Header Ads

ການພົບປະສອງຝ່າຍ ລາວ-ຈີນ ນຳຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ






ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ ສາທາລະນະ​ລັດ ປະຊາຊົນ​ຈີນ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ສະຫາຍ​ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍ​ລະຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ສອງ​ຝ່າຍ ກັບ ສະຫາຍ ສີ ຈິ້ນຜິ​ງ ​ເລຂາທິການ​​ໃຫຍ່ ຄະນະ​ກຳ​ມະ​ການ​ສູນ​ກາງ​ພັກ, ປະທານ​ປະ​ເທດ ​ແຫ່ງ ສປ.​ຈີນ ທີ່​ນະຄອນຫລວງ​ປັກ​ກິ່ງ. ​ໃນ​ການ​ພົບປະ​ສອງ​ຝ່າຍ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ປະ​ເທ​ດ ​ເຊິ່ງສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ໃນ​ຫລາຍ​ເນື້ອ​​ໃນ. ປັດ ຈຸບັນ​ພວມ​ໄດ້​ຮັບ​ການຈັດ​ຕັ້ງປະຕິບັດຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ ສູ່ ປະຊາຊົນ​ສອງ​ຊາດ.



ສະ​ຫາຍ ສີ ຈິ້ນຜິ​ງ ​ໄດ້​ເນັ້ນ​ໜັກ​ວ່າ​: ​ໃນ​ປີ 2013 ສາທາລະນະ​ລັດ ປະຊາຊົນຈີນ ​ໄດ້​ສະ​ເໜີ​ກ່ຽວກັບ​ການ​ພົວພັນ ລາວ-ຈີນ ​ແມ່ນ​ຄູ່​ຮ່ວມ​ຊະ​ຕາ​ກຳ ທີ່​ມີ​ຜົນ​ປະ​​ໂຫຍດກວ້າງຂວາງ​ຮ່ວມ​ກັນ​ເປັນ​ຄັ້ງ​ທຳ​ອິດ ​ແລະ ກໍ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ຝ່າຍ​ລາວ. ການ​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ ​ໄດ້​​ເປັນ​ເອກະ​ພາບ​ຮ່ວມ​ກັນ​ໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ ທີ່​ມີ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ໄດ້​ລະບຸ​ເນື້ອ​​ໃນ​ດັ່ງກ່າວ​ ເຂົ້າ​ໃນ​ຖະ​ແຫລ​ງການ​ຮ່ວມຂອງ​ສອງ​ປະ​ເທດ ​ໃນ​ປີ 2016 ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ສຳຄັນ ​ໃນ​ການ​ນຳ​ເອົາ​ການ​ພົວພັນ​ ລະຫວ່າງ ສອງ​ພັກ, ສອງ​ລັດ ກ້າວ​ເຂົ້າ​ສູ່​ໄລຍະ​ທີ່​ດີ​ທີ່​ສຸດ ​​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພົວພັນ​ ລະຫວ່າງ​ ສອງ​ປະ​ເທດ. ຄ່ຽງຄູ່​ກັບ​ສາຍ​ພົວພັນ​ລາວ-ຈີນ ທີ່​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ການ​ພັດທະນາ​ອັນ​​ໃໝ່​ ທັງ​ສອງ​ຝ່າຍ​ຄວນ​ໄດ້​ມີ​ການ​ຮັດ​ແໜ້ນ​ພື້ນຖານ​ຄວາມ​ຮັບ​ຮູ້​ ກ່ຽວ​ກັບຄູ່​ຮ່ວມ​ຊະ​ຕາ​ກຳ ສຸ່ມ​ໃສ​ການ​ສ້າງ​ປະຊາ​ຄົມຮ່ວມ​ຊະ​ຕາ​ກຳ ຊຸກຍູ້​ເຮັດ​ໃຫ້​ເນື້ອ​ໃນ​ດັ່ງ​ກ່າວ ກາຍ​ເປັນ​ການ​ກະທຳ ​ເຮັດ​ໃຫ້​ຄວາມ​ມຸ້ງ​ໝາດ​ປາດ​ຖະໜາ​ກາຍ​ເປັນ​ຈິງ,​ເຮັດ​ໃຫ້​ຄູ່​ຮ່ວມ​ຊະ​ຕາ​ກຳ ຈີນ-ລາວ ​ເກີດ​ດອກ​ອອກ​ຜົນ,​ ​ເຊິ່ງມີ​ເນື້ຶ​ອໃນ​ສຳຄັນ​ດັ່ງ​ນີ້:



ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ ຮັດ​ແໜ້ນ​ພື້ນຖານ​ການ​ເມືອງ ຄູ່​ຮ່ວມ​ຊະ​ຕາ​ກຳ ທັງ​ສອງ​ຝ່າຍ​ຄວນ​ມີ​ການ​ຮ່ວມ​ມື​​ແລກປ່ຽນຢ່າງຮອບດ້ານຫລາຍ​ລະດັບ ​ແລະ ​ເປັນກົນ​ໄກ ​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ.

