Header Ads

ຫສນຍ ເຜີຍແຜ່ເອກະສານກຽວກັບສະພາບການຊາຍແດນ ລາວ-ກໍາປູເຈຍ ແລະ ພິທີປະກາດການຈັດຕັ້ງ





ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2018 ຢູ່ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະ ຊຸມເຜີຍແຜ່ເຊື່ອມຊຶມເອກະສານ ກ່ຽວກັບສະພາບການຊາຍແດນ ລາວ-ກໍາປູເຈຍ. ໂດຍການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ ພ້ອມດ້ວຍ ສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.



ສຳລັບຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສະພາບການທີ່ເກີດຂຶ້ນຢູ່ບໍລິເວນຊາຍແດນ ລະຫວ່າງ ລາວ-ກໍາປູເຈຍ ໃນປະຈຸບັນ ກໍ່ຄື ທິດທາງໃນສະເພາະໜ້າ ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສະມາຊິກພັກ-ພະນັກງານລັດຖະກອນທົ່ວຫ້ອງວ່າການສໍານັກງານນນາຍົກລັດຖະມົນຕິີ ມີຄວາມເຂົ້າໃຈຢ່າງຖືກຕ້ອງ, ກວ້າງຂວາງ ແລະ ເລິກເຊິ່ງ. 



ໃນວັນດຽວກັນ, ກໍ່ໄດ້ມີການຈັດພິທີປະກາດການຈັດຕັ້ງຂັ້ນກົມ, ການສັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່ ແລະ ການປະຕິບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ເພື່ອອອກພັກການຮັບເງິນອຸດໜູນບໍານານ ຂອງຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ. ໂດຍການເປັນປະທານຂອງ ທ່ານ ສົມສະໜິດ ສຸວັນນະລາດ ຮອງເລຂາຄະນະພັກ, ປະທານກວດກາພັກ​, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ໂອກາດດັ່ງກ່າວ, ທ່ານ ຖາວອນ ຈັນທະລາ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານດໍາລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 159/ນຍ, ລົງວັນທີ 11/4/2018 ວ່າດ້ວຍການແຕ່ງຕັ້ງ ທ່ານ ແສງທອງ ມະນີຈັນ ເປັນຫົວໜ້າກົມບໍລິຫານ, ພິ ທີການ ແລະ ການເງິນ; ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ, 28/ນຍ ແລະ 29/ນຍ ວ່າດ້ວຍການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຄື: ແຕ່ງຕັ້ງ ທ່ານ ຫົງຄໍາ ໄຊຍະວົງສາ ຫົວໜ້າກົມ ຮັບຜິດຊອບຊ່ວຍວຽກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາມະຕິ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງຂອງລັດຖະບານ ແລະ ຄໍາເຫັນຊີ້ນໍາຂອງທ່ານນາຍົກລັດຖະມົນຕີ; ທ່ານ ພິມພອນ ແສງທອງ ຫົວໜ້າກົມ ຮັບຜິດຊອບຊ່ວຍວຽກ ທ່ານ ສຈ.ປອ ຈະເລີນ ເຢຽປາວເຮີ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ທອງປານ ສີລາວົງ ຫົວໜ້າກົມ ຮັບຜິດຊອບຊ່ວຍວຽກ ທ່ານ ນ. ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ. ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 457/ຫສນຍ, ລົງວັນທີ 2/5/2018 ວ່າດ້ວຍການສັບຊ້ອນພະນັກງານຮັບໜ້າທີ່ໃໝ່ ຄື: ທ່ານ ນ. ດາລາພອນ ຄໍາມູນເຮືອງ ຮັກສາການຫົວໜ້າກົມບໍລິຫານ, ພິທີການ ແລະ ການເງິນ ເປັນຮອງຫົວໜ້າກົມກວດກາ ແລະ ຂໍ້ຕົກລົງຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍການປະຕິບັດເງິນອຸດໜູນຕໍ່ລັດຖະກອນ ທີ່ອອກພັກການ-ຮັບອຸດໜູນບໍານານ ຄື: ທ່ານ ສາງຄໍາ ສີຫາລາດ ແລະ ທ່ານ ວອນສີ ຈັນທະວີທອງ.



ໂອກາດດັ່ງກ່າວ, ທ່ານ ສົມສະໜິດ ສຸວັນນະລາດ ກໍ່ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຕໍ່ບັນດາຜູ້ທີ່ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ຕາມທີ່ພັກ-ລັດມອບໝາຍໃຫ້ໄດ້ຮັບຜົນດີ ໂດຍສະເພາະແມ່ນການຍົກສູງຄວາມຮັບຜິດຊອບໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເວົ້າລວມ, ເວົ້າສະເພາະແມ່ນ ການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະບົດບາດ ຂອງຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ແຫລ່ງ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.