Header Ads

ລັດຖະມົນຕີແຮງງານ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ປະຈຳປີ 2018





ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນສະໄໝທີ107, ປີ 2018 ໄດ້ໄຂຂື້ນທີ່ ເມືອງ ເຊີແນວ, ປະເທດ ສະວິດເຊີແລນ ແຕ່ວັນທີ 28 ພຶດສະພາ 2018 ຫາ 8 ມິຖຸນາ 2018ນີ້, ໂດຍການເປັນປະທານຂອງທ່ານ ຊານີ ໂມຣາດ (Samir Murad) ລັດຖະມົນຕີ ກະຊວງແຮງງານ ຂອງປະເທດ ຈໍແດນ, ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ , ມີບັນດາອົງການຈັດຕັ້ງສາມຝ່າຍ ລັດຖະບານ, ຕາງໜ້າຜູ້ໃຊ້ແຮງງານ ແລະ ຕາງໜ້າຜູ້ອອກແຮງງານເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນເນື່ອງຈາກ ເປັນປີກະກຽມການສະເຫຼີມສະຫຼອງການສ້າງຕັ້ງອົງການແຮງງານສາກົນ ຄົບຮອບ 100ປີ (1919-2019) ແລະ ພ້ອມທັງມີບັນດາກອງປະຊຸມ ປິ່ນອ້ອມທີ່ສໍາຄັນເຊັ່ນ: ກອງປະຊຸມສຸດຍອດ ກ່ຽວກັບ ວຽກຂອງໂລກ (World of Work Summit), ກອງປະຊຸມຄະນະກຳມະການຈັດຕັ້ງປະຕິບັດສົນທິສັນຍາຂອງອົງການແຮງງານສາກົນ, ກອງປະຊຸມລັດຖະມົນຕີແຮງງານອາຊີ-ປາຊິຟິກ, ກອງປະຊຸມລັດຖະມົນຕີແຮງງານຂອງບັນດາປະເທດບໍ່ຮ່ວມກຸ່ມ ແລະ ກອງປະຊຸມອື່ນໆ.



ກອງປະຊຸມຄັ້ງນີ້, ຍັງໄດ້ຄົ້ນຄ້ວາບັນດາບັນຫາ ແລະ ຮັບຮອງເອກະທີ່ສຳຄັນ ຄື: (1). ບົດລາຍງານການເງິນ; (2). ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດສົນທິສັນຍາຂອງອົງການແຮງງານສາກົນ; (3). ຮັບຮອງເອົາບົດລາຍງານການປຶກສາຫາລືເບື້ອງຕົ້ນກ່ຽວກັບ ປະສິດທິຜົນການພັດທະນາການຮ່ວມມືຂອງອົງການແຮງງານສາກົນ ເພື່ອສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງ; (4). ຍົກເລີກ 6 ສົນທິສັນຍາ ແລະ 3 ຂໍ້ແນະນຳ ຂອງອົງການແຮງງານສາກົນ ເຊັ່ນ ສົນທິສັນຍາ ເລກທີ 21 (1926) ວ່າດ້ວຍການກວດກາການນຳເຂົ້າແຮງງານ; ສົນທິສັນຍາເລກທີ 50 (1936) ວ່າດ້ວຍແຮງງານຊົນເຜົ່າດັ້ງເດີມ; ສົນທິສັນຍາເລກທີ 64 (1939) ວ່າດ້ວຍ ສັນຍາການຈ້າງງານຂອງແຮງງານຊົນເຜົ່າດັ້ງເດີມ; ສົນທິສັນຍາ ເລກທີ 65 (1939) ວ່າດ້ວຍການລົງໂທດແຮງງານຊົນເຜົ່າດັ້ງເດີມ; ສົນທິສັນຍາເລກທີ 86 (1947) ວ່າດ້ວຍ ສັນຍາການຈ້າງງານແຮງງານຊົນເຜົ່າດັ້ງເດີມ; ສົນທິສັນຍາ ເລກທີ 104 (1955) ວ່າດ້ວຍການລົບລ້າງການລົງໂທດແຮງງານຊົນເຜົ່າດັ້ງເດີມ; ຂໍ້ແນະນຳເລກທີ 07 (1920) ວ່າດ້ວຍຊົ່ວໂມງເຮັດວຽກຂອງແຮງງານປະມົງ; ຂໍ້ແນະນຳເລກທີ 61 (1939) ວ່າດ້ວຍການເຄື່ອນຍ້າຍແຮງງານ ເພື່ອການຊອກຫາວຽກເຮັດງານທຳ; ແລະ ຂໍ້ແນະນຳເລກທີ 62 (1939) ວ່າດ້ວຍ ການຮ່ວມມືລະຫວ່າງລັດ ຕໍ່ກັບການເຄື່ອນຍ້າຍແຮງງານເພື່ອການຊອກຫາວຽກເຮັດງານທຳ. ນອກຈາກນັ້ນ, ຍັງໄດ້ລົງຄະແນນສຽງຮັບຮອງເອົາ ນິຕິກຳຂອງອົງການແຮງງານສາກົນ ເຊັ່ນ ການໃຊ້ຄວາມຮຸນຕໍ່ແມ່ຍິງ ແລະ ຜູ້ຊາຍໃນສະຖານທີ່ເຮັດວຽກ.





