Header Ads

ທ່ານນາຍົກລັດຖະມົນຕີ ຢ້ຽມຢາມສູນເສຍອົງຄະ 185 ທີ່ມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ





ອີງຕາມການລາງານຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ວ່າ: ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມສູນເສຍອົງຄະ 185, ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ມີບັນດາອໍານາດການປົກຄອງເມືອງ ກໍ່ຄື ປະຊາ ຊົນເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ໂອກາດດັ່ງກ່າວ, ທ່ານ ຄໍາໃບ ຄໍາເສນາ ຫົວໜ້າສູນເສຍອົງຄະ 185 ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ລາຍງານໃຫ້ຊາບກ່ຽວກັບປະຫວັດ ແລະ ຄວາມເປັນຂອງສູນເສຍອົງຄະດັ່ງກ່າວ ຄື: ສູນເສຍອົງຄະ 185 ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 25 ມັງກອນ 1985 ຢູ່ທີ່ບ້ານ ລົ່ມສັກເໜືອ (ຄຸ້ມບ້ານໃໝ່ສີວິໄລ), ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ, ເນື້ອທີ່ຂອງສູນດັ່ງກ່າວມີທັງໝົດ ຈຳນວນ 110 ເຮັກຕາ, ໃນນີ້ມີເນື້ອທີ່ປຸກສ້າງ ຈໍານວນ 35 ເຮັກຕາ ແລະ ມີເນື້ອທີ່ທໍາການຜະລິດຈໍານວນ 75 ເຮັກຕາ. ໃນເມື່ອກ່ອນສູນດັ່ງກ່າວ ແມ່ນໄດ້ຍົກຍ້າຍມາຈາກກອງພັນທີ 18 ຢູ່ທີ່ເມືອງວຽງໄຊ, ແຂວງຫົວພັນ ເຊິ່ງຜູ້ທີ່ສ້າງຕັ້ງສູນດັ່ງກ່າວແມ່ນ ທ່ານ ສູນທອນ ເທບອາສາ ອາດີດກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ. ປະຈຸບັນສູນ 185 ແມ່ນຂຶ້ນກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈໍາປາສັກ ພາຍໃນສູນປະກອບມີຄະນະຮັບຜິດຊອບ 03 ທ່ານ, ມີໜຶ່ງໜ່ວຍພັກ, ມີອົງການຈັດຕັ້ງມະຫາຊົນ 02 ໜ່ວຍຄື: ແນວລາວສ້າງຊາດ ແລະ ສະຫະພັນແມ່ຍິງ ນອກນັ້ນ ຍັງມີໜ່ວຍສະຫະພັນນັກຮົບເກົ່າ 01 ໜ່ວຍ. 



ມີຈໍານວນສະມາຊິກທັງໝົດ 84 ທ່ານ, ພະນັກງານປະຈໍາ ມີ 65 ທ່ານ, ພະນັກງານເສຍອົງຄະບໍານານ 18 ທ່ານ, ພະນັກງານດູແລ ມີ 7 ທ່ານ, ພະນັກງານເສຍອົງຄະພິເສດ 7 ທ່ານ, ພະນັກງານເສຍອົງຄະ ປະເພດໜຶ່ງມີ 28 ທ່ານ, ເສຍອົງຄະ ປະເພດສອງມີ 18 ທ່ານ, ເສຍອົງຄະປະເພດສາມມີ 11 ທ່ານ, ເສຍອົງຄະ ປະເພດສີ ມີ 01 ທ່ານ, ເສຍອົງຄະຮາກຖານ ມີ 01 ທ່ານ ແລະ ພະນັກ ງານທີ່ບໍ່ໄດ້ເສຍອົງຄະ ມີ 13 ທ່ານ ເຊິ່ງຕະຫຼອດໄລຍະທີ່ຜ່ານມາສູນດັ່ງກ່າວ ແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນຢ່າງດີຈາກພັກ-ລັດ ໂດຍສະເພາະ ແມ່ນອໍານາດການປົກຄອງແຂວງຈໍາປາສັກ, ຈາກການຈັດຕັ້ງ, ສັງຄົມ ແລະ ບຸກຄົນ ຕະຫຼອດມາ  ເປັນຕົ້ນແມ່ນ ທຶນຮອນຊ່ວຍເຫຼືອ, ພາຫະນະຮັບໃຊ້, ໄຟຟ້າ, ການສ້າງຖະໜົນຫົນທາງ, ການປຸກສ້າງທີ່ຢູ່ອາໃສ ແລະ ອື່ນໆ...ອັນໄດ້ເຮັດໃຫ້ຜູ້ເສຍອົງຄະພາຍໃນສູນ 185 ມີຊິວິດການເປັນຢູ່ທີ່ດີ ແລະ ໄດ້ຮັບການດູແລເອົາໃຈໃສ່ຢ່າງໃກ້ສິດ.



​ ​ໃນໂອກາດຢ້ຽມຢາມສູນເສຍອົງຄະ 185 ໃນຄັ້ງນີ້ ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສູນເສຍອົງຄະ 185 ສືບຕໍ່ເອົາໃຈໃສ່ໃນການສຶກສາອົບຮົມລູກຫຼານຂອງຕົນ ໃຫ້ຫ່າງໄກຈາກສິ່ງທີ່ບໍ່ດີຕ່າງໆ, ສືບຕໍ່ຢຶດໜັ້ນຄວາມເປັນແບບຢ່າງ ຂອງການເປັນນັກຮົບປະຕິວັດ ແລະ ຮັກສາມູນເຊື້ອຂອງການປະຕິວັດ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ ແລະ ນໍາອົາເປັນແບບຢ່າງ ເພື່ອກາຍເປັນຜູ້ສືບທອດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງໃນຕໍ່ໜ້າ. ພ້ອມດຽກັນນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ມອບເງິນຊ່ວຍເຫຼືອຈໍານວນໜຶ່ງ ໃຫ້ແກ່ສູນເສຍອົງຄະ 185 ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຂອງສູນດັ່ງກ່າວອີກດ້ວຍ.​​



ພາບ ແລະ ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.