Header Ads

ທ່ານຮອງນາຍົກລັດຖະມົນຕີ ເຄຶ່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນເສີນເຈີນ





​​ໃນລະຫວ່າງວັນທີ 16-17 ມິຖຸນາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ ພ້ອມດ້ວຍຄະນະໄດ້ເດີນທາງໄປ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຮ່ວມບໍລິສັດ ຫົວເຫວີຍ ຢູ່ທີ່ສໍານັກງານໃຫຍ່ບໍລິສັດຫົວເຫວີຍ, ນະຄອນເສີນເຈີນ, ແຂວງກວາງຕຸງ ສປ ຈີນ ໂດຍໃຫ້ກຽດຕ້ອນຮັບຄະນະຢ່າງອົບອຸ່ນຈາກ ທ່ານ ສຽວຫານ (Xiao Han) ຮອງປະທານບໍລິສັດຫົວເຫວີຍ ພ້ອມດ້ວຍ ພະນັກງານພາຍໃນບໍລິສັດດັ່ງກ່າວ.



ໃນໂອກາດນີ້ ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການເຄື່ອນໄຫວ ແລະ ປະຫວັດຄວາມເປັນມາຂອງບໍລິສັດ ວ່າ: ບໍລິສັດ ຫົວເຫວີຍ ເປັນບໍລິສັດ ທີ່ຜະລິດອຸປະກອນເຄືອຂ່າຍໄອທີ ແລະ ອຸປະກອນຄົມມະນາຄົມຊັ້ນນຳຂອງໂລກ,  ມີສໍານັກງານໃຫຍ່ ຕັ້ງຢູ່ເມືອງເຊິນເຈິ້ນ ສປ ຈີນ, ເປັນບໍລິສັດເອກະຊົນ 100%, ມີ 12 ສໍານັກງານໃຫຍ່ລະດັບພາກພື້ນ, 14 ສູນຄົ້ນຄວ້າ ເເລະ ພັດທະນາ, 36 ສູນນະວັດຕະກໍາ ແລະ 45 ສູນຝຶກອົບຮົມໃນທົ່ວໂລກ, ມີພະນັກງານຫຼາຍກວ່າ 180,000 ຄົນ ໃນທົ່ວໂລກ ແລະ 70% ເປັນພະນັກງານທ້ອງຖິ່ນ. ບໍລິສັດ ຫົວເຫວີຍ ໄດ້ສະໜອງການບໍລິການດ້ານເຄືອຂ່າຍ ແລະ ອຸປະກອນຄົມມະນາຄົມ ໃຫ້ຫຼາຍກ່ວາ 170 ປະເທດໃນທົ່ວໂລກ, ບໍລິການໃຫ້ປະຊາກອນຫຼາຍກ່ວາ ໜຶ່ງສ່ວນສາມຂອງໂລກ. ໃນປີ 2013 ບໍລິສັດ ຫົວເຫວີຍ ໄດ້ກາຍເປັນບໍລິສັດອັນດັບ 1 ທາງດ້ານ ICT ຂອງໂລກ ແລະ ໃນປີ 2017 ນີ້ ບໍລິສັດ ຫົວເຫວີຍ ເປັນບໍລິສັດ ທີ່ແຂງແກ່ນອັນດັບທີ 83 ໃນ 500 ບໍລິສັດໃນທົ່ວໂລກ (Fortune 500) ແລະ ມີລາຍຮັບ ທັງໝົດ 92.5 ຕື້ໂດລາສະຫະລັດ.


