Header Ads

ສປປ ລາວ ສະເຫນີບົດລາຍງານແຫ່ງຊາດແບບສະຫມັກໃຈ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດ ວາລະການພັດທະນາແບບຍືນຍົງ 2030




ກອງປະຊຸມເວທີການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນຍົງ ໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ອົງການ ສະ​ຫະ​ປະ​ຊາ​ຊາດ ທີ່ນິວຢອກ ແຕ່ວັນທີ 09-18 ກໍລະກົດ 2018. ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການ ຕ່າງປະເທດ, ຮອງປະທານຜູ້ປະຈຳການຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ(ປພຍ), ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂອງ ສ​ປ​ປ ລາວ ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ກະ​ຊວງ​ແຮງ​ງານ ເຂົ້າ​ຮ່ວມກອງປະຊຸມເວທີການເມືອງລະດັບສູງດັ່ງກ່າວ. 



ໃນ​ໄລ​ຍະ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ ແຕ່​ວັນ​ທີ 16-18 ກໍ​ລະ​ກົດ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຂຶ້ນນໍາສະເຫນີບົດລາຍງານແຫ່ງຊາດແບບສະຫມັກໃຈ ສະບັບທໍາອິດ ຂອງ ສປປ ລາວ ກ່ຽວ​ກັບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ໃນ​ຕອນ​ບ່າຍ​ຂອງວັນ​ທີ 17 ກໍ​ລະ​ກົດ, ເຊິ່ງ​ເປັນ​ຫນຶ່ງ​ໃນ 47 ປະ​ເທດ​ສະ​ມາ​ຊິກ ທີ່ນໍາສະເຫນີບົດລາຍງານແຫ່ງຊາດ ​ໃນປີ 2018 ນີ້ ໂດຍໄດ້​ຊີ້​ໃຫ້​ເຫັນ​ວ່າ ສປປ ລາວ ໄດ້​ເອົາ​ໃຈ​ໃສ່​ໃນ​ການຈັດປະຕິບັດເປົ້າໝາຍການພັດທະນາແບບຍືນຍົງນັບແຕ່ມື້​ຖືກ​​ຮັບ​ເອົາ​ເປັນ​ຕົ້ນ​ມາ ໂດຍ​ສະ​ເພາະ​ແມ່ນໄດ້ຜັນຂະຫຍາຍເປົ້າຫມາຍການພັດທະນາຂອງສາກົນດັ່ງ​ກ່າວ ເຂົ້າ​ໃນ​ແຜນ​ພັດ​ທະ​ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ທີ່ສອດຄ່ອງກັບ 3 ເສົາຄໍ້າ ຂອງວາ​ລະ​ການພັດທະນາ 2030​ຄື: ດ້ານເສດຖະກິດ, ສັງຄົມ ແລະ ສີ່ງແວດລ້ອມ. ໃນ​ນັ້ນ, ປະ​ມານ 60% ຂອງຕົວຊີ້ວັດຂອງ​ແຜນພັດ​ທະ​ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແມ່ນເຊື່ອມໂຍງກັບຕົວຊີ້ວັດ ປ​ພຍ, ເຊິ່ງ​ຕົວ​ຊີ້​ວັດ ປ​ພຍ ທີ່​ຍັງ​ເຫລືອ ແມ່ນຈະສືບຕໍ່​ຜັນ​ຂະ​ຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງ​ຊາດ ໃນໄລຍະຕໍ່​ໄປ. ພິເສດ ສປປ ລາວ ຍັງໄດ້ສະ​ເຫນີ​ຄວາມ​ຄືບ​ຫນ້າ​ກ່ຽວ​ກັບ ປພຍ ທີ 18 ວ່າດ້ວຍ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”, ເຊິ່ງເປັນ ເປົ້າຫມາຍແຫ່ງຊາດຂອງຕົນ ແນໃສ່ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກ (UXO) ຕໍ່ການພັດທະນາ ປະເທດ.