ຕ້ອງ​ໄດ້​ລົງ​ເລິກ​ຮ່ວມ​ມື​ໃຫ້​ເປັນ​ຮູບ​ປະ​ທຳ ຮັດ​ແໜ້ນ​ສາຍ​ພົວພັນ​ດ້ານ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ສອງ​ຝ່າ​ຍຄວນ​ສຸ່ມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ໂຄງການ​ທີ່​ສຳຄັນ ​ໃນ​ຂອບ​ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ,  ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ໃນ​ການ​ປັບປຸງຊີ​ວິດ​ການ​ເປັນ​ຢູ່ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ໃຫ້​ແກ່​ປະ ຊາຊົນ​ຂອງ​ສອງ​ປະ​ເທດ ນັບ​ແຕ່​ເທິງ​ລົງ​ລຸ່ມ ​ເຮັດ​ໃຫ້​ໄປ​ພ້ອມ​ກັນ ​ແລະ ​ເຮັດ​ໃຫ້ການ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍມີ​ໂສມ​ໜ້າ​ອັນ​ໃໝ່.

ຕ້ອງ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຄວາມ​ປອດ​ໄພ ຮັດ​ແໜ້ນ​ພື້ນຖານ​ການ​ຮັກສາ​ຄວາມ​ປອດ​ໄພ​ແບບ​ຄູ່​ຮ່ວມ​ຊະ​ຕາ​ກຳ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ນຳ​ກັນ ​ໃນ​ກົນ​ໄກ​ຫລາຍ​ຝ່າຍ ​ເຊັ່ນ: ​ໃນ​ອົງການ​ສະຫະ​ປະຊາ​ຊາດ, ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະ ອື່ນ​ໆ. ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ບັນ ດາ​ປະ​ເທດ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.



ຄວນ​ເພີ່ມ​ທະວີ​ການ​ພົວພັນ​ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ເພື່ອ​ຮັດ​ແໜ້ນ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ແບບ​ຄູ່​ຮ່ວມ​ຊະ​ຕາ​ກຳ ​ໂດຍ​ຜ່ານ​ການ​ໄປມາຫາສູ່ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. 

ຕ້ອງ​ເອົາ​ໃຈ​ໃສ່​ລະບົບ​ນິ​ເວດ ​ເພື່ອ​ຊຸກຍູ້​ການ​ພັດທະ​ນາ​ຄູ່​ຮ່ວມ​ຊະ​ຕາ​ກຳ​ແບບ​ຍືນ​ຍົງ​, ສອງ​ຝ່າຍຄວນ​ເພີ່ມ​ທະວີ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ລະບົບ​ນິ​ເວດ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ອັນ​​ໃໝ່​ ໃນ​ການ​ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ​ສີຂຽວ.
ໃນ​ຂະນະ​ດຽວ​ກັນ, ສະຫາຍ ບຸ​ນຍັງ​ ວໍລະ​ຈິດ ໄດ້​ກ່າວ​ວ່າ: ສະ​ຫາຍ ສີ ຈິ້ນ ຜິ​ງ ​ແມ່ນ​ເພື່ອ​ນ ມິດ​ຜູ້​ທີ່​ສະໜິດສະໜົມ​ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ. ​ໃນ​ໂອກາດ​ຢ້ຽມ ຢາມ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ  ສະ​ຫາຍ ​ເລຂາທິການ​ໃຫຍ່ ສີ ຈິ້ນຜິ​ງ ​ແລະ ການ​ນຳ​ສູງ​ສຸດ​ຂອງ​ລາວ ກໍ​ໄດ້​ເປັນ​ເອກະ​ພາບ​ຮ່ວມ​ກັນ​ໃນ​ຫລາຍ​ບັນຫາ, ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງປະຕິ ບັດ​ຢ່າງ​ຕັ້ງໜ້າ​ ​ແລະ ຮອບດ້ານ​, ​ເຊິ່ງ​ເປັນ​ການ​ນຳ​ເອົາ​ການ​ພົວພັນ ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​​ໃຫ້​ກ້າວ​ເຂົ້າສູ່​ລະດັບ​ສູງ​ອັນ​ໃໝ່.



