Header Ads

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ





ໃນວັນທີ 19ມິຖຸນາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຮອງ​ປະ​ທານ​ປະ​ເທດ ແຫ່ງ ສສ. ຫວຽດນາມ, ເຊິ່ງເປັນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງທຳອິດ ຫຼັງຈາກທີ່ທ່ານໄດ້ຮັບຕຳແໜ່ງເປັນຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ເປັນຕົ້ນມາ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ຕ້ອນຮັບ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ,ຊຶ່ງການຢ້ຽມຢາມຄັ້ງນີ້ ອັນເປັນການນຳເອົາໄມຕີ​ຈິດ​ມິ​ດຕະພາບ​ອັນ​ດູດ​ດື່ມ​ ແຫ່ງ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມອ້າຍ​ນ້ອງ ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ​ ໃຫ້​ແໜ້ນ​ແຟ້ນຍິ່ງໆ​ຂື້ນ, ທັງ​ເປັນ​ການ​ກະຕຸກ​ຊຸກຍູ້​​ການ​ຮ່ວມ​ມື​ ລະຫວ່າງ​​ ສອງ​ປະ​ເທດ​ ລາວ-ຫວຽດນາມ ໃຫ້​ເກີດ​ໝາກຜົນ​ຕົວ​ຈິງ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ​ການ​ພົວພັນ​ຮ່ວມ​ມື​ ທາງ​ດ້ານ​ເສດຖະກິດ, ວັດທະນາທຳ, ວິທະຍາສາດ​-ເຕັກນິກ, ການ​ຄ້າ ​ແລະ ການລົງທຶນຂອງ​ສອງ​ປະ​ເທດ ໃນ​ໄລຍະ​ຜ່ານ​ມາ. ສອງ​ຝ່າຍ ​ລ້ວນ​ແຕ່ມີ​ຄວາມ​ພະຍາຍາມ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ສອງກົ​ມການ​ເມືອງ ກໍ່ຄື ສອງລັດຖະບານ ​ຊຶ່ງ​ມີຫລາຍໆ​ກິດຈະການທີ່​​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ຄາດໝາຍ, ອັນສໍາຄັນແມ່ນໄດ້ມີນັກທຸລະກິດ ແລະ ບັນດາຫົວໜ່ວຍການຜະລິດຂອງຫວຽດນາມ ໄດ້ໃຫ້ຄວາມສົນໃຈ ແລະ ມາລົງທຶນຢູ່ ສປປ ລາວ ຫລາຍຂື້ນເປັນຕົ້ນແມ່ນ: ດ້ານອຸດສາຫະກຳ, ປູກຝັງ-ລ້ຽງສັດ ແລະ ດ້ານອື່ນໆອີກ ສິ່ງເຫລົ່ານີ້ໄດ້ຊ່ວຍສ້າງກຳລັງແຮງ ແລະ ຊ່ວຍສ້າງທາງອອກໃຫ້ແກ່ປະຊາຊົນລາວ ໃນການທໍາມາຫາກິນ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນຕ່າງໆ ບ່ອນທີ່ມີໂຄງການລົງທຶນຂອງຫວຽດນາມ ແລະ ສອງຝ່າຍ ຈະສືບຕໍ່ຊຸກຍູ້ ບັນດາໂຄງການທີ່ໄດ້ລົງທຶນ ເພື່ອສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່ຊຸກຍູ້ຊ່ວຍເຫລືອແບບພິເສດ ແລະ ລ້ຳຄ່າຂອງພັກ ແລະ ລັດຖະບານ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ປະຊາຊົນລາວ ທີ່ຊ່ວຍໃຫ້ ສປປ ລາວ ມີຊາຍຝັ່ງທະເລ ໂດຍການໃຫ້ ສປປ ລາວ ສໍາປະທານ ແລະ ພັດທະນາທ່າເຮືອຫວຸ້ງອາງ ແລະ ໂຄງການອື່ນໆທີ່ໄດ້ຮັບການຊ່ວຍເຫຼືອລ້າ ກໍ່ຄືການລົງທຶນຂອງ ຫວຽດນາມ ຢູ່ ສປປລາວ. ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່​ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ, ຮອບດ້ານທີ່​ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ທີ່ຍາດ​ມາ​ໄດ້​​ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ໃນ​ໄລຍະ​ຜ່ານ​ມາ, ເຖິງວ່າສະ​ພາບ​ເສດ​ຖະ​ກິດ​ລວມ​ຂອງ​ໂລ​ກ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ ແລະ ປະ​ເຊີນ​ກັບ​ວິ​ກິດ​ການແຕ່​ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ​ກໍ່​ສາ​ມາດ​ຜ່ານ​ມາ ແລະ ພັດ​ທະ​ນາ​ປະ​ເທດ ໄປໄດ້​ຢ່າງ​ໝັ້ນ​ທ່ຽງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ນັບມື້ນັບດີຂຶ້ນເປັນກ້າວໆ.

ໃນໂອກາດດຽວກັນ, ສະຫາຍຮອງ​ປະ​ທານ​ປະ​ເທດ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ແລະ ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດ ຫວຽດນາມ-ລາວ; ສະແດງຄວາມຂອບໃຈ ມາຍັງພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນເມື່ອກ່ອນກໍ່ຄືປັດຈຸບັນ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.


ໃນຕອນທ້າຍ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ ສະຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳນຳພາປະເທດຫວຽດນາມ ກ້າວຂື້ນຕາມເປົ້າ ໜາຍທີ່ວາງໄວ້ ແລະ ໄດ້​ຮັບ​ຜົນສໍາ​ເລັດ​ຢ່າງ​ຈົບງາມ​ໃນ​ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ທີ່ມາ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.