ບົດລາຍງານແຫ່ງຊາດສະບັບນີ້ ຊີ້​ໃຫ້​ເຫັນ​ເຖິງ​ຂໍ້​ສະ​ດວກ, ຂໍ້ຫຍຸ້ງຍາກ, ສີ່ງທ້າທາຍ ແລະ ທິດ​ທາງ​ໃນ​ຕໍ່​ໜ້າ ໃນການຈັດ​ຕັ້ງ​ປະ​ຕິ​ບັດ ປ​ພຍ ຢູ່ ສປປ ລາວ ພ້ອມ​ທັງ​ຢໍ້າຄືນຄວາມຕັດສິນໃຈສູງ ແລະ ຄວາມຫມັ້ນຫມາຍອັນແຮງກ້າ ຂອງລັດຖະບານລາວ ໃນການສືບຕໍ່ຮ່ວມ​ມື​ກັບ​ວົງ​ຄະ​ນະ​ຍາດ​ສາ​ກົນເພື່ອຮັບປະກັນໃຫ້ແກ່ການປະຕິບັດ ປ​ພຍ ໃຫ້ບັນລຸ ຜົນຕາມຄາດຫມາຍ, ເຊິ່ງ​ຈະ​ເປັນ​ການ​ສ້າງ​ເງື່ອນ​ໄຂ ແລະ ເປັນພື້ນຖານສໍາຄັນເພື່ອໃຫ້ສາມາດບັນລຸເງື່ອນໄຂຂອງການ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ​ເທື່ອ​ລະ​ກ້າວ.

ການ​ສ້າງ​ບົດ​ລາຍ​ງານແຫ່ງຊາດ​ດັ່ງ​ກ່າວ ຍັງແມ່ນການປະ​ຕິ​ບັດ​ພັນ​ທະ​ສາກົນໃນຖານະເປັນປະເທດ​ສະ​ມາ​ຊິກ ອົງ​ການ ສ​ປ​ຊ ​ເພື່ອລາຍ​ງານ​ຄວາມ​ຄືບ​ໜ້າຂອງການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ປ​ພຍ ໃນລະດັບປະເທດໃຫ້​ສາ​ກົນ​ຮັບ​ຮູ້ ແລະ ​ເຂົ້າ​ໃຈ​ຕໍ່​ສະພາບຈຸດພິເສດດ້ານການພັດທະນາ ກໍຄືແນວ​ທາງນະ​ໂຍ​ບາຍ​ຂອງ​ລັດລັດຖະບານ ​​ພາຍ​ໃຕ້​ຄໍາຂວັນ “ບໍ່ປະຖີ້ມໃຜໄວ້ຢູ່ ທາງຫຼັງ”. ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ຂອງສາ​ກົນດັ່ງກ່າວ ຍັງຮຽກຮ້ອງໃຫ້ມີສ່ວນຮ່ວມຂອງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ. ດັ່ງນັ້ນ, ໃນຕະຫລອດຂະບວນການກະກຽມບົດ​ລາຍ​ງານແຫ່ງຊາດ​ດັ່ງ​ກ່າວ​ຈຶ່ງ​ໄດ້​ມີ​ການຈັດຕັ້ງກອງ ປະຊຸມປຶກສາຫາລືແບບມີສ່ວນຮ່ວມ​ຂຶ້ນຫຼາຍຄັ້ງ ໂດຍການເຂົ້າຮ່ວມປະກອບຄໍາຄິດເຫັນຂອງພາກລັດ​ຖະ​ບານ, ສະມາ ຊິກສະພາແຫ່ງຊາດ, ພາກເອກະຊົນ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ, ອົງ​ການ​ເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງ​ໄດ້​​​ພົບ​ປະ​​ກັບ​ຫົວຫນ້າຄະນະຜູ້ແທນ ແອສໂຕເນຍ, ອຽກລັງ, ການາດາ, ຮູມານີ, ຜູ້ອໍານວຍການໃຫ່ຍອົງການ ສປຊ ເພື່ອການພັດທະນາ (UNDP) ແລະ ຜູ້ຕາງຫນ້າຂັ້ນສູງສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດ ເກາະດອນນ້ອຍ (UNOHRLLS) ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ພ້ອມ​ກັນ​ນັ້ນ, ຄະ​ນະ​ຜູ້​ແທນ​ລາວ ຍັງ​ໄດ້​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ຢ່າງ​ຫ້າວ​ຫັນ​ໃນກອງ​ປະ​ຊຸມ​ປິ່ນ​ອ້ອມ​ທີ່​ສຳ​ຄັນ​ອີກຈໍານວນ ຫນຶ່ງເພື່ອແລກປ່ຽນບົດຮຽນດ້ານການພັດທະນາ ທັງເປັນການ​ຍົກ​ຖາ​ນະ​ບົດ​ບາດ ​ຂອງ ສ​ປ​ປ ລາວ ໃຫ້​ສູງ​ຂຶ້ນ​ໃນ​ເວ​ທີ​ສາ​ກົນ. ການ​ເຂົ້າ​ຮ່ວມກອງປະຊຸມ​ເວ​ທີ​ການ​ເມືອງ​ລະ​ດັບ​ສູງ​ຂອງ ສປຊ ຂອງ ສ​ປ​ປ ລາວ ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______




Powered by Blogger.