Header Ads

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຣັບເຈົ້າແຂວງຢຸນໜານ






​​ພາຍຫຼັງສໍາເລັດເຂົ້າຮ່ວມພິທິເປີດງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 5 ແລະ ງານວາງສະແດງແລກປ່ຽນສິນ ຄ້າຂາເຂົ້າ-ຂາອອກ ຄັ້ງທີ 25 ຢູ່ທີ່ນະຄອນຄຸນມິງ, ແຂວງຢຸນໜານ, ສປ ຈີນ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 14 ມິຖຸນາ 2018, ໃນຕອນຄໍ່າຂອງວັນດຽວກັນ ຢູ່ທີ່ຫ້ອງຮັບແຂກ Haigeng Garden ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ພົບປະກັບທ່ານ ຣວນ ເສີງຟ້າ (Ruan Chenfa), ເຈົ້າແຂວງໆຢຸນໜານ, ປະທານຮັບຜິດຊອບການຈັດງານວາງສະແດງ  ພ້ອມດ້ວຍຄະນະ.



ໃນໂອກາດນີ້, ທ່ານເຈົ້າແຂວງໆຢຸນໜານ ກໍ່ໄດ້ສະແດງຄວາມດີອົກດີໃຈ ແລະ ຍິນດີຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ເສຍສະຫຼະເວລາ ແລະ ເດີນທາງມາເຂົ້າຮ່ວມງານວາງສະແດງສິນຄ້າ ໃນຄັ້ງນີ້ ເຊິ່ງເປັນການສະແດງຄວາມເອົາໃຈໃສ່ ແລະ ການສະໜັບສະໜູນ, ຊຸກຍູ້ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື ລະຫວ່າງ ແຂວງຢຸນໜານ ແລະ ສປປ ລາວ. ໃນໂອກາດພົບປະຄັ້ງນີ້ ທ່ານເຈົ້າ ແຂວງໆຢຸນໜານ ຍັງໄດ້ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ພາຍໃນແຂວງ ແລະ ສະແດງຄວາມດີໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າການຣ່ວມມືຂອງສອງປະເທດ ນັບມື້ນັບໄດ້ຣັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສິ່ງສໍາຄັນ ແມ່ນການຣ່ວມມືລະຫວ່າງ ແຂວງຢຸນໜານ ແລະ ສປປ ລາວ ແມ່ນໄດ້ການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກຕົວຈິງ ໂດຍສະເພາະ ໃນຂົງເຂດກະສິກໍາ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ພື້ນຖານໂຄງລ່າງ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ທ່ານເຈົ້າແຂວງໆຢຸນໜານ, ອໍານາດການປົກຄອງແຂວງ ແລະ ຄະນະຮັບຜິດຊອບຈັດງານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມງານວາງສະແດງຂອງຄະນະ ໃນຄັ້ງນີ້ ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດງານຄັ້ງນີ້  ອັນໄດ້ປະກອບສ່ວນສໍາຄັນ ຕໍ່ການພັດທະນາເສດຖະກິດ ແລະ ສອດຄ່ອງກັບທ່າອ່ຽງລວມ ຂອງຍຸກສະໄໝ ທີ່ບັນດາປະເທດໃນພາກພື້ນ ແລະ ສາກົນ ກຳລັງພ້ອມພຽງກັນສຸມໃສ່ການຮ່ວມມື ເພື່ອການພັດທະນາ ດ້ວຍບັນຍາກາດທີ່ຟົດຟື້ນ ເວົ້າລວມ, ເວົ້າສະເພາະ ຕໍ່ຜົນສຳເລັດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຢຸນໜານ ເຊິ່ງເຫັນວ່າ ເປັນເຂດໜຶ່ງທີ່ມີການພັດທະນາໄວ ແລະ ມີປະສິດທິຜົນ ໃນ ສປ ຈີນ ໂດຍສະເພາະ ຂະແໜງກະສິກໍາ ແລະ ການທ່ອງທ່ຽວ. ສໍາລັບການຣ່ວມມື ຂອງສອງປະເທດ ເຫັນວ່າສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກ ໃນວຽກງານຕົວຈິງຫຼາຍດ້ານ ໂດຍປະຕິບັດຕາມແຜນການຮ່ວມມື ທີ່ການນໍາຂັ້ນສູງຂອງສອງປະເທດ ທີ່ໄດ້ຕົກລົງກັນນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ. 

ສໍາລັບການຣ່ວມມື ລະຫວ່າງ ສປປ ລາວ ແລະ ແຂວງຢຸນໜານ ຕະຫຼອດໄລຍະຜ່ານມາ ກໍ່ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງຝ່າຍ ກໍ່ດຳເນີນໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ ລວມທັງ ການພັດທະນາຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ. ນອກຈາກນີ້, ແຂວງຢຸນໜານ ຍັງໄດ້ປະກອບສ່ວນຢ່າງຫຼວງຫຼາຍ ໃນການສົ່ງເສີມ ແລະ ຊຸກຍູ້ການຮ່ວມມືທາງກະສິກໍາ, ການກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ເຊິ່ງບັນດານະໂຍບາຍເຫຼົ່ານັ້ນ ລ້ວນແລ້ວແຕ່ນອນຢູ່ໃນຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຂອງປະທານ ສີ ຈິ້ນ ຜິງ.  


​ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານເຈົ້າແຂວງໆຢຸນໜານ ຍັງເຫັນດີທີ່ຊູກຍູ້ບັນດາຂະ ແໜງການກ່ຽວຂ້ອງຂອງຕົນ ເພື່ອສືບຕໍ່ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ຖອດຖອນບົດຮຽນ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈນຳກັນ ລວມທັງ ສ້າງຕັ້ງກົນໄກການຮ່ວມມື ເພື່ອຄວາມສະດວກໃນການປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂື້ນ ເປັນຕົ້ນ: ຂົງເຂດຂະແໜງການສຶກສາ ແລະ ສາທາລະນະສຸກ; ຂະແໜງກະສິກໍາ; ຂະແໜງໄຟຟ້າ; ການທ່ອງທ່ຽວ ແລະ ການຮ່ວມມືການກໍ່ສ້າງພື້ນຖານໂຄງລ່າງ ຕື່ມອີກ.​


ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_____

Powered by Blogger.