Header Ads

ປີ 2020 ແຂວງ ໄຊຍະບູລີຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 8,7 %





ໃນໄລຍະ 3 ປີຜ່ານມາເຖິງແມ່ນວ່າແຂວງ ໄຊຍະບູລີຈະພົບກັບຄວາມຫຍຸ້ງຍາກທາງດ້ານງົບປະມານການລົງທຶນບໍ່ສົມຄູ່ກັບຄວາມຕ້ອງການຕົວຈິງ, ສະພາບຕະຫຼາດສິນຄ້າກະສິກໍາບໍ່ໝັ້ນທ່ຽງ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດບໍ່ຂະຫຍາຍຕົວ, ເກີດມີໜີ້ສີນຍ້ອນການຜະລິດຈໍານວນໜຶ່ງ, ແຕ່ເສດຖະກິດຂອງແຂວງໂດຍລວມຍັງສືບຕໍ່ຂະຫຍາຍຕົວໃນລະດັບ 8,5 % ໃນປີ 2017, ອັດຕາການເຕີບໂຕຂອງອົງປະກອບເສດຖະກິດກໍ່ປັບຕົວຂຶ້ນລົງໄປຕາມສະພາບກົນໄກຂອງຕະຫຼາດ ແລະ ລະບົບເສດຖະກິດກະສິກໍາ, ກົນໄກການຄຸ້ມຄອງການລົງທຶນຂອງລັດໄດ້ຮັບການປັບປຸງດີຂຶ້ນ ແລະ ເຂັ້ມງວດກວ່າເກົ່າ, ການອານຸມັດ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນແມ່ນໄດ້ປະຕິບັດຕາມລະບົບປະຕູດຽວ, ດ້ານການທ່ອງທ່ຽວໄດ້ເກີດມີໜໍ່ແໜງຂຶ້ນເທື່ອລະກ້າວ ແລະ ໄດ້ສ້າງເປັນຂະບວນການໂດຍສະເພາະແມ່ນໄດ້ເປີດງານສະເຫຼີສະຫຼອງປີທ່ອງທ່ຽວແຫ່ງຊາດຕາມທ່າແຮງ ແລະ ເອກະລັກຂອງແຕ່ລະເມືອງ, ຂະບວນການຜະລິດຂອງປະຊາຊົນຍັງເປັນຂະບວນການ ແລະ ການຜະລິດກະສິກໍາຈໍານວນໜຶ່ງກໍ່ມີພາກເອກະຊົນເຂົ້າຮ່ວມຫຼາຍຂຶ້ນ ແລະ ຫັນໄປຕາມກົນໄກຂອງຕະຫຼາດ.

ທ່ານ ບຸນລ້ວນ ຊົມສີຫາປັນຍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ໄຊຍະບູລີໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2015 ຮອດປະຈຸບັນທົ່ວແຂວງມີທັງໝົດ 186 ໂຄງການ, ມູນຄ່າການລົງທຶນ 3,840 ຕື້ກີບ, ເຊິ່ງລວມມີທຶນຈາກສູນກາງ, ທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມ, ໃນນີ້ການລົງທຶນໃສ່ຂະແໜງໂຍທາທິການ ແລະ ຂົນສົ່ງທີ່ເປັນພື້ນຖານໂຄງລ່າງດ້ານຄົມມະນາຄົມຈໍານວນ 98 ໂຄງການ, ມູນຄ່າ 3,598 ຕື້ກວ່າກີບ, ກະສິກໍາ ແລະ ປ່າໄມ້ 12 ໂຄງການ, ມູນຄ່າ 56 ຕື້ກວ່າກີບ, ຂະແໜງພະລັງງານ 7 ໂຄງການ, ມູນຄ່າ 29 ຕື້ກວ່າກີບ, ສືກສາ ແລະ ກິລາ 9 ໂຄງການ, ມູນຄ່າ 16 ຕື້ກວ່າກີບ, ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 2 ໂຄງການ, ມູນຄ່າ 1 ຕື້ກວ່າກີບ, ແຮງງານ ແລະ ສະຫວັດດີການ-ສັງຄົມ 1 ໂຄງການ, ມູນຄ່າ 300 ລ້ານກີບ, ສາທາລະນະສຸກ 4 ໂຄງການ, ມູນຄ່າ 8 ຕື້ກວ່າກີບ, ຫ້ອງການສໍານັກງານ 50 ໂຄງການ, ມູນຄ່າ 147 ຕື້ກວ່າກີບ ແລະ ຈັດສັນພູມລໍາເນົາ 1 ໂຄງການ, ມູນຄ່າ 35 ຕື້ກີບ, ທ່ານ ບຸນລ້ວນ ຊົມສີຫາປັນຍາ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 8,7 % ຂຶ້ນໄປແຕ່ນີ້ຮອດປີ 2020, ແຂວງຕ້ອງໄດ້ສຸມໃສ່ໜ້າວຽກເພີ່ມເຕີມເປັນຕົ້ນແມ່ນສຸມໃສ່ແກ້ໄຂຂອດຫຍຸ້ງຍາກການລົງທຶນຂອງລັດ ແລະ ເອກະຊົນ, ຊຸກຍູ້ສົ່ງເສີມການເຄື່ອນໄຫວຂອງພາກທຸລະກິດໃຫ້ມີການຄ່ອງຕົວຂຶ້ນ, ສືບຕໍ່ຄົ້ນຄົ້ວມາດຕະການແກ້ໄຂໜີ້ສິນການລົງທຶນຂອງລັດຢ່າງສົມເຫດສົມຜົນ, ພ້ອມທັງດໍາເນີນກົນໄກການລົງທຶນໃຫ້ມີຈຸດສຸມ, ຫຼຸດຜ່ອນຈໍານວນໂຄງການ, ເພີ່ມການຊໍາລະໃຫ້ສູງຂຶ້ນ, ນໍາໃຊ້ນະໂຍບາຍສົ່ງເສີມທຸລະກິດຂະໜາດນ້ອຍ-ຂະໜາດກາງ, ເປັນຕົ້ນແມ່ນທຸລະກິດທີ່ເປັນທ່າແຮງດ້ານຜະລິດກະສິກໍາ, ການປຸງແຕ່ງເປັນສິນຄ້າ, ພ້ອມທັງສົ່ງເສີມການທ່ອງທ່ຽວແບບຮອບດ້ານ.


ແຫຼ່ງຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ (ໂດຍ: ອຸ່ນເຮືອນ ໂພທິລັກ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______
Powered by Blogger.