Header Ads

ລັດຖະມົນຕີຕ່າງປະເທດ ຕ້ອນຮັບ ທູດການາດາ ປະຈຳ ລາວ ເຂົ້າຢ້ຽມຂໍ່ານັບ





ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018, ເວລາ 10:00 ໂມງ, ທີ່ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ນາງ Donica Pottie, ເອກອັກຄະລັດຖະທູດ ​ແຫ່ງ ກາ​ນາ​ດາ ປະຈໍາ ສປປ ລາວ, ທີ່ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດ​ໄທ, ​​ໃນ​ໂອກາດເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ແລະ ນໍາພາ ທ່ານ ນາງ Lee-Anne Hermann, ອຸປະ​ທູດ​ກາ​ນາ​ດາ ປະຈໍາ ຫ້ອງການ​ຕາງໜ້າ​ການ​ທູດ ສປປ ລາວ ທີ່ ນະຄອນຫຼວງ​ວຽງຈັນ,​ ​ເພື່ອເຂົ້າ​ຢ້ຽມ​ອໍາ​ລາ​ ໃນ​ໂອກາດ​ສໍາ​ເລັດ​ການ​ປະຕິບັດ​ໜ້າ​ທີ່ ຢູ່ ສປປ ລາວ.


ໃນ​ໂອກາດ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໄດ້​ສະ​ແດງຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ຕີ​ລາຄາ​ສູງ ຕໍ່​ການ​ປະກອບສ່ວນ​ຂອງ​ທ່ານອຸປະ​ທູດ ມາ​ດໍາລົງ​ຕໍາ​ແໜ່​ງ​ເປັນ​ນັກ​ການ​ທູດຄົນ​ທໍາ​ອິດ ພາຍຫຼັງເປີດ​ຫ້ອງການ​ຕາງໜ້າ​ການ​ທູດກາ​ນາ​ດາ ທີ່​ ນະຄອນຫຼວງ​ວຽງ​ຈັນ,​ເຊິ່ງ​ເປັນ​ນິມິດ​ໝາຍ​ສໍາຄັນ ​​ໃຫ້​ແກ່​ການຊຸກຍູ້​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ ໃຫ້​ໄດ້​ຮັບ​ການ​ເສີມຂະຫຍາຍ​. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ ​ເຖິງ​ການ​ພົວພັນ​ຮ່ວມ​ມື​ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ພ້ອມ​ນັ້ນ​ ກໍ່ໄດ້​ປຶກສາ​ຫາລື ​ແລະ ທົບ​ທວນ​ການ​ພົວພັນ ​ລະຫວ່າງ​ສອງ​ປະ​ເທດ ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ປຶກສາ​ຫາລື​ທິດ​ທາງ​ການ​ເສີມ​ຂະຫຍາຍ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ​​ເປັນ​ຕົ້ນ​: ວຽກງານ​ການ​ເກັບ​ກູ້​ລະ​ເບີດທີ່​ບໍ່​ທັນ​ແຕກ​ຢູ່​ລາວ, ການ​ສຶກສາ ​ແລະ ການ​ພົວພັນ​ລະຫວ່າງ​ກາ​ນາ​ດາ ກັບ ອາ​ຊຽນ, ການ​ຮ່ວມ​ມື ​ແລະ ການ​ສະໜັບສະໜູນ​ຊຶ່ງກັນ ​ແລະ ກັນ ​ໃນ​​ເວທີ​ສາກົນ.

ໃນ​ໂອກາດ​ນີ້, ທ່ານ​ທູດ ແລະ ອຸປະ​ທູດ​ກາ​ນາ​ດາ ປະຈໍາ ລາວ ຍັງ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ທ່ານ ບຸນ​ເກີດ ສັງ​ສົມ​ສັກ, ລັດຖະມົນຕີ​ ປະ​ຈໍາ ຫ້ອງ​ວ່າການສໍານັກງານນາຍົກ, ທ່ານ ຮສ. ດຣ. ບຸນ​ກອງ ສີ​ຫາ​ວົງ, ລັດຖະມົນຕີ​ກະຊວງສາທາ ລະນະ​ສຸກ, ​ທ່ານ ສົມ​ມາດ ພົນ​ເສນາ, ລັດຖະມົນຕີ​ກະຊວງຊັບພະຍາກອນທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ ປອ. ສຸພັນ ​ແກ້ວ​ມີ​ໄຊ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ແລະ ​​​ໄດ້ເດີນທາງ​ໄປແຂວງໆສະຫວັນ​ນະ​ເຂດເຂົ້າ​ຢ້ຽມຂໍ່ານັບ ທ່ານ ສັນຕິພາບ ພົມວິຫານ, ​ເຈົ້າ​ແຂວງໆ​ສະຫວັນ​ນະ​ເຂດ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.