Header Ads

ສະຫາຍເລຂາຄະນະພັກກະຊວງ ຮສສ ໄດ້ເນັ້ນໜັກໃຫ້ບັນດາສະຫາຍສະມາຊິກພັກໄດ້ຮັບບັດສະມາຊິກພັກຢຶດໝັ້ນຕໍ່ອຸດົມການຂອງພັກ





ໃນໂອກາດເຂົ້າຮ່ວມພິທີມອບບັດສະມາຊິກພັກສົມບູນຊຸດທີ IV ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ທີ່ໄດ້ຈັດຂື້ນໃນ ວັນທີ 10 ພຶດສະພາ 2018ນີ້, ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ເນັ້ນໜັກໃຫ້ບັນດາສະຫາຍສະມາຊິກພັກທີ່ໄດ້ຮັບບັດສິມາຊິກພັກທັງໝົດ ຈົ່ງປະຕິບັດດັ່ງນີ້: 





1. ຈົ່ງເພີ່ມທະວີ ຮັກສາຄຸນທາດການເມືອງໜັກແໜ້ນ, ຢຶດໝັ້ນຕໍ່ອຸດົມການຂອງພັກ, ເປັນເອກະພາບສູງກັບແນວທາງ, ແຜນນະໂຍບາຍຂອງພັກ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານ, ຕັ້ງໜ້າປະຕິບັດມະຕິຄໍາສັ່ງ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍ.

2. ຮັກສາຄຸນສົມບັດສິນທຳປະຕິວັດ, ແບບແຜນດຳລົງຊີວິດ ທີ່ຖືກຕ້ອງ-ບໍລິສຸດປອດໃສ, ເປັນແບບຢ່າງໃນການພັດທະນາຕົນເອງ, ຮັກສາຄວາມສາມັກຄີຮັກແພງເພື່ອນສະຫາຍ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ ຈາກມະຫາຊົນເປັນຢ່າງດີ;

3. ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນເຂັ້ມງວດ, ເປັນເຈົ້າການ ຕື່ນຕົວປະຕິບັດກົດລະບຽບຂອງພັກ, ເຄົາລົບ ແລະ ປະຕິບັດກົດໝາຍຂອງລັດ;





4. ຄະນະພັກແຕ່ລະຂັ້ນ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ ແລະ ຖືການມອບບັດໃຫ້ສະມາຊິກພັກ ເປັນນະໂຍບາຍ ແລະ ເປັນໜ້າທີ່ສຳຄັນໃຈກາງ ຂອງຄະນະພັກແຕ່ລະຂັ້ນ;

5. ຄະນະພັກແຕ່ລະຂັ້ນ ຕ້ອງເປັນເອກະພາບສູງຕໍ່ການຕີລາຄາ ແລະ ເລືອກເຟັ້ນສະມາຊິກພັກ ຜູ້ທີ່ຈະສະເໜີຄະນະພັກຂັ້ນເທິງ ພິຈາລະນາມອບບັດສະມາຊິກພັກໃນແຕ່ລະຄັ້ງ, ສະກັດກັ້ນບໍ່ໃຫ້ກຸ່ມຄົນບໍ່ດີ ສວຍໂອກາດປອມແປງ, ເລັດລອດເຂົ້າໃນຖັນແຖວສະມາຊິກພັກ ແລະ ອົງການຈັດຕັ້ງຂອງພັກແຕ່ລະຂັ້ນ.

6. ຄະນະພັກແຕ່ລະຂັ້ນ ຈົ່ງສືບຕໍ່ເນີນຊີວິດການເມືອງ ຕີລາຄາ ແບ່ງປະເພດ ສະມາຊິກພັກໃຫ້ຖືກຕ້ອງຕາມ ມະຕິ 33 ຂອງກົມການເມືອງສູນກາງພັກ ໃນການອອກບັດ ແລະ ມອບບັດໃຫ້ສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຢ່າງເຂັ້ມງວດ ເພື່ອສະເໜີຄະນະພັກຂັ້ນເທິງ ພິຈາລະນາ.




ໃນພິທີດັ່ງກ່າວ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ຮສສ ໄດ້ໃຫ້ກຽດຂື້ນມອບບັດໃຫ້ສະມາຊິກພັກສົມບູນ ຈຳນວນ 97 ສະຫາຍ.

ພາບ-ຂ່າວ: ເພັດສະໄໝ ພິມມະສອນ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com



Powered by Blogger.