Header Ads

ລັດຖະມົນຕີ ກະຊວງ ເລັ່ງຈ່າຍຄ່າຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ





ການຈັດຕັ້ງປະຕິບັດການໄກ່ເກ່ຍສິ່ງກີດຂວາງ ແລະ ຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດເຫັນວ່າ ສຳເລັດເປັນສ່ວນຫລາຍ, ເຊິ່ງການຄິດໄລ່ມູນຄ່າຊົດເຊີຍ ສິ່ງກີດຂວາງທັງໝົດ ທີ່ສັງລວມໄດ້ຈາກ ຄະນະກຳມະການໄກ່ເກ່ຍຂັ້ນແຂວງ, ນະຄອນຫລວງວຽງຈັນ ແລະ ການຄິດໄລ່ມູນຄ່າ ການກໍ່ສ້າງເສັ້ນທາງເຊື່ອມຕໍ່ເຂົ້າ 11 ສະຖານີ ທີ່ລັດຖະບານລາວຮັບຜິດຊອບ ລວມມູນຄ່າທັງໝົດ 2.492,34 ຕື້ກີບ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 8 ມິຖຸນາ 2018 ນີ້,ວ່າ: ໃນທ້າຍເດືອນເມສາຜ່ານມາລາຄາຫົວໜ່ວຍຄ່າຊົດເຊີຍທີ່ໄດ້ຮັບຮອງຈາກສະພາປະຊາຊົນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນແລ້ວ ຫລັງຈາກນັ້ນ ເຈົ້າແຂວງ, ເຈົ້າຄອງນະຄອນ ຫລວງໄດ້ອອກຂໍ້ຕົກລົງໃຫ້ນຳໃຊ້ ແລະ ສາມາດເບີກຈ່າຍໄດ້ແລ້ວ.


ຫລັງຈາກນັ້ນ, ຄະນະຊີ້ນຳໂຄງການໄດ້ເປີດກອງປະຊຸມ ກັບຄະນະໄກ່ເກ່ຍຂັ້ນແຂວງ, ເມືອງ, ຫ້ອງການປະສານງານ ແລະ ຫົວໜ້າພະແນກ ຍທຂ ໃນຕົ້ນເດືອນພຶດສະພາ 2018 ນີ້, ໂດຍໄດ້ເຫັນດີ ເປັນເອກະພາບກັນວ່າ: ໃຫ້ຄະນະກຳມະການໄກ່ເກ່ຍ ຂອງນະຄອນຫລວງ ແລະ ບັນດາແຂວງຕ້ອງປະກອບເອກະສານ 2 ປະເພດ ຄື: ບັນຊີບຸກຄົນທີ່ຖືກກະທົບປະກອບມີ ຊື່ ແລະ ນາມສະກຸນ ຜູ້ຖືກກະທົບ, ເນື້ອທີ່ດິນ, ສິ່ງປຸກສ້າງ ຜົນລະປູກທີ່ຖືກກະທົບບັນຊີຈຳນວນເງິນທີ່ຈະເບີກຈ່າຍໃຫ້ຜູ້ຖືກຜົນກະທົບທັງໝົດ ຈະຕ້ອງເຊັນຢັ້ງຢືນຮັບຮູ້ຈາກຜູ້ຖືກຜົນກະທົບ, ນາຍບ້ານ, ຄະນະໄກ່ເກ່ຍຂັ້ນເມືອງ, ແຂວງ, ບໍລິສັດຜູ້ຮັບເໝົາ, ບໍລິສັດ ທາງລົດໄຟ ລາວ-ຈີນ ແລະ ຜູ້ເຊັນສະເໜີຂໍອະນຸມັດເບີກຈ່າຍ.


