫດ ມາຈາກການສູບຢາ ກວມເອົາ 12%, ສ່ວນຜູ້ເສຍຊີວິດທັງ ໝົດຍ້ອນການສູບຢາແມ່ນສູງ ເຖິງ 7 ລ້ານຄົນຕໍ່ປີ.

ສຳລັບ ສປປ ລາວ, ອີງ ຕາມການສຳຫຼວດແຫ່ງຊາດ ກ່ຽວກັບການສູບຢາໃນກຸ່ມຄົນ ອາຍຸ 15 ປີຂຶ້ນໄປ ພົບວ່າຄົນ ສູບຢາເພີ່ມຂຶ້ນຈາກ 26% ໃນ ປີ 2012 ມາເປັນ 28% ໃນປີ 2015 ແລະ ຈາກການສຳຫຼວດ ດັ່ງກ່າວ ໄດ້ພົບເຫັນວ່າມີຄົນລາວເສຍຊີວິດຍ້ອນການສູບ ຢາ 13 ຄົນຕໍ່ມື້, 4 ພັນກວ່າຄົນ ຕໍ່ປີ ຊຶ່ງຖືວ່າເປັນໂຕເລກທີ່ສູງ ແລະ ໜ້າຕົກໃຈ. ນອກຈາກນີ້ ການສຳຫຼວດກ່ຽວກັບການສູບ ຢາຂອງໄວໜຸ່ມລາວໃນກຸ່ມ ຄົນທີ່ມີອາຍຸ 13-15 ປີ ໃນປີ 2016 ພົບວ່າໄວໜຸ່ມລາວສູບ ຢາສູບທີ່ຜະລິດຈາກໂຮງງານ ຜູ້ຊາຍກວມເອົາ 10,7% ແລະ ຜູ້ຍິງ 2,1% ແລະ ຍັງພົບວ່າ ໜຸ່ມໃນກຸ່ມນີ້ໄດ້ສູບຢາສູບໄຟ ຟ້າ ຫຼື E-cigarettes ຊຶ່ງກວມ ເອົາອັດຕາປະມານ 5% ໃນ ກຸ່ມໄວໜຸ່ມຊາຍ ແລະ 3,7% ໃນກຸ່ມໄວໜຸ່ມຍິງ.

ຜົນການສຳຫຼວດລະດັບ ຊາດ ໃນປີ 2008 ກ່ຽວກັບຄ່າ ໃຊ້ຈ່າຍຂອງຄົນເຈັບໃນການ ເຂົ້າປິ່ນປົວຍ້ອນ 3 ພະຍາດຄື: ພະຍາດຫົວໃຈ-ເສັ້ນເລືອດ, ມະເຮັງປອດ ແລະ ເສັ້ນເລືອດ ໃນສະໝອງຕີບ-ຕັນ-ແຕກ ພົບ ວ່າ: ມູນຄ່າການເຂົ້ານອນປິ່ນ ປົວພຽງຄັ້ງດຽວຂອງທັງ 3 ພະ ຍາດນີ້ມີມູນຄ່າສູງເຖິງ 28 ຕື້ ກີບ ຊຶ່ງເທົ່າກັບ 0,28% ຂອງ GDP ຫຼື ປະມານ 22% ຂອງ ງົບປະມານລວມກະຊວງສາ ທາລະນະສຸກ ໃນນີ້ 77% ແມ່ນ ຄອບຄົວຂອງຄົນເຈັບຈ່າຍ ເອງ, ລັດຖະບານຈ່າຍພຽງ 21% ແລະ 2% ເປັນການປະກອບ ສ່ວນຂອງປະກັນສຸຂະພາບ, ດັ່ງນັ້ນລັດຖະບານຕ້ອງມີມາດ ຕະການອັນເຂັ້ມງວດ ແລະ ຮັດ ກຸມຂຶ້ນຕື່ມເພື່ອຄວບຄຸມການ ສູບຢາ ໂດຍສະເພາະການປຸກ ລະດົມໂຄສະນາ ແລະ ໃຫ້ຄວາມ ຮູ້ກ່ຽວກັບຜົນຮ້າຍທີ່ເກີດຈາກ ການສູບຢາ ແລະ ການໄດ້ຮັບ ຄັວນຢາສູບໃຫ້ແກ່ປະຊາຊົນ ຢ່າງກວ້າງຂວາງ ແລະ ທົ່ວເຖິງ ໂດຍຜ່ານຫຼາຍຊ່ອງທາງເປັນ ຕົ້ນ: ໂທລະພາບ, ວິທະຍຸ, ໜັງ ສືພິມ, ວາລະສານ ແລະ ສື່ ອອນລາຍຕ່າງໆ ເພື່ອໃຫ້ປະຊາ ຊົນລາວເຮົາມີຄວາມເຂົ້າໃຈ ຢ່າງຖືກຕ້ອງກ່ຽວກັບຜົນຮ້າຍ ຂອງຢາສູບຕໍ່ສຸຂະພາບນຳໄປ ສູ່ການຫຼຸຸດຜ່ອນການສູບຢາ ແລະ ເຊົາສູບຢາໃນທີ່ສຸດ.

ສະນັ້ນ ຂ້າພະເຈົ້າຂໍຮຽກ ຮ້ອງມາຍັງສື່ມວນຊົນທຸກຂະ ແໜງການຊ່ວຍເປັນກະບອກ ສຽງໃຫ້ແກ່ລັດຖະບານໃນ ການເຜີຍແຜ່ບັນດາຂໍ້ມູນຂ່າວ ສານກ່ຽວກັບສຸຂະພາບ ກໍຄືສາ ເຫດທີ່ພາໃຫ້ເກີດພະຍາດ ຕ່າງໆ ແລະ ວິທີປ້ອງກັນໃຫ້ ທົ່ວເຖິງທຸກກຸ່ມເປົ້າໝາຍ ໂດຍ ສະເພາະແມ່ນຜົນຮ້າຍຂອງ ຢາສູບ, ໃນໂອກາດວັນງົດສູບ ຢາໂລກປີນີ້ ຂ້າພະເຈົ້າຂໍຮຽກ ຮ້ອງມາຍັງທ່ານທີ່ສູບຢາທັງ ຫຼາຍຮູ້ວ່າ: ການບໍ່ສູບຢາເປັນວິ ທີໜຶ່ງທີ່ມີປະສິດທິຜົນສູງໃນ ການປົກປ້ອງຕົນເອງ, ລູກຫຼານ, ຄອບຄົວ ແລະ ຄົນອ້ອມຂ້າງ ຈາກການເປັນພະຍາດຕ່າງໆ ໂດຍສະເພາະພະຍາດຫົວໃຈ -ເສັ້ນເລືອດ ແລະ ຈົ່ງພ້ອມກັນ ເຮັດໃຫ້ການບໍ່ສູບຢາກາຍ ເປັນຄ່ານິຍົມໃໝ່ຂອງສັງຄົມ ລາວ, ໃຫ້ທຸກຄົນດຳລົງຊີວິດ ໃນສະພາບແວດລ້ອມທີ່ບໍ່ມີ ຄັວນຢາສູບ ແລະ ມີສຸຂະພາບ ແຂງແຮງມີອາຍຸຍືນຍາວທຸກ ຖ້ວນໜ້າ.


ພາບ ແລະ ຂ່າວ: ພູວັນ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
______


Powered by Blogger.