Header Ads

ພິທີປະກາດນະຄອນປາກເຊແຂວງຈຳປາສັກຈັດຂຶ້ນດ້ວຍບັນຍາກາດຄຶກຄື້ນ ແລະ ຍິ້ງໃຫຍ່ຢູ່ທີ່ສະໜາມກິລາຫຼັກ 2 ແຂວງຈຳປາສັກ







ໃນຕອນແລງວັນທີ 31 ພຶດສະພາ 2018 ນີ້ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ , ດ໋ອກເຕີ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງປາກເຊ, ພະແນກການ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ ແລະ ປະຊາຊົນບັນດາເຜົ່າຊົນຊັ້ນຄົນຕ່າງໆເຂົ້າຮ່ວມຢ່ທງຫຼວງຫຼາຍ.



ພິທີໄດ້ເລີ່ມຂື້ນດ້ວຍການສະແດງກ້ອນກຳລັງສວນສະໜາມຂອງພະນັກງານທະຫານຕຳຫຼວດ, ນັກສຶກສາປັນຍາຊົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຕ່າງໜ້າບັນດາຊັ້ນຄົນປະຊາຊົນບັນດາເຜົ່າ 30 ກ່າວຂະບວນຢ່າງຄຶກຄື້ນ ເຊິ່ງນຳໜ້າໂດຍຂະບວນແຫ່ປ້າຍຊົມເຊີຍການປະກາດສ້ສງຕັ້ງນະຄອນປາກເຊຢ່າງສຸດໃຈ, ຂະບວນນາງສາວຈຳປາສັກຂະບວນລົດແຫ່ປ້າຍນະຄອນປາກເຊ, ລົດສາມລໍ້ ແລະ ອື່ນໆ. 





ຕໍ່ດ້ວຍການສະແດງສິລະປະວັນນະຄະດີທີ່ເປັນເອກະລັກຂອງຊາດເຊັ່ນ: ການສະແດງຊົມເຊີຍແຄນລາວເປັນມໍລະດົກໂລກ, ຟ້ອນຂໍ່ານັບຊົມເຊີຍນະຄອນປາກເຊ, ລຳສີພັນດອນເອກະລັກຊາວແຂວງຈຳປາສັກທີ່ມີເນຶ້ອໃນເລົ່າເຖິງປະຫວັດຄວາມເປັນມາຂອງເມືອງປາກເຊ, ຮ້ອງເພງກຸຫຼາບປາເຊ ໂດຍຮ້ອງຂອງສິລະປິນ ແຜັດ ເພັດດາວອນ ຄຳມະນີວົງ ອັນສ້າງຄວາມປະທັບໃຈໃຫ້ແກ່ພິທີເປັນຢ່າງດີ. ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈຳປາສັກ ຮອງປະທານຈັດງານພິທີປະກາດສ້າງຕັ້ງນະຄອນປາກເຊໄດ້ຜ່ານບົດລາຍງານການກະກຽມປະກາດສ້າງຕັ້ງນະຄອນປາກເຊ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາຂອງເມືອງປາກເຊ ຈາກອະດີດ ເປັນພຽງບ້ານປາກເຊ ກາຍເປັນເມືອງ ແລະໃນທີ່ສຸດເປັນນະຄອນໃນປະຈຸບັນ, ຍົກໃຫ້ເຫັນສະພາບການພັດທະນາເມືອງປາກເຊໃນແຕ່ລະໄລຍະເຊິ່ງກໍເຫັນວ່າມີການພັດທະນາຂຶ້ນໄປເລື້ອຍໆ ປັດຈຸບັນລາຍຮັບສະເລ່ຍຂອງປະຊາຊົນ 2055 ໂດລາຕໍ່ຄົນຕໍ່ປີ ສາມາດລົບລ້າງຄອບຄົວທຸກຍາກໄດ້ 100% ປະກາດເປັນເມືອງພົ້ນທຸກທຳອິດຂອງແຂວງ. ປັດຈຸບັນມີເນື້ອທີ່ 12.508 ເຮັກຕາ, ມີ 42 ບ້ານ (5 ກຸ່ມກວມເອົາ 26 ບ້ານ, ມີ 6 ບ້ານໃຫຍ່ ແລະ 10 ບ້ານເທດສະບານ, ມີ 13517 ຄົວເຮືອນ, ປະຊາກອນ 81.579 ຄົນ, ຍິງ 42.021 ຄົນ, ພົນລະເມືອງສ່ວນໃຫຍ່ປະກອບອາຊີບທຸລະກິດ-ຄ້າຂາຍ-ບໍລິການ ກວມເອົາ 60 % ພະນັກງານລັດຖະກອນ 28% ແລະ ຊາວກະສິກອນ 12% ຄວາມໜາແໜ້ນຂອງພົນລະເມືອງສະເລ່ຍ 652 ຄົນຕໍ່ກິໂລແມັດກາເຣ, ທົ່ວເມືອງມີເສັ້ນທາງເຊື່ອມຈອດບ້ານຕໍ່ບ້ານ100%, ຊົມໃຊ້ໄຟຟ້າ 100% ຊົມໃຊ້ນໍ້າສະອາດ 98 %.



ເມື່ອປະກາດເມືອງປາເຊເປັນນະຄອນປາກເຊແລ້ວທາງຄະນະພັກອົງການປົກຄອງເມືອງປາກເຊແຂວງຈຳປາສັກໃຫ້ຄຳໝັ້ນສັນຍາວ່າ: ຈະພັດທະນານະຄອນປາກເຊຕາມວິໄສທັດທີ່ວ່າ ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການພັດທະນາເປັນສູນການຄ້າ-ການບໍລິການ ແລະ ການທ່ອງທ່ຽວ, ມີຄວາມສະອາດ ແລະ ສະພາບແວດລ້ອມທີ່ດີ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໝາຍວ່າ: ນະຄອນປາເຊຕ້ອງໄດ້ຮັບການພັດທະນາ ແລະ ປັບປຸງຢ່າງຮອບດ້ານ. 


ນອກຈາກນີ້ຕ່າງໜ້າໃຫ້ແກ່ມວນຊົນຊາວນະຄອນປາກເຊຍັງໄດ້ກ່າວສະແດງຄວາມພູມໃຈທີ່ເມືອງປາກເຊໄດ້ຮັບການປະກາດສ້າງຕັ້ງເປັນນະຄອນປາກເຊ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະເປັນເຈົ້າການຄຽງບ່າຄຽງໄລ່ກັບຄະນະພັກ-ອົງການປົກຄອງພັດທະນານະຄອນປາກເຊໃຫ້ກ້າວໜ້າຕະຫຼອດໄປ. 





ໂອກາດອັນສະຫງ່ມລາສີໃນພິທີ ທ່ານ ດຣ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕີຄ້ອງ 9 ບາດ, ປ່ອຍນົກສັນຕິພາບ 9 ໂຕ ແລະ ເປີດປ້າຍຈຳລອງນະຄອນປາກເຊຢ່າງເປັນທາງການ, ຈາກນັ້ນກໍມີການຍິງບັງໄຟດອກຂຶ້ນສູ່ທ້ອງຟ້າຢ່າງງົດງາມຕະການຕາ ສະແດງເຖິງຈຸດມຸ້ງໝາຍຈະສ້າງສາພັດທະນານະຄອນປາເຊສູ່ຄວາມຮຸ່ງເຮືອງສີວິໄລກ້າວໄປໃນອະນາຄົດ.




ຂ່າວ- ພາບ:ເກດສະຫນາ ແກ້ວສຸວັນນະແສງ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
______


Powered by Blogger.