ເສດຖະກິດລາວ ສືບຕໍ່ຂະຫຍາຍຕົວ ຄາດຄະເນ 6 ເດືອນຕົ້ນປີ ບັນລຸໃນລະດັບ 6,7%
ອີງຕາມການລາຍງານຂອງ ນສພ ວຽງຈັນໃຫ່ມ ວ່າ : ໃນໄລຍະ 4 ເດືອນຜ່ານມາ ລັດຖະບານໄດ້ຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຕົນ ຕາມທີ່ໄດ້ສະເໜີກອງປະຊຸມສະໄໝສາມັນເທື່ອທີ 4 ໃນເດືອນ 10 ປີ 2017 ໂດຍໄດ້ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ໃນກອງປະຊຸມດັ່ງກ່າວໃຫ້ເປັນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ດຳເນີນຕາມຄາດໝາຍ ແລະ ແຜນການທີ່ວາງໄວ້ ໂດຍສະເພາະ ຂົງເຂດເສດຖະກິດທີ່ເຫັນໄດ້ວ່າມີທ່າອ່ຽງຂະຫຍາຍຕົວ ແລະ ສາມາດຄາດຄະເນໄດ້ວ່າ: 6 ເດືອນຕົ້ນປີ 2018 ເສດຖະກິດຈະຂະຫຍາຍຕົວ ບັນລຸໃນລະດັບ 6,7%.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ປະຈຳ 4 ເດືອນ ຄາດຄະເນແຜນປະຕິບັດ 6 ເດືອນທ້າຍປີ ແລະ ທິດທາງວຽກງານຈຸດສຸມ ປະຈຳ 6 ເດືອນທ້າຍປີ 2018 ຂອງລັດຖະບານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ວ່າ: ການພັດທະນາດ້ານເສດຖະກິດ ໂດຍລວມແມ່ນດຳເນີນໄປຕາມຄາດໝາຍ ແລະ ແຜນການທີ່ວາງໄວ້ ອີງຕາມຂໍ້ມູນທີ່ເກັບກຳໄດ້ໃນ 4 ເດືອນ ສາມາດຄາດຄະເນການເຕີບໂຕຂອງເສດຖະກິດໃນໄລຍະ 6 ເດືອນຕົ້ນປີຈະບັນລຸຢູ່ໃນລະດັບ 6,7% ໃນນັ້ນ ຂະແໜງການກະສິກຳຄາດຄະເນຈະເພີ່ມຂຶ້ນ 2,9% ກວມເອົາ 15,9% ຂອງ GDP ຂະແໜງອຸດສາຫະກຳເພີ່ມຂຶ້ນ 7% ກວມເອົາ 31,2% ຂອງ GDP ຂະແໜງບໍລິການເພີ່ມຂຶ້ນ 7,9% ກວມເອົາ 41,7% ຂອງ GDP ພາສີຈາກການນຳເຂົ້າເພີ່ມຂຶ້ນ 6,8% ກວມ 11,2% ຂອງ GDP ແລະ ຄິດໄລ່ມູນຄ່າຕາມລາຄາໃນແຕ່ລະປີ ໄດ້ປະມານ 152.436 ຕື້ກີບ ຄາດຄະເນສະເລ່ຍຕໍ່ຫົວຄົນແມ່ນ 2.609 ໂດລາສະຫະລັດ ຫຼື ປະມານ 20,8 ລ້ານກີບ.
ການເກັບລາຍຮັບ-ລາຍຈ່າຍ ງົບປະມານລາຍຮັບຈະຈັດຕັ້ງປະຕິບັດໄດ້ 12.084 ຕື້ກີບ ເທົ່າກັບ 95,9% ຂອງແຜນການ ຫຼື ເທົ່າກັບ 47,48% ຂອງແຜນການປີ ແລະ ລາຍຈ່າຍປະຕິບັດໄດ້ 15.731 ຕື້ກີບ ເທົ່າກັບ 95,4% ຫຼື ເທົ່າກັບ 45,95% ຂອງແຜນການປີ ໃນໄລຍະ 6 ເດືອນຜ່ານມາ ເຖິງວ່າຈະມີຄວາມຫຍຸ້ງຍາກດ້ານງົບປະມານ ແຕ່ລັດຖະບານກໍ່ໄດ້ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນທີ່ສະສົມດ້ວຍຮູບການຕ່າງໆ ເພື່ອກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວກວ່າເກົ່າ ໃນນັ້ນຈະໄດ້ຈັດສັນງົບປະມານຊຳລະໜີ້ສິນ (ບ້ວງປົກກະຕິ) ໃຫ້ 1.831 ໂຄງການ ມູນຄ່າ 529,76 ຕື້ກີບ (ຍັງຄ້າງຊຳລະຕາມວຽກສຳເລັດ 6.513 ຕື້ກີບ) ພ້ອມກັນນີ້ ກໍ່ໄດ້ແກ້ໄຂໜີ້ສິນການລົງທຶນຂອງລັດດ້ວຍຮູບແບບອວ່າຍໜີ້ 3 ແຈ ຈຳນວນ 3.250 ຕື້ກີບ.
ພາບ ແລະ ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment