Header Ads

ຖະແຫຼງຂ່າວ ສະຫຼອງວັນງົດສູບຢາໂລກ ປະຈຳປີ 2018





ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວເນື່ອງໂອກາດສະຫຼອງວັນງົດສູບຢາໂລກ ປະຈໍາປີ 2018 ທີ່ຈະຈັດຂຶ້ນໃນວັນທີ 31 ພຶດສະພາ 2018 ນີ້ ໃນຫົວຂໍ້ “ຢາສູບເປັນສາເຫດພາໃຫ້ເກີດພະຍາດຫົວໃຈ-ເສັ້ນເລືອດ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຜົນຮ້າຍຂອງຢາສູບຕໍ່ສຸຂະພາບ ເຊິ່ງໃນທົ່ວໂລກຈໍານວນຜູ້ເສຍຊີວິດຍ້ອນພະຍາດຫົວໃຈ-ເສັ້ນເລືອດ ທີ່ມີສາເຫດມາຈາກການສູບຢາ ກວມເອົາ 12%, ສະເລ່ຍມີຄົນເສຍຊີວິດຍ້ອນການສູບຢາສູງເຖິງ 7 ລ້ານຄົນຕໍ່ປີ. ສະເພາະ ສປປ ລາວ ສະເລ່ຍແມ່ນ 13 ຄົນຕໍ່ມື້.

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ໃນວັນທີ 29 ພຶດສະພາ 2018 ວ່າ: ໃນທຸກໆປີແມ່ນໄດ້ຮ່ວມກັບອົງການອະນາໄມໂລກ, ສະມະຄົມຄວບຄຸມຢາສູບອາຊຽນ ການສະເຫຼີມສະຫຼອງວັນດັ່ງກ່າວ ເຊິ່ງຈະຈັດຂຶ້ນໃນວັນທີ 31 ພຶດສະພາ 2018 ເຊິ່ງປີນີ້ເປັນຄັ້ງທີ 30, ສຳລັບ ສປປ ລາວ ແມ່ນຄົບຮອບ 9 ປີ ເຊິ່ງມີຫົວຂໍ້ “ຢາສູບເປັນສາເຫດພາໃຫ້ເກີດພະຍາດຫົວໃຈ-ເສັ້ນເລືອດ” ເຊິ່ງແມ່ນພະຍາດທີ່ເຮັດໃຫ້ຄົນເສຍຊີວິດຫຼາຍທີ່ສຸດ. ໂດຍອົງການອະນາໄມໂລກ ໄດ້ແຈ້ງວ່າ: ໃນທົ່ວໂລກຈໍານວນຜູ້ເສຍຊີວິດຍ້ອນພະຍາດຫົວໃຈ-ເສັ້ນເລືອດ ທີ່ມີສາເຫດມາຈາກການສູບຢາກວມເອົາ 12%, ສ່ວນຜູ້ເສຍຊີວິດທັງໝົດຍ້ອນການສູບຢາແມ່ນສູງເຖິງ 7 ລ້ານຄົນຕໍ່ປີ. ສໍາລັບຢູ່ໃນ ສປປ ລາວ ເຫັນວ່າ: ການສຳຫຼວດແຫ່ງຊາດກ່ຽວກັບການສູບຢາໃນກຸ່ມຄົນອາຍຸ 15 ປີ ຂຶ້ນໄປພົບວ່າຄົນລາວ ສູບຢາເພີ່ມຂຶ້ນຈາກ 26% ໃນປີ 2012 ມາເປັນ 28% ໃນປີ 2015 ແລະ ຈາກການສໍາຫຼວດດັ່ງກ່າວໄດ້ພົບວ່າ ມີຄົນລາວເສຍຊີວິດຍ້ອນການສູບຢາ 13 ຄົນຕໍ່ມື້ ຊຶ່ງຖືວ່າເປັນຕົວເລກທີ່ສູງ ແລະ ໜ້າຕົກໃຈ.

ນອກຈາກນີ້, ການສຳຫຼວດກ່ຽວກັບການສູບຢາຂອງໄວໜຸ່ມລາວ ກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າ: ໄວໜຸ່ມລາວສູບຢາສູບທີ່ຜະລິດຈາກໂຮງງານ, ຜູ້ຊາຍກວມເອົາ 10,7% ແລະ ຜູ້ຍິງ 2,1% ແລະ ຍັງພົບວ່າ ໄວໜຸ່ມໃນກຸ່ມນີ້ໄດ້ສູບຢາສູບໄຟຟ້າ ຫຼື E-cigarettes, ຊຶ່ງກວມເອົາອັດຕາປະມານ 5% ໃນກຸ່ມໄວໜຸ່ມຊາຍ ແລະ 3,7% ໃນກຸ່ມໄວໝຸ່ມຍິງ.

ດັ່ງນັ້ນ, ລັດຖະບານ ຕ້ອງມີມາດຕະການອັນເຂັ້ມງວດ ແລະ ຮັດກຸມຂຶ້ນຕື່ມເພື່ອຄວບຄຸມການສູບຢາ, ໂດຍສະເພາະການປຸກລະດົມໂຄສະນາ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ ແລະ ທົ່ວເຖິງ ໂດຍຜ່ານຫຼາຍຊ່ອງທາງ ເປັນຕົ້ນ: ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ ແລະ ສື່ອອນລາຍຕ່າງໆ ເພື່ອໃຫ້ປະຊາຊົນລາວເຮົາມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຜົນຮ້າຍຂອງຢາສູບຕໍ່ສຸຂະພາບ ນຳໄປສູ່ການຫຼຸດຜ່ອນການສູບຢາ ແລະ ເຊົາສູບຢາໃນທີ່ສຸດ.

ໃນໂອກາດວັນງົດສູບຢາໂລກປີນີ້, ທ່ານ ຮສ ດຣ ບຸນກອງ ສີຫາວົງ ຍັງໄດ້ຮຽກຮ້ອງມາຍັງທ່ານທີ່ຍັງສູບຢາທັງຫຼາຍຮູ້ວ່າ: ການບໍ່ສູບຢາເປັນວິທີໜຶ່ງທີ່ມີປະສິດທິຜົນສູງໃນການປົກປ້ອງຕົນເອງ, ລູກຫຼານ, ຄອບຄົວ ແລະ ຄົນອ້ອມຂ້າງ ຈາກການເປັນພະຍາດຕ່າງໆ ໂດຍສະເພາະພະຍາດຫົວໃຈ-ເສັ້ນເລືອດ ແລະ ຈົ່ງພ້ອມກັນເຮັດໃຫ້ການບໍ່ສູບຢາກາຍເປັນຄ່ານິຍົມໃໝ່ຂອງສັງຄົມລາວ, ໃຫ້ທຸກຄົນດຳລົງຊີວິດໃນສະພາບແວດລ້ອມທີ່ບໍ່ມີຄວັນຢາສູບ ແລະ ມີສຸຂະພາບແຂງແຮງມີອາຍຸຍືນຍາວທຸກຖ້ວນໜ້າ.



ຂໍ້ມູນນສພ  ຄວາມສະຫງົບ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
___________

Powered by Blogger.