ກະຊວງສຶກສາ ຈະອອກຫຼັກສູດໃໝ່ສຳລັບຊັ້ນປະຖົມໃນທ້າຍປີໜ້າ
ອີງຕາມການລາຍງານຂ່າວຂອງ ສໍານັກຂ່າວສານປະເທດລາວວ່າ : ໃນກອງປະຊຸມຄະນະຊີ້ນຳການປັບປຸງຫຼັກສູດຊັ້ນປະຖົມສຶກສາທີ່ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2018 ທີ່ຜ່ານມາ ໄດ້ໃຫ້ຮູ້ວ່າ: ກະຊວງສຶກສາທີການຈະເລີ່ມປະຕິບັດການຮຽນການສອນຫຼັກສູດປະຖົມສະບັບໃໝ່ໃນ ເດືອນກັນຍາ 2019 ໂດຍທຸກໂຮງຮຽນປະຖົມສຶກສາທົ່ວປະເທດລາວ ຈະໄດ້ຮັບອຸປະກອນການຮຽນການສອນແບບໃຫມ່, ນັກຮຽນແຕ່ລະຄົນໃນຈຳນວນທັງໝົດ 8 ແສນກວ່າຄົນ ຈະໄດ້ຮັບປຶ້ມແບບຮຽນທີ່ເຕັມໄປດ້ວຍສີສັນ ແລະ ຮູບພາບທີ່ຊ່ວຍເພີ່ມສະມາທິ ແລະ ຄວາມຈຳຂອງນັກຮຽນ.
ໂດຍຫຼັກສູກໃໝ່ນີ້ຈະປະກອບມີ 9 ວິຊາສອນໃນລະດັບຊັນປະຖົມ:
1. ພາສາລາວ,
2. ຄະນິດສາດ,
3. ວິທະຍາສາດ ແລະ ສິ່ງແວດລ້ອມ (ແຕ່ກ່ອນເອີ້ນ “ໂລກອອ້ມຕົວ”),
4. ສິລະທຳ,
5. ສິລະປະ ແລະ ຫັດຖະກຳ,
6. ດົນຕີ,
7. ພາລະສຶກສາ,
8. ພາສາອັງກິດ (ເລີ່ມປໍ3)
9.ສັງຄົມສຶກສາ (ເລີ່ມປໍ 4).
ຂໍ້ມູນ: ຂປລ | Photo: ADB & Plan International
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment