Header Ads

ຄວາມຄືບໜ້າການພັດທະນາ ເຂດເສດຖະກິດສະເພາະບຶງທາດຫຼວງ ແລະ ການປັບປຸງແຜນແມ່ບົດ




ອີງຕາມການລາຍງານຂອງ ນສພ ວຽງຈັນໃໝ່ ວ່າ: ການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງຫຼາຍດ້ານຄະນະຜູ້ພັດທະນາໄດ້ເອົາໃຈໃສ່ໃນການປັບປຸງແຜນແມ່ບົດໃນການພັດທະນາຂອງຕົນໃຫ້ສອດຄ່ອງກັບສະພາບການພັດທະນາເຂດຖະກິດ-ສັງຄົມໃນໄລຍະໃໝ່ຂອງ ສປປ ລາວ.






ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງຫົວໜ້າຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ ທັງເປັນ ຄະນະບໍລິຫານເຂດເສດຖະກິດສະເພາະບຶງທາດຫຼວງ ກ່າວວ່າ: ສໍາລັບ ເຂດເສດຖະກິດສະເພາະບຶງທາດຫຼວງ ມີຄວາມຄືບໜ້າຫຼາຍດ້ານເຊັ່ນ: ການຊົດເຊີຍເວນຄືນທີ່ດິນຜົນລະປູກໃນປະຊາຊົນທີ່ຖືກຜົນກະທົບສໍາເລັດ 91%, ສໍາເລັດການຂຸດໜອງນໍ້າໃຫຍ່, ຄອງລະບາຍນໍ້າ, ປັບໜ້າດິນ, ສ້າງຖະໜົນຫົນທາງເຊື່ອມຕໍ່ເຂົ້າເຂດ ແລະໃນເຂດສ້າງຂົວຂ້າມຄອງນໍ້າ, ສ້າງລະບົບນໍ້າປະປາ, ໄຟຟ້າເຂົ້າໂຄງການ ແລະສິ່ງອໍານວຍຄວາມສະດວກຕ່າງໆ, ໄດ້ສໍາເລັດການກໍ່ສ້າງຕຶກຄອນໂດມີນຽມທັງໝົດ 11 ຕຶກ ສູງ 17 ຊັ້ນ ເປີດຂາຍແລ້ວ 4 ຕຶກ.




ປັດຈຸບັນ ແຜນແມ່ບົດການພັດທະນາກໍາລັງໄດ້ຮັບການຄົ້ນຄວ້າພິຈາລະນາຈາກກົມເຄຫາຜັງເມືອງ ກະຊວງໂຍທາທິການ ແລະຂົນສົ່ງ ໄປຄຽງຄູ່ກັບການເຮັດບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເຊິ່ງບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມພວມສຸມໃສ່ປັບປຸງລະອຽດ ແລະສະເໜີຕໍ່ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມຮັບຮອງ.

ທີ່ມາ:  ນສພ ວຽງຈັນໃໝ່
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______



Powered by Blogger.