ສຸດທ້າຍແມ່ນທ່ານຮອງເຈົ້າຄອງ, ຮອງເຈົ້າແຂວງ ທີ່ຮັບຜິດ ຊອບຊີ້ນຳເປັນຜູ້ເຊັນອະນຸມັດເບີກຈ່າຍຕາມຕົວເລກເງິນທີ່ຮັບຮອງເອົານັ້ນ ໂດຍບໍ່ມີຄ່າ ຫັກຄ່າສິ້ນເປືອງໃດໆ (ໝາຍຄວາມວ່າຜູ້ຖືກຜົນກະທົບ ແມ່ນໄດ້ຮັບເງິນຕາມຈຳນວນທີ່ໄດ້ເຊັນຢັ້ງຢືນຮັບຮອງເອົາແລ້ວນັ້ນ); ການຈັດບັນຊີບູລິມະສິດການເບີກຈ່າຍ ແມ່ນບັນຊີຈັດອັນດັບບຸກຄົນ ຫລື ນິຕິບຸກຄົນ ທີ່ມີຄວາມຈຳເປັນຕ້ອງເບີກຈ່າຍໃຫ້ກ່ອນເປັນຕົ້ນແມ່ນ ຜູ້ຖືກແລວທາງທີ່ຈະລົງມືກໍ່ສ້າງດ່ວນ, ຄວາມຈຳເປັນທີ່ຕ້ອງມີບັນຊີບູລິມະສິດເບີກຈ່າຍນີ້ ແມ່ນເພື່ອເຮັດໃຫ້ການເບີກຈ່າຍຕາມຄວາມອາດສາມາດຕົວຈິງຂອງແຫ່ລງທຶນທີ່ຈະມາເບີກຈ່າຍໃນແຕ່ລະງວດ ແລະ ວິທີຈັດຕັ້ງບັນຊີບູລິມະສິດ ແມ່ນປະຕິບັດຕາມເງື່ອນໄຂດັ່ງນີ້: ພື້ນທີ່ຕ້ອງການຮີບດ່ວນ ເພື່ອການກໍ່ສ້າງໃຫ້ທັນກັບແຜນການທີ່ກຳນົດໄວ້, ຜູ້ຖືກຜົນກະທົບທີ່ຈຳເປັນ ຕ້ອງແກ້ໄຂຢ່າງຮີບດ່ວນ ເຊັ່ນ: ເງິນຄ່າເຂົ້າສຳລັບດິນນາທີ່ບໍ່ສາມາດທຳການຜະລິດ, ເງິນຄ່າເຊົ່າເຮືອນຢູ່ໃຫ້ແກ່ຜູ້ທີ່ທາງໂຄງການ ກຳລັງສ້າງເຮືອນທົດແທນໃຫ້ບໍ່ທັນແລ້ວ ຕ້ອງໄດ້ຈ່າຍໃຫ້ຈົນກວ່າການກໍ່ສ້າງເຮືອນ ຈະສຳເລັດ ແລະ ອື່ນໆທີ່ຈຳເປັນ.


ທ່ານ ບຸນຈັນ ສິນທະວົງ ໃຫ້ຮູ້ອີກວ່າ: ເພື່ອຮັບປະກັນການຈັດຕັ້ງປະຕິບັດຄ່າຊົດເຊີຍໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ລະບຽບການ, ຮັບປະກັນຄວາມໂປ່ງໃສ່ ແລະ ສາມາດກວດສອບໄດ້ຄະນະຊີ້ນຳໂຄງການ ເຫັນວ່າມີຄວາມຈຳເປັນຕ້ອງໄດ້ກຳນົດລະບຽບການກ່ຽວກັບການເບີກຈ່າຍຄ່າຊົດເຊີຍ, ໂດຍສ້າງເປັນປື້ມຄູ່ມືຈັດຕັ້ງປະຕິບັດຂັ້ນຕອນ ແລະ ລະບຽບການເບີກຈ່າຍໃຫ້ຮັດກຸມ, ຈະແຈ້ງ ແລະ ອື່ນໆ


ພາບ ແລະ ຂ່າວ: Lao National Radio 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.