Header Ads

ເຂື່ອນໄຟຟ້າພະລັງງານນໍ້າໄຊຍະບູລີຈະທົດລອງຜະລິດກະແສໄຟຟ້າໃນທ້າຍເດືອນຕຸລາ 2018 ນີ້





ໃນວັນທີ 26 ພຶດສະພາ ຜ່ານມານີ້ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ໄຊຍະບູລີພາວເວີຈຳກັດ.



ກ່ອນອື່ນທີມງານຂອງ ທ່ານ ຮອງປະທານປະເທດແມ່ນໄດ້ຮັບຟັງການລາຍງານຫຍໍ້ ການກໍ່ສ້າງເຂື່ອນ ຈາກທ່ານ ອານຸພາບ ວົງລະຄອນ ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ທ່ານໄດ້ກ່າວວ່າ: ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີມາຮອດປະຈຸບັນແມ່ນມີຄວາມຄີບໜ້າແລ້ວ 94 %, ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີໄດ້ເລີ່ມລົງມືແຕ່ປີ 2012 ແລະ ຄາດວ່າຈະໄດ້ເລີ່ມແລ່ນຈັກທົດລອງຜະລິດກະແສໄຟຟ້າໜ່ວຍທຳອິດໃນທ້າຍເດືອນ ຕຸລາ 2018ນີ້ ແລະ ຮອດປີ 2019 ແມ່ນຈະສຳເລັດໄດ້ ແລະ ເປີດເຄື່ອງຜະລິດໄຟຟ້າຈຳໜ່າຍຂາຍໃຫ້ປະເທດໄທ ແລະ ຈຳນວນໜຶ່ງໃຊ້ພານໃນປະເທດ, ໂຄງການໄຟຟ້າພະລັງນໍ້າໄຊຍະບູລີມີລັກສະນະເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4.000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28,5 ແມັດ, ຄວາມກ້ວາງຂອງສັນເຂື່ອນ 820 ແມັດ, ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂື້ນລ່ອງກວ້າງ 12 ແມັດ, ຍາວ 700 ແມັດ, ສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500ໂຕນ, ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ, ມີ 8 ຊຸດ, ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ, ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນເພື່ອຮັບໃຊ້ໃນ ສປປລາວ. 




ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ, ໂອກາດດັ່ງ ທ່ານ ຮອງປະທານປະເທດ ໄດ້ເນັ້ນໃຫ້ບໍລິສັດຈົ່ງເອົາໃຈໃສ່ໃນການກໍ່ສ້າງເຂື່ອນດັ່ງກ່າວໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ກຳນົດໄວ້, ພ້ອມທັງເອົາໃຈໃສ່ເບີ່ງແຍງຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ, ໂດຍສະເພາະແມ່ນຄອບຄົວ ແລະ ບ້ານທີ່ຖືກຍົກຍ້າຍ, ເຮັດໃຫ້ກຸ່ມຄົນເລົ່ານີ້ມີອາຊີບທີ່ໝັ້ນທ່ຽງ ແລະ ຄົງທີ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ແນ່ນອນ, ຈາກນັ້ນທ່ານ ຮອງປະທານປະເທດ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າຢ້ຽມຢາມເບິ່ງໜ້າວຽກການກໍ່ສ້າງຕົວຈິງຢູ່ສັນເຂື່ອນຕື່ມອີກ. 


ຂໍ້ມູນMedia Laos 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______


Powered by Blogger.