ສະ​ຫາຍ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ເປັນ​ເອກະ​ພາບ​ກັບ ສະ​ຫາຍ ​ເລຂາທິການ​ໃຫຍ່ ສີ ຈິ້ນຜິ​ງ ​ໃນ​ການ​ຊຸກຍູ້ການ​ສ້າງ​ປະຊາ​ຄົມ​ຄູ່​ຮ່ວມ​ຊະ​ຕາ​ກຳ ລາວ-ຈີນ ພ້ອມ​ຍິນ​ດີທີ່​ຈະ​ເສີມ​ຂະຫຍາຍ​ບົດບາດການ​ນຳພາ​ດ້ານ​ການ​ເມືອງ​ ລະຫວ່າງ​ສອງ​ພັກ ​ໂດຍ​ສືບ​ຕໍ່​ຮັກສາການ​ພົບ​ປະ​ຂອງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ເພີ່ມ​ທະວີ​ການ​ແລກ​ປ່ຽນ​ບົດຮຽນ​ໃນ​ດ້ານ​ການ​ກໍ່ສ້າງ​ພັກ, ການ​ປົກຄອງ​ລັດ, ​ບໍລິ ຫານ​ປະ​ເທດ ​ແລະ ການ​ຮ່ວມ​ມື​ໃຫ້​ເປັນ​ຮູບ​ປະ​ທຳ​ໃນ​ຂົງ​ເຂດ​ຕ່າງໆ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດທີ່ຢູ່​ໃນ​ຂອບ​ການ​ຮ່ວມ​ມື ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ, ມີ​ການ​ປະສານ​ກັນ​ຢ່າງ​ໃກ້​ຊິດ ​ໃນ​ກິດຈະການ​ພາກ​ພື້ນ ​ແລະ ສາກົນ, ຮ່ວມ​ກັນ​ສ້າງ​ເປັນປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ສັງຄົມ​ນິຍົມ ທີ່​ບໍ່​ສາມາດ​ທັບ​ມ້າງ​ໄດ້ ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.



ພ້ອມ​ນີ້, ສອງ​ຝ່າຍ​ຍັງ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ກໍ່ສ້າງ​ພັກ ​ແລະ ສະພາບ​ການ​ພາຍ​ໃນ​ຂອງ​ແຕ່ລະ​ຝ່າຍ, ​ເຊິ່ງສະ​ຫາຍ ສີ​ ຈິ້ນຜິ​ງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ຜົນສຳ​ເລັດ​ອັນ​​ ໃໝ່ ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ອັນ​ມີ ​ສະຫາຍ ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ເປັນ​ຜູ້​ນຳ​ໜ້າ​ເຮັດ​ໃຫ້​ປະຊາຊົນ​ລາວ ສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ຫລາຍ​ດ້ານ ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ຕົນ, ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້​ຊາບ​ ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ ​ແລະ ບົດຮຽນ​ໃນ​ການ​ປະຕິ​ຮູບ​ ​ແລະ ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ ແລະ ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ, ຊຸກ ຍູ້​ການ​ເປີດ​ກວ້າງ​ພາຍ​ນອກ​ ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ ​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະ ນາ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງອາຊີ ​ແລະ ທົ່ວ​ໂລກ​ ໃຫ້​ຫລາຍ​ຂຶ້ນ.


​ ສະຫາຍ​ ບຸນ​ຍັງ ວໍລະ​ຈິດ ​ໄດ້​ເນັ້ນ​ຕື່ມ​ວ່າ: ພາຍ​ໃຕ້​ການ​ນຳພາອັນ​ສະຫລາດ​ສ່ອງ​​ໃສ ​ແລະ ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດ​ຈີນ ອັນ​ມີ​ສະຫາຍ ສີ ຈິ້ນຜິ​ງ ​ເປັນ​ແກນ​ນຳ​ນັ້ນ ​ເຮັດ​ໃຫ້​ເສດຖະກິດ​ຂອງ​ຈີນ ມີ​ການ​ຂະຫຍາຍຕົ​ວຢ່າງ​ວ່ອງ​ໄວ ​ແລະ ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ກົມກຽວ​ປອງ​ດອງ, ພາລະກິດ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ ຂະ​ບວນການ​ສ້າງ​ສັງຄົມອີ່ມ​ໜຳ​ສຳລານ​ຮອບດ້ານ ນັບ​ມື້​ມີ​ຜົນສຳ​ເລັດ​ອັນ​ໃໝ່, ​​ລວ​ມທັງ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ການ​ພັດທະ ນາ​ຂອງ​ອາຊີ​ຕາ​ເວັນ​ອອກ ​ແລ​ະ ຂອງ​ໂລກ. ນອກຈາກ​ນີ້, ຝ່າຍ​ລາວ ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ຈີນ ​ທີ່​​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ອັນ​ລໍ້າ​ຄ່າ ມາ​ໂດຍ​ຕະຫລອດ.


ເນື້ອໃນບົດຄວາມສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

______



Powered by Blogger.