Header Ads

ຄຳມ່ວນ ວາງຄາດໝາຍບັນລຸຜົນສອບເສັງ 99% ຊັ້ນມໍ 4 ແລະ 98% ໃນຊັ້ນມໍ 7





ພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ພວມຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະແມ່ນ ການກຳນົດສູນສອບເສັງ, ການແຕ່ງຕັ້ງຄະນະຮັບຜິດຊອບໃນຂັ້ນຕ່າງໆ ເພື່ອຮອງຮັບໃຫ້ແກ່ການສອບເສັງຈົບຊັ້ນ ມໍ 4 ແລະ ມໍ 7 ສົກປີ 2017-2018 ພ້ອມວາງເປົ້າໝາຍໃຫ້ບັນລຸຜົນການສອບເສັງ 99% ໃນຊັ້ນມໍ 4 ແລະ 98% ໃນຊັ້ນມໍ 7.



ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ລາຍງານໃຫ້ຮູ້ວ່າ: ປະຈຸບັນພະແນກ ສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ໄດ້ກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບໃຫ້ແກ່ການສອບເສັງຈົບຊັ້ນ ມໍ 4 ແລະ ມໍ 7 ໂດຍສະເພາະແມ່ນໄດ້ສຳຫຼວດການຈັດຕັ້ງປະຕິບັດຫຼັກສູດຂອງຄູພ້ອມປະເມີນຜົນການສິດສອນ, ປະເມີນການ ຮຽນຮູ້ຂອງນັກຮຽນ, ຄວາມພ້ອມທີ່ຈະເຂົ້າຮ່ວມສອບເສັງຂອງນັກຮຽນ ແລະ ໄດ້ສຳເລັດໃນການແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບໃນຂັ້ນຕ່າງໆ ແລະ ການກຳນົດສູນສອບເສັງ ເຊິ່ງໃນລະດັບມໍ 4 ໄດ້ກຳນົດມີ 30 ສູນ, 264 ຫ້ອງສອບເສັງ, ມີນັກຮຽນທີ່ຈະເຂົ້າຮ່ວມການສອບເສັງ 5.350 ຄົນ ແລະ ມໍ 7 ມີ 16 ສູນ, ມີ 180 ຫ້ອງສອບ, ມີນັກຮຽນເຂົ້າຮ່ວມ 3.627 ຄົນ, ໃນຊັ້ນມໍ 4 ມີ 6 ວິຊາສອບເສັງຄື: ວິຊາພາ ສາລາວ-ວັນນະຄະດີ, ສຶກສາພົນລະເມືອງ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ຄະນິດສາດ ແລະ ພາສາອັງກິດ ໃນນັ້ນຄາດຄະເນສອບໄດ້ຄະແນນ 5 ຂຶ້ນໄປ ກວມ 60% ແລະ ຄາດຄະເນບັນລຸຜົນສອບເສັງ 99% ແລະ ຊັ້ນມໍ 7 ມີ 4 ວິຊາຄື: 



ພາສາລາວ-ວັນນະຄະດີ, ຊີວະສາດ, ຄະນິດສາດ ແລະ ວິຊາພູມສາດ, ຄາດຄະເນຄະແນນ 5 ຂຶ້ນໄປ ກວມ 70% ແລະ ຄາດຄະເນລວມບັນລຸຜົນສອບເສັງ 98%, ປະຈຸບັນບັນດາ ໂຮງຮຽນແຫ່ງຕ່າງໆໄດ້ຈັດຕັ້ງການສອບເສັງທົດລອງ ເພື່ອໃຫ້ນັກຮຽນໄດ້ຝຶກກຽມຄວາມພ້ອມ ແລະ ຮູ້ຈັກວ່າຂໍ້ສອບມີລັກສະນະແບບໃດ, ວິທີໃນການຕອບ, ການໃຊ້ເວລາ ໃນຫ້ອງສອບ ລວມເຖິງລະບຽບການຕ່າງໆໃນເວລາສອບຕົວຈິງ ເພື່ອກຽມ ພ້ອມສູ່ຄຸນນະພາບເຮັດໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້ ເຊິ່ງໄດ້ກຳນົດສອບເສັງຊັ້ນມໍ 4 ໃນວັນທີ 12-14 ມິຖຸນາ ແລະ 19-20 ມິຖຸນາ ໃນຊັ້ນມໍ 7. 




ທ່ານຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ໄດ້ກ່າວຕື່ມວ່າ: ສຳລັບນັກຮຽນທີ່ຮຽນຈົບຊັ້ນມໍ 4 ແຕ່ບໍ່ສາມາດຮຽນຕໍ່ໃນຊັ້ນມັດທະຍົມປາຍ ຫຼື ຢາກຮຽນວິຊາສະເພາະ ກໍ່ມີວິທະຍາໄລເຕັກນິກວິຊາຊີບຂອງແຂວງ ແລະ ວິທະຍາໄລວິຊາຊີບແຫ່ງອື່ນໆໃນທົວປະເທດ ຮອງຮັບໃຫ້ແກ່ນັກຮຽນໃນລະດັບດັ່ງກ່າວໄດ້ຮຽນຕໍ່ ເຊິ່ງມີຫຼາຍວິຊາຮຽນ ທີ່ເປັນອີກໜຶ່ງທາງເລືອກໃຫ້ແກ່ນັກຮຽນໄດ້ມີ ໂອກາດຮຽນເອົາຄວາມຮູ້ຕິດຕົວ ເພື່ອນຳໄປປະກອບອາຊີບຕ່າງໆໃນສັງຄົມ ແລະ ນັກຮຽນທີ່ຈົບຊັ້ນມໍ 7 ກໍ່ມີມະຫາ ວິທະຍາໄລຕ່າງໆໃນທົ່ວປະເທດກໍ່ໄດ້ເປີດຮັບສະໝັກ ແລະ ຖ້າຢາກຮຽນຕໍ່ຢູ່ຕ່າງ ປະເທດກໍ່ຕ້ອງມີຄະແນນໂດຍສະເລ່ຍ 6 ຂຶ້ນໄປ ລັດຖະບານຈຶ່ງສາມາດອອກຂໍ້ຕົກລົງອະນຸຍາດ ແລະ ມີຄະແນນສະເລ່ຍ 8 ຂຶ້ນໄປ ຫຼືຄະແນນສອບເສັງຕ້ອງໄດ້ 7 ຂຶ້ນໄປຈຶ່ງສາມາດສະເໜີຂໍທຶນໄປຮຽນຕໍ່ຢູ່ຕ່າງປະເທດໄດ້ ໂດຍຖ້າສົນໃຈຢາກ ຈະສຶກ ສາຕໍ່ໃນຕ່າງປະເທດ ຫຼືສົນໃຈຈະໄປຮຽນ ຕໍ່ໃນລະດັບຕ່າງໆແມ່ນໃຫ້ມາພົວພັນ, ປຶກສາຫາລືທາງພະແນກສຶກສາທິການ ແລະ ກິລາໂດຍກົງ ເພື່ອຮັບປະກັນ ແລະ ຫຼີກລ້ຽງຈາກນາຍໜ້າ ຫຼືການໂຄສະນາຕົວະຕົ້ມ ທີ່ເຄີຍເປັນກະແສໃນສັງຄົມຢ່າງແຜ່ຫຼາຍ ທີ່ເປັນປະກົດການຫຍໍ້ທໍ້ຂອງສັງຄົມໃນໄລຍະຜ່ານມາ.

ພາບ ແລະ ຂ່າວ: ຂ່າວແຂວງຄໍາມ່ວນ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.