Header Ads

ໄລຍະ 6 ເດືອນຕົ້ນປີ 2018 ແຂວງຫຼວງພະບາງເກັບລາຍຮັບໄດ້ 119 ຕື້ກວ່າກີບ




ທ້າຍເດືອນ ມິຖຸນາ 2018 ພະແນກການເງິນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຊຸກຍູ້ລາຍຮັບງົບປະມານຂອງແຂວງ ໂດຍການເປັນປະທານຂອງທ່ານ ປອ ບົວຄົງ ນາມມະວົງ ຮອງເລຂາພັກແຂວງ,ຮອງເຈົ້າແຂວງຫຼວງພະບາງ ມີບັນດາພະແນກການຂົງເຂດເສດຖະກິດອ້ອມຂ້າງແຂວງ ແລະ ຫົວໜ້າຈາກ 3 ສາຍຕັ້ງທີ່ຂື້ນກັບພະແນກການເງິນແຂວງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.





ທ່ານ ປອ ບົວຄົງ ນາມມະວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ຊຸກຍູ້ລາຍຮັບເຂົ້າງົບປະມານ,ການຄຸ້ມຄອງລາຍຈ່າຍ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ 6 ຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ 2018 ລວມທັງທິດທາງແຜນງົບປະມານປະຈໍາປີ 2019ຂອງແຂວງຫຼວງພະບາງ.ຈາກນັ້ນທ່ານ ສີສຸພັນ ສີສະຫວັດ ຫົວໜ້າພະແນກການເງິນແຂວງຫຼວງພະບາງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ 6ເດືອນທ້າຍປີ 2018 ທ່ານ ກ່າວວ່າ: ແຜນການ 6 ເດືອນຕົ້ນປີເທົ່າກັບ 138 ຕື້ກວ່າກີບ,ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບ ລາຍຮັບໄດ້ທັງໝົດ 119.010.640.000ກີບ,ປະຕິບັດໄດ້ພຽງ 85,92%ຂອງແຜນການ 6 ເດືອນຕົ້ນປີ ສົມທຽບໄລຍະດຽວກັນຂອງປີຜ່ານມາເຜີ້ມຂື້ນ 3,14%,ໃນນີ້ສ່ວຍສາອາກອນ 6 ເດືອນຕົ້ນປີ ແຜນການ 129.000.000.000ກວ່າກີບ,ປະຕິບັດໄດ້ 109.000.000.000ກ່ວາກີບ,ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຜີ້ມຂື້ນ 5,47%,ລາຍຮັບຊັບສິນ ແຜນການ 8.500.000.000ກີບ,ປະຕິບັດໄດ້ 9.000.000.000ກວ່າກີບ,ລື່ນແຜນ 11,19%,ລາຍຮັບການຄຸ້ມຄອງລັດວິສາຫະກິດ ແຜນການ 249.000.000ກີບ ປະຕິບັດໄດ້ 128.000.000ກີບ.ນອກນີ້ຍັງມີເມືອງທີ່ປະຕິບັດໄດ້ລື່ນຄາດໝາຍ 6 ເດືອນຕົ້ນປີມີ: ເມືອງນໍ້າບາກປະຕິບັດໄດ້ລື່ນຄາດໝາຍ 4,21%,ເມືອງວຽງຄໍາ ປະຕິບັດໄດ້ລື່ນຄາດໝາຍ 12,09%,ເມືອງນານປະຕິບັດໄດ້ລື່ນຄາດໝາຍ 15,32%.



ໃນກອງປະຊຸມບັນດາພະແນກການ ຂົງເຂດເສດຖະກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ພັດປ່ຽນກັນຂື້ນລາຍງານ ສະພາບການຈັດຕັ້ງແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ 2018 ແລະ ພ້ອມກັນຄົ້ນຄວ້າບັນຫາຂໍ້ຄົງຄ້າງ ແລະ ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຂຸດຄົ້ນລາຍຮັບເຂົ້າງົບປະມານຂອງລັດກໍ່ຄືຂອງແຂວງຫຼວງພະບາງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ເພັດສາຄອນ ສິມມະວົງ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.