Header Ads

ໜູຂີ ກັດເຂົ້າໄຮ່ປະຊາຊົນ 3 ບ້ານຂອງເມືອງ ຫົງສາ ເສຍຫາຍ 170 ເຮັກຕາ





ຕາມການລາຍງານຂອງປະຊາຊົນ 3 ບ້ານ ຂອງເມືອງ ຫົງສາ ແຂວງ ໄຊຍະບູລີ ຄື: ບ້ານ ພູແລ້ງໃຕ້, ບ້ານ ພູແລ້ງກາງ ແລະ ບ້ານ ຫ້ວຍຈ້ວງ ໃຫ້ຮູ້ວ່າ: ໃນລະຫວ່າງຕົ້ນເດືອນ ພຶດສະພາ ຮອດປະຈຸບັນ ໜູຂີໄດ້ລະບາດກັດເຂົ້າໄຮ່ຂອງປະຊາຊົນ ຈົນໝົດກ້ຽງ, ມີຜົນເສຍຫາຍທັງໝົດ 377 ຄອບຄົວ, ເສຍຫາຍ 170 ເຮັກຕາ ຂອງເນື້ອທີ່ໄຮ່ທັງໝົດ 356 ກວ່າເຮັກຕາ



ສ່ວນມູນຄ່າການເສຍຫາຍຍັງຢູ່ໃນຂັ້ນຕອນປະເມີນ ແລະ ລົງສໍາຫຼວດຜົນເສຍຫາຍຕົວຈິງ, ຕໍ່ກັບບັນຫາດັ່ງກ່າວນັ້ນອໍານາດການປົກຄອງແຕ່ລະບ້ານກໍ່ໄດ້ລະດົມພໍ່ແມ່ປະຊາຊົນສະກັດກັ້ນດ້ວຍການໃສ່ກະແຕບ, ໃຊ້ໜ້າເກັກຍິງໃນຕອນກາງຄືນ, ຂຸດຂຸມກັບດັກ ແລະ ໃຫ້ປະຊາຊົນປູກເຂົ້າໄຮ່ຄືນຮອບສອງ ແລະ ຮອບສາມ, ແຕ່ໜູຂີກໍ່ກັດເຂົ້າຄືເກົ່າ, ຍ້ອນປະຊາກອນຂອງໜູມີຫຼາຍເກີນຄວນ, ດັ່ງນັ້ນອໍານາດການປົກຄອງ 3 ບ້ານຈຶ່ງໄດ້ລາຍງານຕໍ່ອໍານາດການປົກຄອງເມືອງ ແລະ ແຂວງ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວໃຫ້ທ່ວງທັນ, ດ້ວຍຄວາມເປັນຫວ່ງເປັນໄຍຈາກອໍານາດການປົກຄອງແຂວງ

ໃນວັນທີ 29 ພຶດສະພາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມພາກສ່ວນທີ່ກ່ຽວຂ້ອງຈາກແຂວງ, ໄດ້ລົງກວດກາເບິ່ງຄວາມເສຍຫາຍຕົວຈິງຢູ່ໄຮ່ຂອງປະຊາຊົນ ແລະ ໄດ້ສະແດງຄວາມເປັນຮ່ວງເປັນໄຍນໍາປະຊາຊົນຕໍ່ກັບເຫດການດັ່ງກ່າວເຊິ່ງບໍ່ເຄີຍມີມາກ່ອນ, ພ້ອມທັງໄດ້ກໍາລັງໃຈຕໍ່ປະຊາຊົນໃນການຜ່ານຜ່າອຸປະສັກຄັ້ງນີ້ໃຫ້ຜ່ານພົ້ນໄປດ້ວຍດີ, ໃຫ້ສືບຕໍ່ປູກພືດສະນິດອື່ນທົດແທນການເສຍຫາຍຈາກການປູກເຂົ້າ, ເພື່ອບໍ່ປະໃຫ້ເນື້ອທີ່ທໍາການຜະລິດເປົ່າຫວ່າງ, ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທັງ 3 ບ້ານຈົ່ງເລັ່ງປຶກສາຫາລືກັນວ່າຈະປູກພືດສະນິດໃດດີ, ແລ້ວລາຍງານຕໍ່ພາກສ່ວນກ່ຽວຂ້ອງເພື່ອຈະຫາແນວພັນມາສະໜອງໃຫ້ທ່ວງທັນກັບລະດູການຜະລິດລະດູຝົນ ແລະ ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງເມືອ ຫົງສາ ໃຫ້ແຕ່ງຕັ້ງພະນັກງານາວິຊາການລົງຕິດຕາມ , ຊຸກຍູ້ ແລະ ນໍາພາປະຊາຊົນເຮັດຕົວຈິງ, ພ້ອມທັງລະດົມກໍາລັງປະກອບອາວຸດໃຫ້ລົງຊ່ວຍປະຊາຊົນໃນການປູກພືດທົດແທນໃຫ້ສໍາເລັດໂດຍໄວ.

ແຫຼ່ງຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
ໂດຍ: ອຸ່ນເຮືອນ ໂພທິລັກ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.