Header Ads

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ແຫ່ງຣາຊະອານາຈັກລຸກຊໍາບວກ





ໃນວັນທີ 13 ມິຖຸນາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊັງ ອາແຊນບອນ (Jean Asselborn) ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີລົບ ແຫ່ງ ຣາຊະອານາຈັກລຸກຊໍາບວກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 12-13 ມິຖຸນາ 2018 ນີ້.



ກ່ອນອື່ນ, ທ່ານ ທອງລຸນ ສີສຸລິດ ໄດສະແດງຄວາມຍິນດີຕ້ອນຮັບ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະຜູ້ແທນ ແຫ່ງຣາຊະອານາຈັກລຸກຊໍາບວກ ໃນຄັ້ງນີ້. ພ້ອມດຽວກັນນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກລຸກຊໍາບວກ ນັບແຕ່ໄດ້ຮັບການສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ວັນທີ 25 ກັນຍາ 1997 ຈົນເຖິງປະຈຸບັນ ເຊິ່ງທັງສອງປະເທດໄດ້ມີການຊຸກຍູ້, ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນຕະຫຼອດມາ, ເຊິ່ງໄດ້ເຮັດໃຫ້ສາຍພົວພັນຮ່ວມມືຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຕະຫຼອດມາ. 

ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍ່ຄື ປະຊາຊົນລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ເປັນຕົ້ນ ວຽກງານສາທາລະນະສຸກ, ທຶນການສຶກສາ, ການປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ວຽກງານພັດທະນາຊົນນະບົດ, ວຽກງານຊ່ວຍເຫຼືອຜູ້ດ້ອຍໂອກາດ ທີ່ອາໃສຢູ່ເຂດຫ່າງໄກສອກຫຼີກ ແລະ ອື່ນໆ...ອັນເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດມາ.


ໂອກາດເຂົ້າຢ້ຽມຂໍ່ານັບ ໃນຄັ້ງນີ້, ທ່ານ ຊັງ ອາແຊນບອນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາຍົກລັດຖະມົນຕີຂອງ ສປປ ລາວ ທີ່ໄດ້ເສຍສະຫຼະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ ​ໃນຄັ້ງນີ້ ແລະ ຢືນຢັນວ່າ ລັດຖະບານ ກໍ່ຄື ປະຊາຊົນຣາຊະອານາຈັກລຸກຊໍາບວກ ຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື, ຊຸກຍູ້ ແລະ ຊ່ວຍເຫຼືອ ສປປ ລາວ ຕໍ່ໄປ.
ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງແລກປ່ຽນ ແລະ ສົນທະນາກັນ ກ່ຽວກັບສະພາບການພາຍໃນຂອງສອງປະເທດ ລວມທັງ ສະພາບການຂອງພາກພື້ນ ແລະ ສາກົນ ຕື່ມອີກ.


ແຫລ່ງ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanew
_____

Powered by Blogger.