ເນື່ອງໃນໂອກາດທີ່ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເຊິ່ງໄດ້ຕາງໜ້າລັດຖະບານ ສປປ ລາວ ໄດ້ປະກອບຄວາມເຫັນ ແລະ ໄດ້ກ່າວວ່າ: “ສິດທິຂອງແມ່ຍິງໃນສະຖານທີ່ເຮັດວຽກ (Women at Work) ເປັນບັນຫາ ທີ່ສຳຄັນໃນການກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງອົງການແຮງງານສາກົນຄົບຮອບ 100 ປີ”

ຄຽງຄູ່ກັນນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບເຖິງຄວາມເອົາໃສ່ຂອງລັດຖະບານ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ໂດຍຈັດຕັ້ງຜັນຂະຫຍາຍ ສົນທິສັນຍາສາກົນທີ່ໄດ້ໃຫ້ສັດຕະຍາບັນ ເຊັ່ນສົນທິສັນຍາ ວ່າດ້ວຍການ ລົບລ້າງຕໍ່ການຈໍາແນກແມ່ຍິງທຸກຮູບແບບ (CEDAW) ແລະ ສົນທິສັນຍາຂອງ ອົງການແຮງງານ ສາກົນ ໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປັນໃຈກາງປະສານສົມທົບກັບອົງການຈັດຕັ້ງສາມຝ່າຍ ແລະ ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍເນື້ອໃນສົນທິສັນຍາເລົ່ານັ້ນມາເປັນ ກົດໝາຍ ແລະ ລະບຽບການຕ່າງໆ, ແຮງງານເພດຍິງໄດ້ຮັບການປົກປ້ອງ ເພື່ອໃຫ້ມີຄວາມສະເໜີພາບກັບແຮງງານເພດຊາຍໃນການເຮັດວຽກ, ການໄດ້ຮັບໂອກາດຍົກລະດັບສີມືແຮງງານ, ສະເໜີພາບໃນການຮັບເງິນເດືອນ ແລະ ຄ່າແຮງງານ, ມີສິດທີ່ຈະພັກຜ່ອນໃນເວລາຖືພາ ແລະ ໃນວລາເກີດລູກຢ່າງເໝາະສົມ. ນອກຈາກນັ້ນ, ຍັງມີໄດ້ກຳນົດໂຄງການເຊິ່ງລວມຢູ່ໃນແຜນວຽກທີ່ມີ ຄຸນຄ່າ ແລະ ເປັນທຳ.



ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຍັງໄດ້ຖືໂອກາດອັນສຳຄັນພົບປະສອງຝ່າຍກັບ ທ່ານ ນ. ໂທໂມ ໂກະ ຜູ້ອຳນວຍການຫ້ອງການແຮງງານສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ ເພື່ອເປັນສົ່ງເສີມການຮ່ວມມືສອງຝ່າຍທີ່ດີ ແລະ ສືບຕໍ່ເພີ່ມທະວີການຮ່ວມມື ໂດຍສະເພາະການຈັດຕັ້ງປະຕິບັດແຜນວຽກທີ່ມີຄຸນຄ່າ ແລະ ທຳສະບັບທີສອງ ຂອງ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ (ກອງປະຊຸມຄາບເຂົ້າເຊົ້າ) ເພື່ອເປັນການສະແດງເຖິງຄວາມສະມັກຄີ ແລະ ສົ່ງເສີມເຊິ່ງກັນ ແລະ ການຂອງອາຊຽນ ສູ່ເວທີສາກົນ ນຳອີກ./


ຂໍ້ມູນ: ຄະນະຕິດຕາມ, ຂ່າວ ເພັດສະໄໝ  (ກະຊວງແຮງງານ ແລະ ສະຫວັດດີການສັງຄົທ)
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______



Powered by Blogger.