Header Ads

ສໍາຫຼວດຂໍ້ມູນແຫຼ່ງທ່ອງທ່ຽວພູສະເຫຼົ້າເພື່ອພັດທະນາແຫຼ່ງທ່ອງທ່ຽວ






ວັນທີ 30 ພຶດສະພາ 2018 ນີ້ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ, ຮ່ວມກັບກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ແລະ ບັນດາພະແນກການກ່ຽວຂ້ອງຂອງແຂວງ, ຂະແໜງການຂອງເມືອງ, ອໍານາດການປົກຄອງບ້ານ ໄດ້ເຄື່ອນໄຫວສໍາຫຼວດ, ເກັບກໍາຂໍ້ມູນ, ເນື້ອທີ່ຂອບເຂດ ແລະ ຈັດສັນແຫຼ່ງທ່ອງທ່ຽວ ເພື່ອຂຽນແຜນຄຸ້ມຄອງ ແຫຼ່ງທ່ອງທ່ຽວ ພູສະເຫຼົ້າ ເມືອງ ໂພນທອງ ໃຫ້ມີການພັດທະນາຕາມຄວາມເໝາະສົມ.



ທ່ານ ນາງ ມາລາ ຈັນທະລາມ ຮອງຫົວໜ້າພະແນກ ຖວທ ແຂວງຈຳປາສັກ ໃຫ້ຮູ້ວ່າ: ການລົງສໍາຫຼວດຄັ້ງນີ້ ແມ່ນມີຄວາມສໍາຄັນໃນດ້ານການເກັບກໍາຂໍ້ມູນກ່ຽວກັບຂອບເຂດ, ເນື້ອທີ່ຂອງແຫຼ່ງທ່ອງທ່ຽວ ເພື່ອຈະມາຈັດສັນ, ກໍານົດເຂດພັດທະນາການທ່ອງທ່ຽວດ້ານວັດທະນະທໍາ ເຊັ່ນ : ກໍ່ສ້າງວັດ, ການປຸກສ້າງສະຖານທີ່ສັກກາລະບູຊາ, ກໍ່ສ້າງຣີສອດ, ຮ້ານອາຫານ-ກິນດື່ມ, ສວນສະໜຸກ, ສວນດອກໄມ້, ນອກນີ້ກໍ່ມີການກໍານົດເປັນເຂດອະນຸລັກທໍາມະຊາດ.



ທ່ານ ນາງ ມາລາ ຈັນທະລາມ ໃຫ້ຮູ້ຕື່ມວ່າ: ການລົງສໍາຫຼວດນອກຈາກຈະເປັນການຊຸກຍູ້ສົງເສີມການທ່ອງທ່ຽວໃຫ້ມີການພັດທະນາດີຂຶ້ນ ກໍ່ຍັງເປັນການອໍານວຍຄວາມສະດວກໃຫ້ແກ່ບໍລິສັດ, ນັກລົງທຶນທີ່ເຂົ້າມາລົງທຶນພັດທະນາແຫຼ່ງທ່ອງທ່ຽວ ແຫ່ງນີ້ໃຫ້ດໍາເນີນການພັດທະນາຖືກຕ້ອງຕາມລະບຽບການ ແລະ ມີຄວາມເໝາະສົມຕາມຄວາມເປັນຈິງ, ພ້ອມນີ້ກໍ່ເປັນການສ້າງເງື່ອນໄຂ ເຮັດໃຫ້ແຫຼ່ງທ່ອງທ່ຽວມີຄວາມສົມບູນສວຍງາມ ກາຍເປັນສະຖານທີ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ເຊິ່ງປັດຈຸບັນແມ່ນບໍລິສັດ ດາວເຮືອງ ເປັນຜູ້ສໍາປະທານ ໃນການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວແລະ ກໍາລັງມີການພັດທະນາດ້ານພື້ນຖານໂຄງລ່າງ ເປັນຕົ້ນແມ່ນການກໍ່ສ້າງເສັ້ນທາງອ້ອມຮອບຂຶ້ນໄປສູ່ຈອມພູ.


ຂ່າວ-ພາບ: ຈັນທະວີສັກ ໜັງສືພິມຈໍາປາໃໝ່ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

______



Powered by Blogger.