ສໍາລັບການຮ່ວມມື ແລະ ການລົງທຶນ ຢູ່ ສປປ ລາວ ບໍລິສັດ ຫົວເຫວີຍ ໄດ້ເຂົ້າສູ່ຕະຫຼາດທາງດ້ານໂທລະຄົມມະນາຄົມ ໃນ ສປປ ລາວ ປີ 1998 ແລະ ກໍ່ຕັ້ງສໍານັກງານ ປີ 2008. ປະຈຸບັນ ມີພະນັກງານທັງ ໝົດ 200 ຄົນ ແລະ 70% ແມ່ນຄົນລາວ. ພ້ອມດຽວກັນນີ້ ໄດ້ມີການຝຶກອົບຮົມໃຫ້ພະນັກງານລາວ ຫຼາຍກວ່າ 2.000 ຄົນ, ເຊິ່ງສ້າງເງື່ອນໄຂ ແລະ ໂອກາດ ໃນການຮຽນຮູ້ດ້ານໂທລະຄົມການສື່ສານ. ນອກຈາກນີ້ ຍັງມີໂຄງການຮ່ວມມືກັບບັນດາຂະແໜງການພາກລັດ ຂອງ ສປປ ລາວ ເປັນຕົ້ນ: ກະຊວງປ້ອງກັນຄວາມສະຫງົບ, ສູນອິນເຕີເນັດແຫ່ງຊາດ; ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ຂະແໜງໄຟຟ້າ ແລະ ພາກສ່ວນອື່ນໆຕື່ມອີກ; ສ່ວນໂຄງການຮ່ວມມືດ້ານໂທລະຄົມມະນາຄົມ ບໍລິສັດ ຫົວເຫວີຍ ແມ່ນຜູ້ທຳ ອິດ ທີ່ສ້າງເຄືອຂ່າຍ 3G WCDMA ແລະ ເຄື່ອຂ່າຍ 4G  LTE ໃນປະເທດລາວ ປີ 2008 ແລະ 2013 ພ້ອມທັງ ເປັນຄູ່ຮ່ວມມືທີ່ສໍາຄັນ ໃນການສະໜອງເຄື່ອງອຸປະກອນ ດ້ານໂທລະຄົມມະນາຄົມ ໃຫ້ບໍລິສັດໂທລະຄົມ ຂອງ ສປປ ລາວ ຄື: ລາວໂທລະຄົມ, ອີທີແອວ, ຢູນິເທວ (LTC, ETL, Unitel). ໃນປະຈຸບັນ ບໍລິສັດ ຫົວເຫວີຍ ມີຕົວແທນຈຳໜ່າຍໂທລະສັບ ຈໍານວນ 11 ຮ້ານ, ແລະ ຮ້ານຈຳໜ່າຍຍ່ອຍ ໃນຂອບເຂດທົ່ວປະເທດ ຈໍານວນ 500  ຮ້ານ. ນອກຈາກຜົນງານທີ່ກ່າວມານັ້ນ, ສິ່ງສໍາຄັນ ບໍລິສັດຍັງໄດ້ຊ່ວຍເຫຼືອ ເຄື່ອງອຸປະກອນໄອທີ, ງົບປະມານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.



ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງຄະນະປະທານບໍລິສັດ ພ້ອມດ້ວຍພະນັກງານ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກ ໃນການເດີນທາງມາເຮັດວຽກຄັ້ງນີ້, ຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບໍລິສັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເຮັດໃຫ້ຊື່ສຽງ ແລະ ຜະລິດຕະພັນຂອງຫົວເຫວີຍ ມີການພັດທະນາກ້າວໜ້າ ແລະ  ທັນສະໄໝ ຢ່າງບໍ່ຢຸດຢັ້ງ ເຊິ່ງເປັນທີ່ຍອມຮັບຂອງຜູ້ນໍາໃຊ້ ກໍ່ຄື ສັງຄົມໃນທົ່ວໂລກ. ສໍາລັບການຮ່ວມມືກັບ ສປປ ລາວ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ບໍລິສັດຫົວເຫວີຍ ສືບຕໍ່ປະສານງານກັບພາກສ່ວນກ່ຽວຂ້ອງ ຂອງລາວຢ່າງລະອຽດ ເພື່ອເຮັດແນວໃດ ເວລາຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ ແລະ ມີການຄຸ້ມຄອງນໍາໃຊ້ໃຫ້ຍາວນານ. ສິ່ງສໍາຄັນແມ່ນເອົາໃຈໃສ່ ຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດ ດ້ານໄອຊີທີຢູ່ລາວໃຫ້ຫຼາຍຂື້ນ ແລະ ຫວັງວ່າໃນອະນາຄົດ ບໍລິສັດຫົວເຫວີຍ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມືກັບ ສປປ ລາວ ກໍ່ຄື ບັນດາຂະແໜງການທີ່ກ່ຽວຂ້ອງຂອງລາວ ຕື່ມອີກ. ໃນໂອກາດທີ່ ສປປ ລາວ ເປີດປີທ່ອງທ່ຽວລາວ 2018 ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນຄະນະນໍາ ແລະ ພະນັກງານຂອງບໍລິສັດ ໄປຢ້ຽມຢາມ ແລະ ທ່ອງທ່ຽວລາວ ເພື່ອເປັນການສຶກສາຂໍ້ມູນການລົງທຶນ ແລະ ສຶກສາປະເພນີ, ວັດທະນະທໍາອັນດີງາມ ຂອງ ສປປ ລາວ.

ໃນວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປທັດສະນະສຶກສາ ສູນຄວບຄູມ ແລະ ສູນບັນຊາການຕໍາຫຼວດເມືອງຫຼົງກາງ ແລະ ສູນປ້ອງກັນເຄືອຂ່າຍດ້ານອິນເຕີເນັດ ຂອງບໍລິສັດ ຫົວເຫວີຍ ຕື່ມອີກ.​


ແຫລ່ງຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______
Powered by Blogger.