Header Ads

ເກີດເຫດແຜ່ນດິນໄຫວ 6.1 ແມັກນິຈູດ ທີ່ແຂວງໂອຊະກາ ເສຍຊີວິດ 3 ລາຍ ແລະ ບາດເຈັນ 40 ກວ່າຄົນ





ສໍານັກງານອຸຕຸນີຍົມແຫ່ງຊາດຢີ່ປຸ່ນ (JMA) ເປີດເຜີຍວ່າ ເກີດເຫດແຜ່ນດິນໄຫວຂະໜາດ 6.1 ແມັກນິຈູດ ໃນແຂວງໂອຊະກາ ປະເທດຢີ່ປຸ່ນ ໃນເວລາ 7.58 ນາມີຕາມເວລາທ້ອງຖິ່ນ ຈຸດສູນກາງລະດັບຄວາມເລິກ 10 ກີໂລແມັດ ໂດຍມີລາຍງານຢ່າງບໍ່ເປັນທາງການວ່າມີຜູ້ບາດເຈັບ 3 ລາຍ ແລະ ໄດ້ຮັບບາດເຈັບກວ່າ 100 ກວ່າຄົນ. 






ນາຍົກ ລັດຖະມົນຕີ ທ່ານ ຊີນໂຊ ອາເບະ ສັ່ງໃຫ້ໜ່ວຍງານທ້ອງຖິ່ນໃຫ້ຄວາມຊ່ວຍເຫຼຶອຜູ້ປະສົບໄພ ພ້ອມກັບໃຫ້ຄົ້ນຫາຍຜູ້ສູນຫາຍຢ່າງເລັ່ງດ່ວນໃນພື້ນທີ່ແຂວງໂອຊະກາ ແລະ ບໍລິເວນແຂວງໄກ້ຄຽງ.   ທາງດ້ານການຂົນທາງລົດໄຟແມ່ນໄດ້ຖືກລະງັບການໃຫ້ບໍລິການຊົ່ວຈົນກວ່າຈະໄດ້ຮັບການຢືນຢັນດ້ານຄວາມປອດໄພ.  ສ່ວນບໍລິສັດ ຄັນໄດ ອິເລັກໂທຣນິກ ຜູ້ບໍລິການໄຟຟ້າໃນແຂວງໂອຊະກາ ກໍອອກມາຢືນຢັ້ນວ່າ ໂຮງງານປະຕິກອນນີວເຄຣຍບໍ່ໄດ້ຮັບຜົນກະທົບຈາກເຫດແຜນດິນໄຫວໃນຄັ້ງນີ້ ແລະ ໂຮງງານຍັງສາມາດດໍາເນີນງານປົກກະຕິ.



© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.